Top Ad

header ads

ໂສມໜ້າ ໂຊເຟີຕຳສອງແມ່ລູກຕາຍແລ້ວໜີ ທີ່ໂພນປາເປົ້າ



ທີ່ຫ້ອງການ ປກສ ນະຄອນຫຼວງ ໄດ້ມີການຖະແຫຼງຂ່າວ ຄະດີ ລົດໃຫຍ່ຕຳລົດຈັກເຮັດໃຫ້ ສອງແມ່ລູກເສຍຊີວິດຄາທີ່ຢູ່ ທາງໂພນປາເປົ້າ, ນວ. ວໃນຕອນເຊົ້າວັນທີ 6 ກໍໍລະກົດ 2016. ພາຍຫຼັງເກີດເຫດ ຜູ້ຂີ່ລົດໃຫຍ່ເອົາຕົວຫຼົບໜີ, ຈົນມາຮອດ ວັນທີ 8 ກໍລະກົດ ຈິ່ງສາມາດຈັບຕົວໄດ້.

ຮູ້ຊື່ແມ່ນ ທ້າວ ວິລະຫວັດ ອຸທາວົງ, ອາຍຸ 27 ປີ, ສັນຊາດລາວ, ອາຊີບ ຂັບລົດ, ຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນວ. ຂັບລົດໃຫຍ່ ປ້າຍກຳແພງນະຄອນ ກຍ 7780

ສ່ວນຜູ້ເສຍຊີວິດ ທີ່ຂີ່ລົດຈັກແມ່ນ ນາງ ທິບພະຈັນ ແລະ ລູກສາວຊື່ນາງ ຮັກນີ ປະຊາຊົນ ທີ່ພັກເຊົາ ຢູ່ບ້ານໂພນປ່ເປົ້າ, ເມືອງສີສັດຕະນາກ, ນວ. ຂີ່ລົດຈັກ ທະບຽນ ກຳແພງນະຄອນ ຍຜ 7332

ບັນຫາການຕຳແລ້ວໜີ ຖືເປັນໄພສັງຄົມ ແລະ ເກີດຂຶ້ນຫຼາຍ, ຈິ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມໂທດ ສຳລັບຄົນທີ່ຕຳແລ້ວໜີໃຫ້ໜັກວ່າເກົາ.

ຂອບໃຈພາບຈາກ: ປກສ ນະຄອນຫຼວງວຽງຈັນ
Cr: ນາທີ ຊີວິດ





ນະຄອນຫຼວງວຽງຈັນ: ໄດ້ຮັບແຈ້ງຈາກພີ່ນ້ອງ ຂອງຜູ້ເສຍຊີວິດ ວ່າໃນວັນທີ 8/7/2016 ເຈົ້າໜ້າທີ່ ສາມາດຈັບຕົວ ໂຊເຟີ ລົດ ທີ່ຕຳສອງແມ່ລູກເສຍຊີວິດ ທີ່ທາງ ບ້ານໂພນປາເປົາ, ນວ ໃນຕອນເຊົ້າ ວັນທີ 6/7/2016 ທີ່ຜ່ານມາ.

ຈາກການເລົ່າຂອງພີ່ນ້ອງບອກວ່າ, ລົດທີ່ຕຳແມ່ນ ລົດຂົນສົ່ງພະນັກງານ ໂຮງງານແຫ່ງໜື່ງ ໝາຍເລກທະບຽນ ກຳແພງນະຄອນ ກຍ 7780,​ ພາຍຫຼັງເກີດເຫດ ຜູ້ກ່ຽວ ແມ່ນບໍ່ສະທົກສະທ້ານຫຍັງ ແຕ່ຍັງກັບໄປເຮັດວຽກປົກກະຕິ ແລະ ໄດ້ປ່ຽນເສັ້ນທາງໃນການຂົນສົ່ງ ພະນັກງານ, ສ່ວນເສັ້ນທາງຂອງລາວ ແມ່ນປ່ຽນໃຫ້ຄົນອື່ນໄປແທນ. ຈາກຂໍ້ມູນໃຫ້ຮູ້ວ່າ ໂຊເຟີຄົນນີ້ແມ່ນມີປະຫວັດຂີ່ລົດໄວ ແລະ ເກີດເຫດຫຼາຍຄັ້ງ.

