Top Ad

header ads

ນາຍົກ ເນັ້ນພາກລັດຕ້ອງແກ້ໄຂ ຈຸດບົກຜ່ອງ ສ່ວນພາກທຸລະກິດຕ້ອງຈິງໃຈ



ທ່ານນາຍົກ ເນັ້ນໃຫ້ ພາກລັດຕ້ອງຊອກຫາຈຸດຫຍໍ້ ທໍ້ ສ້າງເງື່ອນໄຂໃຫ້ເກີດໜໍ່ແໜງ ທຸລະກິດໃຫ້ມີການຂະຫຍາຍຕົວ ແລະ ໝັ້ນຄົງ, ອຳນວຍ ຄວາມສະດວກຄວບຄຸມການ ລົງທຶນພາຍໃນ ແລະ ຕ່າງປະ ເທດ, ຂະນະທີ່ຜົນສຳຫຼວດພົບ ວ່າເກືອບ 60% ຂອງຫົວໜ່ວຍ ທຸລະກິດບໍ່ມີການຈົດ ທະບຽນ ແຕ່ສາມາດດຳເນີນທຸລະກິດ ຕາມປົກກະຕິ.
ກອງປະຊຸມພົບປະລະ ຫວ່າງທ່ານນາຍົກລັດຖະມົນຕີ ແລະ ພາກທຸລະກິດ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ໂຮງ ແຮມດອນຈັນພາເລດ ໂດຍ ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ພະນັກງານທີ່ກ່ຽວຂ້ອງ ແລະ ພາກທຸລະກິດທຸກຂະແໜງ ການ ເຂົ້າຮ່ວມ.
ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ກ່ອນອື່ນເຮົາ ຕ້ອງເຂົ້າໃຈຈຸດຢືນຂອງປະ ເທດເຮົາ, ດຽວນີ້ເຮົາຢູ່ຈຸດໃດ? ເສັ້ນທາງໃດ? ຊຶ່ງພາກທຸລະ ກິດຕ້ອງເຂົ້າໃຈແນວທາງ ຂອງ ລັດຖະບານ, ພ້ອມດຽວກັນ ນັ້ນ ພາກລັດ-ທຸລະກິດ ຈົ່ງພ້ອມ ກັນຫາລືແກ້ໄຂບັນຫາທີ່ເກີດ ຂຶ້ນ, ປັບປຸງກົນໄກການ ປະ ສານງານ, ວາງວິໄນການເງິນ, ວິໄນແຜນການ, ຂະຫຍາຍ ການຜະລິດ, ຂະຫຍາຍຕະ ຫຼາດ, ສ້າງເງື່ອນໄຂໃຫ້ເກີດ ໜໍ່ແໜງທຸລະກິດໃຫ້ມີການຂະ ຫຍາຍຕົວ ແລະ ໝັ້ນຄົງ, ອຳ ນວຍຄວາມສະດວກຄວບຄຸມ ການລົງທຶນພາຍໃນ ແລະ ຕ່າງ ປະເທດບຸກທະລຸໃຫ້ມີບາດ ກ້າວໃໝ່ປັບປຸງ ການບໍລິ ການ ໃຫ້ດີ, ໂປ່ງໃສ, ວ່ອງໄວ ແລະ ສ້າງເງື່ອນໄຂໃນການເຊື່ອມ ໂຍງ, ແກ້ໄຂພະຍາດອາດຍາ ສິດການສໍ້ລາດບັງຫຼວງ, ສ້າງ ຕັ້ງ ແລະ ປັບປຸງ ສະຖາ ບັນຄົ້ນ ຄວ້າວິທະຍາສາດ ເພື່ອຄົ້ນຄວ້າ ວິໄຈໃຫ້ມີຄວາມຫຼາກຫຼາຍ.
ທ່ານນາຍົກ ກ່າວຕື່ມອີກວ່າ: ເຫັນດີປັບປຸງດຳລັດ 115/ນຍ ແລະ 316/ນຍ ເພື່ອເພີ່ມບົດ ບາດຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດໃຫ້ ມີ ການພັດທະນາໄວຂຶ້ນ, ແກ້ໄຂ ບັນຫາຂົນສົ່ງ, ເນັ້ນໃຫ້ພາກ ທຸລະກິດນຳໃຊ້ແຮງງານລາວ ໃຫ້ຫຼາຍຂຶ້ນ, ສ່ວນຄຳສັ່ງເລກ ທີ 15/ນຍ ລັດຖະບານ ເດັດ ຂາດເນັ້ນໜັກຕໍ່ບັນຫານີ້, ລັດ ຖະບານອາດຈະແຕ່ງຕັ້ງລັດ ຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ ເພື່ອເປັນຜູ້ ປະສານງານລະຫວ່າງ ພາກ ລັດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໂດຍ ກົງ ເພື່ອສົ່ງເສີມການດຳເນີນ ທຸລະກິດ.
