Top Ad

header ads

ຫຼາຍແຂວງ ປ່ອຍປາລົງສູ່ທຳມະຊາດ


ທີ່ແຂວງສາລະວັນເນື່ອງໃນໂອກາດວັນອະນຸຮັກສັດນ້ຳ-ສັດປ່າ (13 ກໍລະກົດ) ເມືອງສາລະວັນໄດ້ຈັດພິທີປ່ອຍປາຄືນສູ່ທຳມະຊາດ 1,2 ລ້ານໂຕ ຢູ່ໃນທົ່ວເມືອງສາລະວັນ
ໂດຍສະເພາະໄດ້ປ່ອຍຢູ່ຈຸດກຸ່ມ 2 ແກ້ງຄອງຄຳ, ກຸ່ມ 6 ແສນວັງ, ກຸ່ມ 7 ບຶງຂາມ, ກຸ່ມ 8 ບຶງໃຊ, ກຸ່ມ 10 ບ້ານດ່ານ, ກຸ່ມ 11 ກະຊະໃຫຍ່, ກຸ່ມ 13 ໜອງບົວ ແລະບ້ານທ່າ ເມືອງເຊກຸ່ມເມືອງສາລະວັນ ຊຶ່ງຈຳນວນປາທີ່ນຳມາປ່ອຍປະກອບມີ: ປາປາກ, ປາໄນ, ປານິນ, ປານວນຈັນ ແລະປາເກັດແລບ ພິທີປ່ອຍດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ກໍລະກົດປີຢູ່ທີ່ທ່ານ້ຳເຊໂດນໂດຍການເຂົ້າຮ່ວມຂອງທ່ານ ຄຳຈັນ ແຈ່ມສະໜອນ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ທຶງ ຈອມມະນີ ຄະນະປະຈຳພັກແຂວງເລຂາພັກເມືອງ ເຈົ້າເມືອງໆສາລະວັນ, ມີບັນດາທ່ານແຂກຖືກເຊີນຈາກພະແນກການອອ້ມຂ້າງແຂວງ, ຫ້ອງການຕ່າງໆອ້ອມຂ້າງເມືອງ ແລະບ້ານເທສະບານເມືອງສາລະວັນເຂົ້າຮ່ວມ.
ທີ່ແຂວງໄຊຍະບູລີໃນວັນທີ 13 ກໍລະກົດແຂວງໄຊຍະບູລີ ເວົ້າລວມເວົ້າສະເພາະໃນເທສະບານແຂວງ ກໍຄືເມືອງໄຊຍະບູລີກໍໄດ້ຈັດໃຫ້ມີການປ່ອຍ  ປາຂຶ້ນຢູ່ທີ່ສາຍນ້ຳຮຸ່ງເທສະບານເມືອງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງ ພັກເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ມີບັນດາກຳມະການປະຈຳພັກແຂວງ, ກຳມະການປະຈຳພັກເມືອງ, ຫົວໜ້າພະແນກການ, ກົມກອງ, ນັກທຸລະກິດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ເມືອງພ້ອມດ້ວຍອຳນາດການປົກຄອງບ້ານ ແລະນ້ອງນັກຮຽນເຂົ້າຮ່ວມ.
     ຈຳນວນປາທີ່ມາປ່ອຍຄັ້ງນີ້ລວມທັງໝົດ 685.000 ໂຕ ໃນນີ້ປ່ອຍລົງໜອງຂອງປະຊາຊົນເພື່ອຂາຍເປັນສິນຄ້າ 505 ພັນໂຕ, ປ່ອຍລົງສູ່ສາຍນ້ຳທຳມະຊາດ, ອ່າງໂຕງຊົນລະປະທານ 181 ພັນໂຕ, ມີ 5 ຈຸດຄື: ຈຸດນ້ຳຮຸ່ງໜ້າສະໜາມຫຼວງ, ຈຸດນ້ຳຮຸ່ງເຂດວັງສະຫງວນບ້ານສວນ-ວັງຊອຍ, ຈຸດນ້ຳຮຸ່ງວັງສະຫງວນບ້ານນາຕໍນ້ອຍ, ອ່າງຊົນລະປະທານນ້ຳຕຽນ ແລະຊົນລະປະທານອ່າງຫ້ວຍແຄນ, ປະກອບດ້ວຍປາປາກ ແລະປາອິນເດຍໃນໂອກາດນີ້ການນຳຂອງແຂວງ, ເມືອງຍັງໄດ້ຮ່ວມກັນປູກຕົ້ນໄມ້ຄູນອິນເດຍຢູ່ແຄມເດີ່ນສະໜາມຫຼວງຈຳນວນ 20 ຕົ້ນ.