ເຈົ້າໜ້າທີ່ຍັງບໍ່ທັນເປີດເຜີຍໃຫ້ຮູ້ໜ້າຕາຂອງໂຊເຟີຄົນດັ່ງກ່າວ. ຕິດຕາມກັນຕໍ່ພາຍຫຼັງເຈົ້າໜ້າທີ່ສຳເລັດ ການກວດສອບທັງໝົດ ຄົງຈະລາຍງານຢ່າງເປັນທາງການອີກຄັ້ງ.



ຂ່າວການຕິດຕາມຕົວຄົນກະທຳຜິດ

ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ເລັ່ງຕິດຕາມຜູ້ຂັບຂີ່ລົດໃຫຍ່ທີ່ເກີດອຸບັດຕິເຫດຕຳລົດຈັກເວບ 100 ຢູ່ສາມແຍກບ້ານ ໂພນປ່າເປົ້າ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເຮັດໃຫ້ສອງແມ່ລູກເສຍຊີວິດຄາທີ່ ມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍໃຫ້ຮູ້ວ່າ: ເຫດເກີດເວລາປະມານ 6:50 ໂມງເຊົ້າ ຂອງວັນທີ 06/07/2016 ໄດ້ເກີດອຸບັດຕິເຫດລົດກະບະ ຄ້າຍຄືລົດຮຸນໄດ ຕຳລົດຈັກເວບ 100 ໝາຍເລກທະບຽນ ຍຜ 7332 ກຳແພງນະຄອນ ເຮັດໃຫ້ຜູ້ຂັບຂີ່ ຊື່ ນາງ ທິບພະຈັນ ອາຍຸ 35 ປີ, ຢູ່ບ້ານ ໂພນປ່າເປົ້າ ພ້ອມກັບລູກສາວ ຊື່ ນາງ ຮັນນີ ອາຍຸ 8 ປີ ເສຍຊີວິດຄາທີ່, ຜ່ານການລົງເກັບກຳຂໍ້ມູນຫຼັກຖານ ແລະ ຜົນການສັນນະສູດໃນຈຸດເກີດເຫດ ຈຶ່ງຮູ້ວ່າລົດຈັກທີ່ເກີດອຸບັດຕິເຫດ ໄດ້ຂັບຂີ່ມຸ້ງໜ້າມາແຕ່ທາງໂຮງໝໍເສດຖາ ພໍມາຮອດ 3 ແຍກໂພນປ່າເປົ້າ ຜູ້ຂັບຂີ່ລົດຈັກໄດ້ຈອດລົດ ເພື່ອຈະລ້ຽວຊ້າຍຂື້ນໄປທາງໂຮງໝໍ 103, ແຕ່ໃນເວລານັ້ນໄດ້ມີລົດກະບະຄ້າຍຄືລົດຮຸນໄດ ບໍ່ຮູ້ປ້າຍທະບຽນ ຂັບຂີ່ມາໃນທິດທາງດຽວກັນ ດ້ວຍຄວາມໄວ ແລ້ວມາຕຳເອົາລົດຈັກ ເຮັດໃຫ້ນາງ ຮັນນີ ເຊິ່ງເປັນລູກສາວ ໄດ້ຕົກລົງຈາກລົດຈັກແລ້ວລົດໃຫຍ່ຄູ່ກໍລະນີໄດ້ຢຽບເສຍຊີວິດຄາທີ່, ສ່ວນຜູ້ເປັນແມ່ ນາງ ທິບພະຈັນ ຖືກລົດຄັນດັ່ງກ່າວລາກໄປຕາມທາງປະມານ 100 ກວ່າແມັດ ຈົນເສຍຊີວິດເຊັ່ນກັນ, ຈາກນັ້ນຜູ້ຂັບຂີ່ລົດກະບະ ຄ້າຍຄືລົດຮຸນໄດ ກໍ່ໄດ້ຂີ່ລົດຫຼົບໜີໄປເລີຍ.
ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ຄະດີອຸບັດຕິເຫດດັ່ງກ່າວນີ້, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ພວມເລັ່ງຕິດຕາມຫາລົດຄັນດັ່ງກ່າວ ເພື່ອນຳກັກຕົວຜູ້ກໍ່ເຫດໃນຄັ້ງນີ້ມາດຳເນີນຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ຮັບຜິດຊອບຕໍ່ກັບເຫດການທີ່ຜູ້ກ່ຽວໄດ້ກໍ່ຂື້ນ.



ທີ່ມາ ໂທລະໂຄງ

Ad