Top Ad

header ads

ດອກຜັກປັງກັບຄຸນຄ່າໂພຊະນາການ



ຜັກ​ປັງ​ ເປັນ​ພືດ​ເກັບ​ນ້ຳ​ມີ​ສອງ​ຊະ­ນິດ ຄື: ຜັກ​ປັງ​ຂາວ ສັງ­ເກດ​ທີ່​ກ້ານ​ຈະ​ເປັນ​ສີ ຂຽວ​ມີ​ດອກ​ສີ­ຂາວ ແລະ ​ຜັກ​ປັງ​ແດງ​ກ້ານຈະ​ມີ​ສີ­ແດງ​ອົມ​ມ້ວງ​ອອກ­ດອກ​ເປັນ​ສີ​ບົວອ່ອນ ເຖິງ​ຈະ​ມີ​ສີ­ສັນ​ຕ່າງ​ກັນ ແຕ່​ສັບ­ພະ​ຄຸນ ແລະ​ຄຸນ­ຄ່າ​ທາງ​ອາ­ຫານ​ຂອງ​ຜັກ​ປັງ​ທັງ ສອງ​ຊະ­ນິດ​ນີ້​ຄື​ກັນ​ດອກ​ຜັກ​ປັງ​ມີ​ລົດ​ຊາດ ອອກ​ຫວານ​ໜ້ອຍ​ໜຶ່ງ ຫຼື ຫວານ​ໄປ​ຈົນ​ເຖິງ ຈືດ ຈິ່ງ​ສາ­ມາດ​ໃຊ້​ປຸງ​ແຕ່ງ­ອາ­ຫານ​ໄດ້​ຫຼາກ ຫຼາຍ​ຊະ­ນິດ​ທັງ​ຂົ້ວ, ລວກ​ກິນ​ກັບ​ແຈ່ວ, ໃຊ້​ແກງ​ຈືດ ຫຼື ປຸງ​ເປັນ​ອາ­ຫານ​ອື່ນໆ​ໄດ້ ດ້ານ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ ການ​ຂອງ​ດອກ ແລະ​ໃບ ແມ່ນ​ອຸ­ດົມ​ໄປ​ດ້ວຍ​ສານ​ເບ​ຕ້າ​ແຄ​ໂຣ​ທີນ, ແຄນ​ຊຽມ, ວິ­ຕາ­ມິນ​ເອ ໃຜ​ທີ່​ຮູ້­ສຶກ​ວ່າ​ຕາ ອ່ອນ​ແຮງ ຫຼື ເຮັດ​ວຽກ​ໜ້າ​ຄອມ​ພິວ​ເຕີ​ຕະ­ຫຼອດ​ເວ­ລາ ລອງ​ຫາ​ດອກ​ຜັກ​ປັງ​ມາ​ກິນ​ບຳ­ລຸງ​ຮ່າງ­ກາຍ​ໄດ້​ແລ້ວ ເພາະ​ຈະ​ຊ່ວຍ​ເຮັດ​ໃຫ້​ສາຍ­ຕາ​ຂອງ​ເຮົາ​ດີ​ຂຶ້ນ.

ວິ­ທີ​ເລືອກ​ຊື້ ແລະ​ ເກັບ​ຮັກ­ສາ: ຕາມ​ຮ້ານ​ຄ້າ ແລະ​ຮ້ານ​ສຸ­ຂະ­ພາບ​ບາງ​ແຫ່ງ​ມີ​ດອກ​ຜັກ​ປັງ​ເດັດ​ຍອດ​ແພ໊ກ ຮຽບ​ຮ້ອຍ​ແລ້ວ​ຫາກ​ຊື້​ມາ​ຈາກ​ຕະ­ຫຼາດ​ສົດ ຫຼື ເກັບ​ມາ​ຈາກ​ຮົ້ວ​ເຮືອນ​ໃໝ່ໆ​ແລ້ວ​ປຸງ​ອາ­ຫານ​ບໍ່​ໝົດ​ຄວນ​ເດັດ ຍອດ​ອ່ອນ ແລະ​ ກ້ານ​ທີ່​ບໍ່​ແຂງ​ອອກ​ແລ້ວ​ເກັບ​ຫໍ່​ໃສ່​ເຈ້ຍ ໜັງ­ສື­ພິມ ຫຼື ເຈ້ຍ​ອື່ນໆ​ມ້ຽນ​ໃສ່​ໃນ​ຊ່ອງ​ຜັກ​ຂອງ​ຕູ້­ເຢັນ ໄວ້​ກິນ​ໄດ້​ດົນ​ເປັນ​ອາ­ທິດ.



ທີ່ມາ http://news.com.la/detail/15721
Ad