ທີ່ແຂວງຫຼວງນ້ຳທາໃນຕອນເຊົ້າວັນທີ 13 ກໍລະກົດ 2016 ນີ້ຢູ່ທີ່ເດີນໂຮງຮຽນບ້ານຫາດຍາວ, ໄດ້ຈັດພິທີປ່ອຍປາ ແລະອະນຸຮັກສັດນໍ້າ-ສັດປ່າມິດຕະພາບລະຫວ່າງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງຫຼວງນໍ້າທາ(ສປປ ລາວ) ກັບຫ້ອງການກະສິກຳກິ່ງ ແຂວງສິບສອງພັນນາ ແຂວງຍຸນນານ (ສປ ຈີນ) ໂດຍການເຂົ້າ ຮ່ວມຂອງທ່ານ ຄຳເຫຼັກ ໄຊດາລາ ກຳມະການພັກແຂວງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງຫຼວງ ນໍ້າທາ, ທ່ານ ສີເວີສົງ ຫົວໜ້າສະຖານີສົ່ງເສີມເຕັກນິກສັດນໍ້າ ພະແນກກະສິກໍາກິ່ງແຂວງສິບສອງພັນນາແຂວງຍຸນນານ ສປ ຈີນ ພ້ອມຄະນະ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມ ຂ້າງແຂວງ, ເມືອງ ແລະພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ສຳລັບປາທີ່ນຳມາປ່ອຍໃນ ຄັ້ງນີ້ໄດ້ຮັບການຊ່ວຍເຫຼືອຈາກພະແນກກະສິກຳກິ່ງແຂວງສິບ ສອງພັນນາຈຳນວນ 1 ແສນ 2 ພັນໂຕ, ໃນນັ້ນມີປາໄນ 1 ແສນໂຕ ແລະປາເຄິງ 2 ພັນໂຕ, ໄດ້ແບ່ງໃຫ້ 5 ເມືອງໆລະ 750 ໂຕ, ພິທີດັ່ງກ່າວໄດ້ປ່ອຍປາລົງສູ່ວັງສະ ຫງວນ 8 ມີນາ, ມີເຂດແດນແຕ່ຫາດລຸ່ມຂົວວັງເງີນຫາຂົວອູ່ບ້ານຫາດຍາວ.
     ໃນໂອກາດນີ້ທ່ານ ສີເວີສົງ ຫົວໜ້າສະຖານີສົ່ງເສີມ ເຕັກນິກ ສັດນໍ້າ ພະແນກກະສິກໍາ ກິ່ງແຂວງສິບສອງພັນນາແຂວງຍຸນນານໄດ້ກ່າວມອບປາທີ່ນຳມາປ່ອຍໃນຄັ້ງນີ້ ແລະກ່າວຮັບໂດຍທ່ານ ຄຳເຫຼັກ ໄຊດາລາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງຫຼວງນໍ້າທາພ້ອມ ດຽວກັນນີ້ພາກສ່ວນທີ່ເຂົ້າຮ່ວມກໍໄດ້ພ້ອມກັນປ່ອຍປາລົງສູ່ແມ່ນ້ຳທຳມະຊາດ ແລະວັງສະຫງວນຕື່ມອີກ.

ທີ່ມາ ເສດຖະກິດ ສັງຄົມ

Ad