Top Ad

header ads

ລ້ຽງງົວເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້



  ປະຈຸບັນອາຊີບປູກຝັງ- ລ້ຽງສັດເປັນສິນຄ້າ ໄດ້ມີການຂະຫຍາຍຕົວຢ່າງຟົດຟື້ນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດອາຊີບດັ່ງກ່າວສາມາດສ້າງລາຍຮັບເຂົ້າລ້ຽງຄອບຄົວຫຼາຍສົມຄວນ
ແລະເປັນອາຊີບໜຶ່ງທີ່ລັດຖະບານໃຫ້ການສົ່ງເສີມພໍ່ແມ່ປະຊາຊົນ ທັງເປັນຊ່ອງທາງໜຶ່ງທີ່ເຮັດໃຫ້ປະຊາຊົນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.
     ທ່ານ ພູມີ ຈັນທະວົງ ອາຍຸ 65 ປີ ຢູ່ບ້ານວັດທາດ ເມືອງໄຊເສດຖາ ແຂວງອັດຕະປື ມີອາຊີບເຮັດນາ ແລະປູກຝັງ-ລ້ຽງສັດເປັນອາຊີບເສີມ, ສະມາຊິກພາຍໃນຄອບຄົວທັງໝົດມີ 9 ຄົນ, ມີແຮງງານຕົ້ນຕໍ 2 ຄົນ ທ່ານເລົ່າໃຫ້ຟັງວ່າ: ເບື້ອງຕົ້ນລາວໄປລ້ຽງງົວນຳລຸງ ຢູ່ບັງບອນເປັນເວລາ 9 ປີ ແລະໄດ້ຢືມເງິນຈາກທະນາຄານຈຳນວນໜຶ່ງ ເພື່ອມາລ້ຽງງົວ ພາຍຫຼັງຂາຍງົວໄດ້ກໍສົ່ງເງິນທະນາຄານໝົດແລ້ວ ໃນປີ 2000 ລຸງກໍ ໄດ້ປັນງົວໃຫ້ຈຳນວນ 25 ໂຕ ຕົນຈິ່ງໄດ້ຕັດສິນໃຈກັບຄືນມາບ້ານວັດທາດ ໄດ້ນຳງົວດັ່ງກ່າວມາ ລ້ຽງ ແລະຂາຍຈຳນວນໜຶ່ງ ເພື່ອເປັນຕົ້ນທຶນການລ້ຽງສັດກໍບໍ່ຫຍຸ້ງ ຍາກເພາະລ້ຽງຕາມທຳມະຊາດປ່ອຍໃສ່ຄັງນາຕົນເອງຈຳນວນ 3 ເຮັກຕາເວລາເຮັດນາກໍປ່ອຍອອກລ້ຽງນຳໂຄກນຳປ່າຕາມທຳມະຊາດ ມາຮອດປະຈຸບັນນີ້ທ່ານ ພູມີ ຈົນທະວົງ ມີງົວທັງໝົດ 80 ໂຕ ແລະຂາຍປີໜຶ່ງ 10 ກວ່ໂໂຕ ເປັນເງິນຈຳນວນ 40 ກວ່າລ້ານ ສຳລັບການຂາຍແມ່ນມີແມ່ຄ້າມາຮັບ ຊື້ນຳຟາມເລີຍ ນອກນັ້ນ ທ່ານຍັງໄດ້ລ້ຽງເປັດ, ລ້ຽງໄກ່, ປູກໝາກຖົ່ວ, ໝາກແຕງ ແລະພືດພັກຕ່າງໆ ເປັນອາຊີບເສີມສາມາດສ້າງລາຍຮັບປີໜຶ່ງ 10 ກວ່າລ້ານກີບ ລວມລາຍຮັບຈາກການຂາຍງົວ ແລະພືດຜັກຕ່າງໆປີໜຶ່ງສະເລ່ຍ 50 ກວ່າລ້ານກີບຕໍ່ປີ.
     ທ່ານຍັງໄດ້ກ່າວຕື່ມອີກວ່າ: ການລ້ຽງງົວ ແລະປູກພືດຜັກ ຕ່າງໆນີ້ແມ່ນມີລາຍຮັບດີ ແລະໃຊ້ຕົ້ນທຶນໜ້ອຍ ແລະກຳລັງເປັນທີ່ຕ້ອງການຂອງທ້ອງຕະຫຼາດ ດັ່ງນັ້ນ ຄອບຄົວຂອງລາວ ຈິ່ງຢຶດຖືການລ້ຽງງົວ ແລະປູກພືດເປັນອາຊີບ ເພື່ອສ້າງລາຍຮັບເຂົ້າຄອບຄົວ ຜ່ານການເຮັດຕົວຈິງມາໄດ້ 10 ກວ່າປີ ຈິ່ງເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ຊຶ່ງສະແດງອອກຄື: ມີເຮືອນຢູ່ແໜ້ນໜາຖາວອນ, ມີເງິນສົ່ງລູກສຶກສາຮໍ່າຮຽນ, ມີເຄື່ອງໃຊ້ຄົວເຮືອນຄົບຊຸດ, ມີເງິນສະສົມໄວ້ໃນເວລາຈຳນວນຄອບຄົວມີຄວາມອົບອຸ່ນ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.


ທີ່ມາ ເສດຖະກິດ ສັງຄົມ
Ad