Top Ad

header ads

ຈະລາຈອນບໍລິຄຳໄຊ ຄຸມເຂັ້ມຂັບຂີ່ປອດໄພ



ເພື່ອ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ທ່ານ​ ເຈົ້າ­ແຂວງໆ​ບໍ​ລິ​ຄຳ​ໄຊ​ເລກ​ທີ 001/ຂບຊ, ລົງ​ວັນ​ທີ 18 ມັງ­ກອນ 2016 ກ່ຽວ​ກັບ​ການ​ຂຶ້ນ​ທະ­ບຽນ​ຍານ­ພາ­ຫະ­ນະ ຂັ້ນ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ​ອີງ​ຕາມ​ການເຄື່ອນ​ໄຫວ​ລົງ​ກວດ­ກາ​ຍານ­ພາ­ຫະ­ນະທຸກ​ຊະ­ນິດ ແລະ​ໂຄ­ສະ­ນາ​ຈັດ​ສັນ​ຕາມ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ,ທາງ​ເລກ​ທີ 13 ໃຕ້, ເລກ 4 ເບ່ ແລະ​ຕາມ​ເສັ້ນ­ທາງ​ໃນ​ເທ­ສະ​ບານ​ເມືອງ​ປາກ​ຊັນ​ໃຫ້​ເປັນ​ລະ­ບຽບ ພ້ອມ​ໃຫ້​ຜູ້​ຂັບ​ຂີ່ລົດ​ທຸກ​ຊະ­ນິດ​ໄດ້​ມີ​ຄວາມ​ປອດ​ໄພ, ຫຼຸດການ​ເກີດ​ອຸ­ບັດ­ເຫດ​ຕາມ​ທ້ອງ​ຖະ­ໜົນຂະ­ນະ​ນີ້ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ເຂັ້ມ​ງວດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ.
ທ່ານ ສຸ​ທອງ ສຸ­ວັນ­ນະ​ວົງ ຫົວ­ໜ້າ​ກອງ​ຕຳ­ຫຼວດ​ທາງ​ຫຼວງ​ແຂວງ​ບໍ​ລິ​ຄຳໄຊ ໄດ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເມື່ອວັນ​ທີ 5 ກໍ­ລະ­ກົດ​ນີ້ ໃນ​ຂະ­ນະ​ກຳ­ລັງປະ­ຕິ­ບັດ​ໜ້າ­ທີ່​ກວດ​ລົດ­ຈັກ​ຢູ່​ປ້ອມ​ທາງ 3 ແຍກ​ໄປ­ສະ­ນີ ແຂວງ​ບໍ​ລິ​ຄຳ​ໄຊ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກວດ­ກາ​ພາ­ຫະ­ນະຂອງ​ເຈົ້າ​ຈະ­ລາ­ຈອນ ປກສ ແຂວງ​ບໍ​ລິ​ຄຳ​ໄຊ​ຄັ້ງ​ນີ້​ແມ່ນ​ໄດ້​ປະ­ຕິ­ບັດ​ກັນ​ທຸກໆ​ມື້​ຕາມ​ແຈ້ງ​ການ​ ເລກ​ທີ 001 ຂອງ​ທ່ານ ເຈົ້າ ແຂວງ​ບໍ​ລິ​ຄຳ​ໄຊ ແລະ​ຕາມ​ທິດ​ຊີ້​ນຳຂອງ​ຄະ­ນະ​ພັກ​ກອງ​ບັນ­ຊາ​ການ ປກສ ແຂວງ​ເພື່ອ​ລົງ​ກວດ­ກາ​ຕົວ​ຈິງ​ຂອງ​ຜູ້​ຂັບ​ຂີ່​ລົດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ ຈັກ​ທຸກ​ຊະນິດ​ເປັນ­ຕົ້ນ​ແມ່ນ​ລົດ­ຈັກ ແລະ​ຜູ້​ຂັບ​ຂີ່​ລົດຈັກ​ທີ່​ລະ­ເມີດ​ຜິດ​ຕໍ່​ກົດ​ຈະ­ລາ­ຈອນ ເພື່ອເຮັດ​ໃຫ້​ຜູ້​ຂັບ​ຂີ່​ໄດ້​ຮູ້​ການ​ຮັກ­ສາ​ກົດ​ຈະລາ​ຈອນ ແລະ​ເພື່ອ​ຄວາມ​ປອດ​ໄພ​ໃຫ້ແກ່​ຕົນ​ເອງ​ໃນ​ເວ­ລາ​ຂັບ​ຂີ່​ລົດ­ຈັກ​ພ້ອມ ຫຼຸດ​ການ​ເກີດ​ອຸ­ບັດ­ເຫດ​ຢ່າງ​ປອດ​ໄພ.