Top Ad

header ads

ສູດ​ລ້າງ​ສານ​ພິດ​ອອກຈາກ​ໄຕແບບ​ໄດ້​ຜົນ​ ປອດໄ​ພ​ ດ້ວຍ​ກະ​ຈ໊ຽບ​ຂຽວ​



ສູດ​ລ້າງ​ສານ​ພິດ​ອອກຈາກ​ໄຕແບບ​ໄດ້​ຜົນ​ ປອດໄ​ພ​ ດ້ວຍ​ກະ​ຈ໊ຽບ​ຂຽວ​

ຫາກ​ເຈົ້າ​ກຳ​ລັງ​ຫາ​ວິທີ​ທີ່​ໄດ້​ຜົນ​ໃນ​ການ​ລ້າງ​ສານ​ພິດ​ອອກຈາກໄຕ​ຢູ່​ ລອງ​ສະລະ​ເວລາ​ເພື່ອ​ອ່ານ​ບົດ​ຄວາມ​ນີ້​ເບິ່ງ​​ ເນື່ອງ​ຈາກ​ກະ​ຈ໊ຽບ​ຂຽວ​ຄື​ພືດ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ໃນ​ປະເທດ​ອັງ​ກິົດ​ ຟິ​ລິບ​ປິນ​ ແລະ ​ສະ​ຫະລັດ​ອາ​ເມ​ຣິ​ກາ​ ແລະ ​ໃນ​ກຸມ​ປະເທດ​ທີ່​ໃຊ້​ພາສາ​ອັງ​ກິົດ​ເປັນ​ພາສາ​ເວົ້າ​ກໍ​ຮູ້​ຈັກ​ກະ​ຈ໊ຽບ​ໃນ​ຊື່​ວ່າ​ “ນິ້ວ​ຂອງ​ຍິງສາວ​”

ພືດ​ຊະນິດ​ນີ້​ມີ​ຄຸນຄ່າ​ທາງ​ສານ​ອາຫານ​ທີ່​ດີ​​ ໂດຍ​ກະ​ຈ໊ຽບ​ໜຶ່ງ​ຖ້ວຍ​ຈະໃຫ້​ພະລັງ​ງານ​ແຄລໍຮີຈຳນວນ​ 30 ກິ​ໂລ​ແຄລໍຮີ​, ໂປຼຣ​ຕິນ​ 2 ກຣາມ​, ໄຟ​ເບີ​​ 3 ກຣາມ​, ວິ​ຕາ​ມິນ​ຊີ​ 21 ມິນ​ລິກ​ຣາມ​, ໄຂ​ມັນ​ 0.1, ຄາ​ໂບ​ໄຮ​ເດດ​ 7.6 ກຣາມ​, ໂຟ​ເລດ​ 80 ມິນ​ລິກ​ຣາມ​ ແລະ ​ແມັກ​ນີ​ຊຽມ​ 60 ກຣາມ​

ດ້ວຍ​ສານ​ອາຫານ​ທີ່​ຫຼວງຫຼາຍ​ແບບນີ້​ ກະ​ຈ໊ຽບ​ຂຽວ​ຈຶ່ງ​ຫາ​ຊື້​ໄດ້​ງ່າຍ​ໃນ​ຊ່ວງ​ຫຼາຍ​ປີ​ທີ່​ຜ່ານມາ​ ແລະ​ ແນ່ນອນ​ວ່າ​ເຈົ້າ​ຈະ​ຕ້ອງ​ຮູ້ສຶກ​ແປກ​ໃຈ​ກັບ​ຄຸນຄ່າ​ທາງ​ສານ​ອາຫານ​ຂອງ​ພືດ​ທີ່​ຄືນິ້ວ​ມືແບບນີ້​

