Top Ad

header ads

ລືໄດ້ອີກ!!ບາຊາເລັງດຶງກາຣາສໂກຮ່ວມທັບ


ສື່ກະທິງລະບຸຂ່າວ ບາເຊໂລນາ ພ້ອມດຶງ ຢານນິກ ເຟເຣຣາ ກາຣາສໂກ ມິດຟິວແຄມເສັ້ນຂອງ ແອັດເລຕິໂກ ມາດຣິດ ມາເປັນແບັກອັບໃຫ້ກັບ 3 ແຄ່ງ “ເອັມເອສເອັນ” ເຖິງວ່າ ແອັດມາດຣິດ ຈະບໍ່ຢາກປ່ອຍນັກເຕະໃຫ້ກັບ ບາຊາ ໂດຍກົງກໍຕາມ.

ບາເຊໂລນາ ສະໂມສອນດັງຂອງ ລາ ລີກາ ສະເປນ ຕົກເປັນຂ່າວວ່າກຳລັງພິຈາລະນາການດຶງ ຢານນິກ ເຟເຣຣາ ກາຣາສໂກ ປີກໂຕເກັ່ງຂອງ ແອັດເລຕິໂກ ມາດຣິດ ຄູ່ແຂ່ງຮ່ວມລີກ ມາເສີມທັບໃນເກມບຸກຊ່ວງເປີດຕະຫຼາດຊຳເມີນີ້.

ແຊມ ລາ ລີກາ ລະດູການຜ່ານມາຕ້ອງການເຕີມກອງໜ້າໂຕໃໝ່ຢ່າງໜ້ອຍ 1 ຄົນໃນຊ່ວງໜ້າຮ້ອນນີ້ເພື່ອມາເປັນກຳລັງເສີມໃຫ້ 3 ນັກເຕະຂອງທີມ ເມສຊີ, ເນມາ, ຊົວເຣດ ແລະ ຫຼ້າສຸດ “ກາເດນາ ເຊ” ສະຖານີວິທະຍຸໃນແດນກະທິງອ້າງວ່າ ກາຣາສໂກ ກຳລັງຖືກ ບາຊາ ຈັບຕາເບິ່ງຢູ່ເຖິງວ່າທັບ “ກາໝີ” ເບິ່ງຄືຈະບໍ່ຄ່ອຍເຕັມໃຈຂາຍນັກເຕະໃຫ້ກັບຄູ່ແຂ່ງຮ່ວມລີກ.


ສຳລັບ ກາຣາສໂກ ຍ້າຍຈາກ ອາເອສ ໂມນາໂກ ມາຫຼິ້ນໃຫ້ກັບ ແອັດມາດຣິດ ເມື່ອປີ 2015 ໂດຍຍິງໄປ 15 ລູກຈາກ 45 ນັດເມື່ອລະດູການທີ່ຜ່ານມາ ແລະ ເຂົາຍັງມີຊື່ເປັນຕົວຈິງໃນນັດທີ່ທີມຊາດແບນຊິກປລາໄຊໃຫ້ກັບເວວ 1-3 ໃນ ຢູໂຣ 2016 ຮອບ 8 ທີມສຸດທ້າຍເມື່ອວັນທີ 1 ກໍລະກົດທີ່ຜ່ານມາ.


ທີ່ມາ ຄິດອອກ
Ad