ໃນ​ນັ້ນ​ຫາກ​ຜູ້​ຂັບ​ຂີ່​ຜູ້​ໄດ​ຫາກ​ ລະ­ເມີດ​ຜິດ​ຕໍ່​ກົດ​ຈະ­ລາ­ຈອນ​ເຈົ້າ​ໜ້າ­ທີ່​ຈະ​ໄດ້​ກັກ​ຕົວເພື່ອ​ສືກ​ສາ​ ອົບ­ຮົມ ແລະ​ປັບ​ໃໝ​ຕາມ​ດຳລັດ​ເລກ​ທີ 188/ນຍ, ວ່າ​ດ້ວຍ​ການ​ປັບໃໝ ແລະ​ມາດ​ຕະ­ການ​ຕ່າງໆ​ຕໍ່​ຜູ້​ລະ­ເມີດຕາມ​ລະ­ບຽບ​ກົດ­ໝາຍ​ກ່ຽວ​ກັບ​ການ​ ຈະ­ລາ­ຈອນ​ທາງ­ບົກ ເປັນ­ຕົ້ນ​ຜູ້​ຂັບ​ຂີ່​ລົດ­ຈັກ​ບໍ່​ໃສ່​ໝວກ​ກັນ​ກະ­ທົບ​ຈະ​ຖືກ​ປັບ​ໃໝ 30.000 ກີບ, ບໍ່​ໃສ່​ແວ່ນ​ທັງ​ສອງ​ຂ້າງລົດປັບ​ໃໝ 20.000 ກີບ, ບໍ່​ຕິດ​ປ້າຍທະ­ບຽນ​ລົດປັບ​ໃໝ 10.000 ກີບ, ບໍ່​ມີ​ໃບ​ຂັບ​ຂີ່​ປັບ​ໃໝ 20.000 ກີບ, ອາ­ຍຸບໍ່​ເຖີງ​ກະ­ສຽນ​ຕ່ຳ​ກວ່າ 15 ປີ​ຂັບ​ຂີ່​ລົດຈັກ ປັບ​ໃໝ​ຜູ້​ປົກ­ຄອງ 30.000 ກີບ ພ້ອມ​ສຶກ​ສາ​ອົບ­ຮົມ, ຜູ້​ຂັບ​ຂີ່​ດື່ມ​ເຫຼົ້າ, ເມົາ​ເຫຼົ້າ-ເບຍ​ເກີນ​ກຳ­ນົດ​ທາງ​ເຈົ້າ​ໜ້າ­ທີ່​ກັກ ຕົວ​ໄວ້​ຈົນ​ເຊົາ​ເມົາ​ພ້ອມ​ສຶກ​ສາ​ອົບ­ຮົມ
ແລະ​ປັບ​ໃໝ​ຕາມ​ລະ­ບຽບ​ການ ແລະ​ໃນ​ກໍ­ລະ­ນີ​ຜູ້​ຂັບ​ຂີ່​ໃຊ້​ໃບ​ຂັບ​ຂີ່​ຂອງ​ຜູ້​ອື່ນ ແລະ​ເອ­ກະ­ສານ​ລົດ​ຜູ້​ອື່ນ ຫຼື ປອມ​ແປງ​ຈະ​ຖືກປັບ​ໃໝ 50.000 ກີບ.
ທ່ານ ສຸ​ທອງ ໃຫ້​ຮູ້​ຕື່ມ​ວ່າ: ເງິນ​ທີ່ປັບ​ໃໝ​ທັງ​ໝົດ​ທີ່​ໄດ້​ເຈົ້າ​ໜ້າ­ທີ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ ​ກອບ​ກູ້​ຊີ­ວິດ​ໃນ​ເວ­ລາ ຜູ້​ຂັບ​ຂີ່​ເກີດ​ອຸ­ບັດ­ເຫດ, ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ໂຄ­ສະ­ນາ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຖະ­ໜົນ, ໃຊ້​ວຽກ​ງານ​ພິມ​ເອ­ກະ­ສານ​ຕ່າງໆ​ກ່ຽວ​ກັບ​ໂຄ­ສະ­ນາ​ທາງ​ຖະ­ໜົນ, ວຽກ​ງານ​ບໍ​ລິຫານ ແລະ​ຄຸ້ມ​ຄອງຄວາມ​ປອດ​ໄພ​ທາງ​ຖະ­ໜົນ, ວຽກ​ງານ​ສ້າງ​ຂີດ​ຄວາມ​ສາ­ມາດ ແລະ​ອຸ­ປະ­ກອນຮັບ​ໃຊ້. ໃນ​ນາມ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ແມ່ນ​ເປັນ​ຜູ້​ຮັກ­ສາ​ຄວາມ​ປອດໄພ​ ໃຫ້​ຜູ້​ຂັບ​ຂີ່​ຕາມ​ຖະ­ໜົນ​ຫົນ­ທາງ​ປອດໄພ ແລະ​ປະ­ຕິ­ບັດ​ຕາມ​ພັກ-ລັດ​ຂັ້ນ​ເທິງມອບ​ໝາຍ​ໃຫ້​ຢ່າງ​ແທ້​ຈິງບໍ່​ວ່າ​ຈະ​ ຝົນຕົກ, ແດດ​ອອກ, ກາງ­ເວັນ, ກາງ­ຄືນ​ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນ​ກໍ​ຈະ​ຢືນ​ຂ້າງ​ຖະໜົນ​ເພື່ອ​ຮັກ­ສາ​ຄວາມ​ ປອດ​ໄພ​ໃຫ້​ຜູ້​ຂັບ​ຂີ່​ເດີນ­ທາງ​ຈົນ​ເຖີງ​ຈຸດ­ໝາຍ​ປາຍ­ທາງ.  ພ້ອມ​ນີ້​ກໍ່​ຝາກ​ເຖິ່ງ​ຜູ້​ຂັບ​ຂີ່​ລົດ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ​ທຸກ​ ຊະ­ນິດ, ທຸກ​ທ່ານ​ຈົ່ງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ຢ່າງ​ເຂັ້ມ​ງວດ​ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ຂັບ​ຂີ່​ເອງ.

ທີ່ມາແຫຼ່ງຂ່າວ: ເສດຖະກິດ-ສັງຄົມ
Ad