ເຖິງວ່າ​ກະ​ຈ໊ຽບ​ຂຽວ​ຈະ​ເປັນ​ພືດ​ຜັກ​ເພື່ອ​ສຸຂະພາບ​ ແຕ່​ເຈົ້າ​ກໍ​ຄວນ​ຈະ​ຕ້ອງ​ຫາ​ວິທີ​ປຸງ​ກະ​ຈ໊ຽບ​ຂຽວ​ໃຫ້​ດີ​ດ້ວຍ​ຕໍ່ສຸຂະພາບ​ ອາດຈະ​ນຳ​ໄປ​ຕົ້ມ​ ກິນດິບ​ໆ​ ດອງ​ ທອດ​ ຫຼື ນຳ​ໄປ​ຕຸ໋ນ​ກໍ​ໃຊ້ໄດ້ບໍ່​ນ້ອຍຄືກັນ​

ຄຸນ​ປະໂຫຍດ​ຂອງ​ກະ​ຈ໊ຽບ​ຂຽວ​ນັ້ນ​ມີ​ຕັ້ງ​ແຕ່​ ຊ່ວຍ​ບັນ​ເທົາ​ພະຍາດ​ຫືດ​ ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ​ ກຳຈັດ​ຄໍ​ເລດ​ເຕີ​ລໍຊະນິດ​ຮ້າຍ​ ບຳ​ລຸງ​ຮັກສາ​ບັນຫາ​ກ່ຽວກັບ​ໄຕ​ໃນ​ການ​ຄວບ​ຄຸມ​ພະຍາດ​ເບົາ​ຫວານ​ ນອກ​ຈາກ​ນີ້ກ​ະ​ຈ໊ຽບ​ຍັງຊ່ວຍ​ເພີ່ມ​ປະລິມານ​ກູ​ໂຄສ​ຊຶ່ງ​ສຳພັນ​ກັບ​ການ​ດູດ​ຊຶມ​ເຂົ້າ​ສູ່​ທ້ອງ​

ແລະ​ນີ້​ກໍ​ຄື​ສູດ​ໃນ​ການ​ປຸງ​ນ້ຳ​ກະ​ຈ໊ຽບ​ຂຽວ​ເພື່ອ​ສຸຂະພາບ​ຊຶ່ງ​ຈະ​ຊ່ວຍ​ເຈົ້າ​ຫຼຸດ​ປະລິມານ​ນ້ຳ​ຕານ​ໃນ​ເລືອດ​ໄດ້​ອີກ​ດ້ວຍ​

ສຳລັບ​ສູດ​ກະ​ຈ໊ຽບ​ຂຽວ​ນີ້​ ກຽມ​ກະ​ຈ໊ຽບ​ສົດ​ທັງ​ໝົດ​ 4 ໜ່ວຍ​ ຕັດ​ສ່ວວນຫົວອອກ​ແລະ​ຄ່ອຍ​ໆ​ສະ​ໄລ​​ຕາມ​ແນວ​ຍາວ​ ຈາກ​ນັ້ນ​ນຳ​ກະ​ຈ໊ຽບ​ລົງ​ໄປ​ໝັກ​ໃນ​ນ້ຳ​ 2-3 ຖ້ວຍ​ຂ້າມ​ຄືນ​ ແລະ ​ເຈົ້າ​ກໍ​ຈະ​ໄດ້​ນ້ຳ​ກະ​ຈ໊ຽບ​ສົດ​ໄວ້​ດື່ມ​ໃນ​ຕອນ​ເຊົ້າ​ ຫຼື ກ່ອນ​ອາຫານ​ເຊົ້າ​ ນ້ຳ​ກະ​ຈ໊ຽບ​ຈະ​ຊ່ວຍ​ບັນ​ເທົາ​ຄວາມ​ຢາກ​ອາຫານ​ທີ່​ອາດ​ເກີດ​ຂຶ້ນໃນແຕ່ລະ​ມື້​ ແລະ ​ເຈົ້າ​ກໍ​ຈະ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ​ຢ່າງ​ແນ່ນອນ​ 



ທີ່ມາ ຄິດອອກ
Ad