Top Ad

header ads

ຈີນ ປະກາດ ເຕືອນໄພ ພາຍຸຝົນ ລະດັບ ສີແດງ


ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 29 ມີ​ຖຸນາ 2016,​ເຈົ້າ​ໜ້າ​ທີຈີນ ​​ໄດ້​ປະກາດ ​ເຕືອນ​ໄພ ພາຍຸ​ຝົນ​ລະດັບ​ສີ​ແດງ ​ ​ເນື່ອງ​ຈາກ ​ເກີດ ພາຍຸ​ຝົນ​ ຢ່າງ​ຮຸນ​ແຮງ ​ໃນ​​ໄລຍະ​ ຜ່ານ​ມາ ຢູ່ເຂດ ມົນທົນ ຫູ​ເປີ​ຍ ທາງ​ພາກກາງ ຂອງ ​ປະ​ເທດ ສົ່ງ​ຜົນ​ເຮັດໃຫ້ ​ເກີດ​ນ້ຳຖ້ວມ ຢ່າງ​ໜັກ, ການ​ສັນຈອນ​ໄປ-ມາ ພົບ​ກັບ ​ຄວາມ​ຫຍຸ້ງຍາກ. ​ເມື່ອ​ບໍ່​ດົນ​ມາ​ນີ້ ພາຍຸ​ ໂທ​ນາ​ໂດ​ ໄດ້​ພັດ​ເຂົ້າ ​ເຂດ​ຈຽງ​ຊູ ທາງ​ພາກ ​ຕາ​ເວັນ​ອອກ​ ຂອງ​ ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​​ເສ​ຍຊິວິດ ຢ່າງ​ໜ້ອຍ 98 ຄົນ ​ແລະ ບາດ​ເຈັບ ປະມານ 800 ຄົນ. /.



ແຫຼ່ງຂ່າວ  ສຳນັກຂ່າວສານປະເທດລາວ
Ad