Top Ad

header ads

ແຂວງອັດຕະປື ແລະ ແຂວງຫົວພັນ ທຳລາຍຢາບ້າ


ທີ່ແຂວງອັດຕະປື: ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 29 ປີ (26/6/1987-26/6/2016) ຄະນະກຳມະການ ແລະຄວບຄຸມຢາເສບຕິດແຂວງອັດຕະປື
ໄດ້ຈັດພິທີທຳລາຍຢາເສບຕິດທີ່ເດີ່ນຫໍປະຊຸມໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື.
     ໃນພິທີກ່ອນຈະມີການທຳລາຍຢາເສບຕິດນັ້ນ ທ່ານ ນາງ ບົວລະພາ ແກ້ວຫຼວງໂຄດ ຫົວໜ້າຄະນະກຳມະການກວດກາ ແລະຄຸ້ມຄອງຢາເສບ ຕິດແຂວງໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດທີ່ໄດ້ມີການລະບາດ ຢ່າງຕໍ່ເນື່ອງໃນທົ່ວໂລກ ນັບທັງພາກພື້ນອາຊີອາຄະເນ ໃນນັ້ນ ສປປ ລາວ ປະເພດຢາບ້າກວມເອົາ 60% ເປັນບັນຫາໃຫຍ່ລະດັບຊາດ ແຕ່ລະປີມີລັກສະນະເພີ່ມຂຶ້ນຢ່າງໄວວາເປັນບັນຫາກໍ່ໃຫ້ເກີດບັນຫາສັງຄົມນັບທັງຕົວເມືອງ ແລະຊົນນະບົດເຂດຫ່າງໄກສອກຫຼີກໃນລະດັບທີ່ແຕກຕ່າງກັນ ຜ່ານມາການນຳພາຂອງພັກ ແລະອຳນາດການປົກຄອງຂອງແຂວງໄດ້ ໃຫ້ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນເອົາໃຈໃສ່ຄວບຄຸມຢ່າງຈິງຈັງສາມາດທັບມ້າງຄະດີຢາເສບຕິດໄດ້ທັງໝົດ 83 ກໍລະນີ, ຕ້ອງຫາ 127 ຄົນ, ຍິງ 48 ຄົນ, ຄົນຕ່າງປະເທດ 3 ຄົນ, ຍິງ 2 ຄົນ, ຢືດຂອງກາງໄດ້ທັງໝົດ 54.047 ເມັດ ໃນທົ່ວແຂວງອັດຕະປື ມີຕົວເລກຂຶ້ນບັນຊີເປົ້າໝາຍນອນໃນ ຄວາມສ່ຽງຕໍ່ການຕິດຢາບ້າມີສູງເຖິງ 3.723 ຄົນ, ຍິງ 1.487 ຄົນ, ຕົວເລກຜູ້ຕິດຢາເສບຕິດ 1.719 ຄົນ, ຍິງ 469 ຄົນ, ມີຕົວເລກຄ້າຂາຍຢາ ເສບຕິດ 209 ຄົນ, ຍິງ 98 ຄົນ.
     ໃນພິທີດັ່ງກ່າວກໍໄດ້ມີການທຳລາຍຂອງກາງຢາບ້າຈຳນວນ 340 ພັນກວ່າເມັດ ຊຶ່ງເປັນການສະແດງໃຫ້ເຫັນວ່າພັກ-ລັດກໍຄືຄະນະພັກ, ຄະນະກອງບັນຊາການ ປກສ ແຂວງກໍມີຄວາມພະຍາຍາມຢ່າງສຸດຂີດທີ່ຈະປະຕິບັດຕາມແຜນຍຸດທະສາດຂອງຊາດ ເພື່ອບໍ່ໃຫ້ຢາເສບຕິດເຫຼົ່ານີ້ ກັບສູ່ວົງຈອນການຄ້າ ແລະທຳລາຍສັງຄົມໄດ້ອີກ.
     ທີ່ແຂວງຫົວພັນ: ຕອນເຊົ້າວັນທີ 24 ມີຖຸນາ 2016 ນີ້, ແຂວງຫົວພັນ ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ເດີ່ນສະໂມສອນຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄຳວອນ ບຸນທະວົງ ຮອງເລຂາພັກແຂວງ, ປະທານສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 8 ແຂວງຫົວພັນ, ມີບັນດາທ່ານການນຳຂັ້ນແຂວງ, ເມືອງຊຳເໜືອ, ຫົວໜ້າ-ຮອງຫົວໜ້າພະແນການອ້ອມຂ້າງແຂວງພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມນຳ.
     ຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ມີຢາເຮໂລອິນຈຳນວນ 10 ແທ່ງກັບ 218 ແປັບນ້ອຍ ແລະ 2 ກ້ອນນ້ອຍ, ລວມນ້ຳໜັກ 3.704 ກິໂລ, ຢາບ້າຫຼືອຳເຟຕາມິນຈຳນວນ 106.013 ເມັດ, ລວມນ້ຳໜັກ 1,6 ກິໂລ, ຝຸ່ນແປ້ງສີຂາວສຳລັບປຸງແຕ່ງຢາເສບຕິດມີນ້ຳໜັກ 116,92 ກິໂລ, ແກ່ນໝາກຢາຝິ່ນ 5,6 ກິໂລ ແລະອຸປະກອນເສບຢາຈຳນວນໜື່ງ.
      ປີຜ່ານມາພະແນກກວດກາ ແລະຄວບຄຸມຢາເສບຕິດແຂວງຫົວ ພັນໄດ້ເອົາໃຈໃສ່ໂຄສະນາລະບຽບກົດໝາຍ ແລະຜົນຮ້າຍຂອງຢາເສບຕິດຢູ່ຕາມໂຮງຮຽນ, ຕາມບ້ານເປົ້າໝາຍ ຊຶ່ງສາມາດສ້າງບ້ານປອດຢາເສບຕິດໄດ້ແລ້ວ 374 ບ້ານ ແລະ 64 ໝວດໂຮງຮຽນ, ໄດ້ສ້າງສູນບຳບັດ ແລະສາມາດບຳບັດຜູ້ຕິດຢາເສບຕິດໄດ້ 75 ຄົນ, ຍິງ 9 ຄົນ, ໄດ້ຕັດສິນຄະດີຢາເສບຕິດທັງໝົດ 56 ເລື່ອງ, ມີນັກໂທດ 61 ຄົນ, ຍິງ 23 ຄົນ, ຄົນຕ່າງປະເທດ 2 ຄົນ.

ແຫຼ່ງຂ່າວ ເສດຖະກິດ-ສັງຄົມ
Ad