Top Ad

header ads

ນະຄອນຫຼວງວຽງຈັນພວມເລັ່ງແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງ



ນະຄອນຫຼວງວຽງຈັນພວມເລັ່ງແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງເນື່ອງຈາກໄລຍະ 3- 4 ມື້ຜ່ານມານີ້ໄດ້ມີສະພາບຝົນຕົກແຮງສົ່ງຜົນໃຫ້ເກີດມີສະພາບນ້ຳຖ້ວມຂັງຕາມເສັ້ນທາງຕ່າງໆໃນຕົວເມືອງນະຄອນຫຼວງວຽງຈັນຫຼາຍຈຸດຢ່າງໜ້າເປັນຫ່ວງ,ຕໍ່ສະພາບດັ່ງກ່າວຖ້າບໍ່ໄດ້ຮັບການແກ້ໄຂກໍຈະເຮັດໃຫ້ຖະໜົນຫົນທາງຫຼືສິ່ງປຸກສ້າງໃນພື້ນທີ່ ຕ່ຳອາດໄດ້ຮັບຜົນກະທົບເປັນບໍ່ໜ້ອຍ ແລະ ຕໍ່ບັນຫານີ້ທາງພາກສ່ວນກ່ຽວຂ້ອງຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ແລະ ອົງການບໍລິຫານ ແລະ ພັດທະນາຕົວເມືອງວຽງຈັນບໍ່ໄດ້ນິ້ງນອນໃຈ ແລະ ໄດ້ນຳສົ່ງພະນັກ ງານວິຊາການຂອງຕົນລົງຕິດຕາມກວດກາຢ່າງໃກ້ຊິດໃນຈຸດທີ່ເກີດນ້ຳຖ້ວມຂັງ,ພ້ອມທັງໄດ້ເລັ່ງແກ້ຕາມຈຸດຕ່າງໆດ້ວຍການອະນາໄມແປງປົວ ແລະ ລ່ວງຮ່ອງລະບາຍນ້ຳໃນເບື້ອງຕົ້ນເພື່ອເຮັດ ໃຫ້ນ້ຳສາມາດ

ໄຫຼ່ສະດວກ ແລະ ວ່ອງໄວຂື້ນເຊັ່ນ:  ເສັ້ນທາງຫຼັກ 6 ຈຸດເຂດບ້ານພະຂາວເສັ້ນທາງ ດອນໜູນເສັ້ນທາງຄ້ອຍຕະຫຼາດສະຫວ່າງ ແລະ ຈຸດອື່ນໆໃນຕົວເມືອງທີ່ມັກເກີດນ້ຳຖ້ວມຂັງໃນ ຜ່ານມາແຕ່ກໍຍອມຮັບວ່າການຕິດຕາມກວດກາ ເລະ ແກ້ໄຂສະພາບນ້ຳຖ້ວມຂັງຂອງພາກ ສ່ວນ ກ່ຽວຂ້ອງນັ້ນອາດເຮັດໄດ້ບໍ່ທົ່ວເຖິງ ແລະ ມ່ີບາງຈຸດທີ່ເກີດນ້ຳຖ້ວມຂັງແຕ່ພາກສ່ວນກ່ຽວຂ້ອງບໍ່ຮູ້ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ສັງຄົມສະເໝີມາຍັງພາກສ່ວນກ່ຽວຂ້ອງເພື່ອຈະໄດ້ລົງໄປກວດກາ ແລະ ແກ້ໄຂຕາມຄວາມເປັນຈິງຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ບໍ່ສະເພາະແຕ່ເທົ່ານັ້ນພາຍຫຼັງເກີດນ້ຳ ຖ້ວມຂັງໃນ 4- 5 ວັນຜ່ານມາທ່ານ ເຈົ້າຄອງນະຄອນຫຼວງວຽງຈັນກໍມີຄວາມເປັນຫ່ວງ ແລະ ໄດ້ຮ່ວມກັບພາກ ສ່ວນກ່ຽວຂ້ອງລົງກວດກາໃນຈຸດຕ່າງໆທີ່ເກີດນ້ຳຖ້ວມຂັງຄື: ຢູ່ເຂດ ບ້ານໂພນ ພະເນົາ,ເມືອງໄຊເສດຖາເຂດບ້ານໂພນສະຫວ່າງເມືອງຈັນທະບູລີຮ່ອງລະບາຍນ້ຳເຂດຫໍປະຊຸມ ແຫ່ງຊາດ ແລະ ເຂດບ້ານພະຂາວເມືອງໄຊທານີຊຶ່ງເປັນຈຸດທີ່ໄດ້ຮັບຜົນກະທົບໝັກ ແລະ ອາດຈະ ເກີດມີນ້ຳຖ້ວມຂັງຕື່ມອີກຖ້າບໍ່ໄດ້ຮັບການແກ້ໄຂໂດຍສາເຫດສ່ວນໃຫຍ່ແມ່ນຍ້ອນມີການຖົມດິນ ແບບຊະຊາຍມີການປຸກສ້າງບໍ່ຖືກລະບຽບ  ແລະ ບໍ່ມີການອະນາໄມລ່ວງຮ່ອງລະບາຍນ້ຳ ຢ່າງສະ ໝ່ຳສະເໝີ,ເມື່ອມີຝົນຕົກແຮງ ແລະ ຕິດຕໍ່ຫຼາຍຊົ່ວໂມງຈຶ່ງເກີດມີນ້ຳຖ້ວມຂັງ ຍ້ອນລະ ບາຍບໍ່ທັນອັນສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຜ່ານການລົງ ກວດກາໃນ ຄັ້ງນີ້ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນກໍໄດ້ແນະນຳໃຫ້ພາກ ສ່ວນກ່ຽວຂ້ອງ ຂື້ນແຜນແກ້ໄຂ ຢ່າງຮີບດ່ວນພ້ອມທັງໄດ້ເນັ້ນໃຫ້ບັນດາເມືອງ ແລະ ບ້ານທີ່ໄດ້ຮັບຜົນກະທົບ ເປັນເຈົ້າການລະດົມ ທືນຈາກບັນດາຜູ້ປະກອບການທີ່ຢູ່ໃນເຂດຄຸ້ມຄອງຂອງຕົນເພື່ອໃຊ້ຈ່າຍໃນການແກ້ໄຂຮີດດ່ວນດັ່ງqກ່າວສະເພາະນະຄອນຫຼວງເອງກໍຈະສົມ ທົບທືນອີກຈຳນວນໜຶ່ງພ້ອມນັ້ນທ່ານ ເຈົ້າຄອງກໍໄດ້ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຂື້ນແຜນແກ້ໄຂໃນໄລຍະຍາວເພື່ອບໍ່ໃຫ້ມີນ້ຳຖ້ວມຂັງໃນນະຄອນຫຼວງວຽງຈັນຢ່າງເດັດຂາດສຳລັບຜູ້ລະເມີດທີ່ມີການຖົມດິນ ແລະ ປຸກສ້າງແບບບໍ່ຖືກລະ ບຽບຊຶ່ງເປັນ ສາເຫດໃຫ້ເກີດນ້ຳຖ້ວມຂັງກໍໃຫ້ດຳເນີນຕາມມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ ລາວພັດທະນາ
Ad