   ທ່ານກ່າວ​ຕື່ມ​ອີກ​ວ່າ: ພາກ​ທຸລະ​ກິດ​ຕ້ອງ​ມີຄວາມເຂັ້ມ​ ແຂງ, ສ້າງ​ຄວາມໂປ່​ງໃສ, ຮຽນ ​ຮູ້​​ໃຫ້​ຫຼາຍ​ຂຶ້ນ, ບຸກທະລຸ​ເຂົ້າ​ຫາ​ ແຫຼ່ງທຶນ, ພາກ​ທຸລະກິດ ຕ້ອງ ລວມຕົວ​ກັນ ພ້ອມດຽວ​ກັນ​ຕ້ອງ​ປະກອບສ່ວນພັນທະ ຕ່າງໆ​ຕາມ​ລະບຽບ​ກົດໝາຍ. ສ່ວນ​ພາກ​ລັດ​ໃຫ້​ເພີ່ມ​ທະວີນ້ຳ ​ໃຈ​ຮັບ​ໃຊ້​ປະຊາຊົນ ​ໃຫ້​ຫຼາຍ ຂຶ້ນ​ເພີ່ມ​ທະວີ​ຄວາມ​ຈິງ​ໃຈ ຊ່ວຍ​​ໃຫ້​ປະຊາຊົນ​ມີ​ຄວາມ​ສະ ດວກ​ໃນ​ການ​ທຳ​ມາ​ຫາ​ກິນ​ໃຫ້ ຫຼາຍ​ຂຶ້ນ.
ທ່ານ ອຸ​ເດດ ສຸວັນນະ​ວົງ ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ (ສອຄ) ​ໄດ້​ກ່າວ​ວ່າ: ພາບ​ລວມ ການ​ດຳ​ເນີນ​ທຸລະ​ກິດ​ຂອງ ສປປ ລາວ ​ແມ່ນ​ການ​ສົ່ງ​ເສີມ ການ​ຜະລິດ ​ແລະ ການ​ຈໍລະ ​ຈອນ​ສິນຄ້າ​ບໍ່​ລວມສູນ, ​ເອກະ ​ເທດ, ກະ​​ແຈກ​ກະຈາຍ ​ແລະ ບໍ່​ມີ​ປະສິດທິພາບ, ​ເຮັດ​ໃຫ້ ການ​ຜະລິດ​ມີ​ລາຄາ​ສູງ, ບໍ່​ໄດ້ ມາດຕະຖານ, ບໍ່​ສາມາດ​ຕອບ ສະໜອງ​ດ້ານ​ປະລິມານ​ໃຫ້ ທັນ​ເວລາ ​ແລະ ​ເຮັດ​ໃຫ້ການ​ ລົງທຶນ​ຫຼຸຸດ ຖອຍ​ລົງ. ອີກ​ດ້ານ ຫົວໜ່ວຍ​ທຸລະ​ກິດ​ຂອງ ສປປ ລາວ 99%, ​ເປັນ​ເອັສ​ເອັມອີ ​ເອັສ ​ແລະ ມີ​ພຽງ 125.000  ຫົວໜ່ວຍ​ທີ່​ໄດ້​ຈົດ​ທະບຽນ​ຢ່າງ​ ຖືກຕ້ອງ, ສ່ວນ​ທີ່​ເຫຼືອ​ນັ້ນຕາມ ການ​ສຳ​ຫຼວດຂອງ​ສະພາການ ຄ້າ ​ແລະ ອຸດສາຫະກຳ​ແຫ່ງ ຊາດ​ລາວ ຮ່ວມ​ກັບ​ອົງການ ຮ່ວມ​ມື​ສາກົນ​ປີ 2014-2015 ພົບ​ວ່າ​ເກືອບ 60% ຂອງ​ຫົວ ໜ່ວຍ​ທຸລະ​ກິດ​ບໍ່​ມີ​ການ​ຈົດ​ທະ ບຽນ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ບໍ່ ​ເປັນ​ທາງ​ການ, ສິ່ງ​ເຫຼົ່ານີ້​ແມ່ນ ຍ້ອນ​ການ​ຂາດ​ສົມ ທົບ​ລະຫວ່າງ ​ໜ່ວຍ​ງານ​ຂອງ​ລັດ​ດ້ວຍກັນ ລະຫວ່າງ​ໜ່ວຍ​ງານ​ຂອງລັດ ​ແລະ ພາກ​ທຸລະ​ກິດ​ກໍ​ຄື​ສະມາ​ ຊິກ ສຄອ ​ແລະ ບັນດາ​ສະມາ ​ຄົມ​ທຸລະ​ກິດ​ ລະດັບ​ສູນ​ກາງ ​ເຖິງ​ລະດັບ​ທ້ອງ​ຖິ່ນ ​ເພື່ອ​ເຮັດ ​ໃຫ້ການ​ຜະລິດ ​ແລະ ການ​ຄຸ້ມ ຄອງ​ການ​ຜະລິດ​ໄປ​ດ້ວຍ​ດີ, ຮຽກຮ້ອງ​ໃຫ້​ລັດຖະບານ​ມີ​ການ ​ທວນຄືນ ​ແລະ ​ແກ້​ໄຂ​ບັນດາ ນະ​ໂຍບາຍ ​ແລະ ລະບຽບ​ຫຼັກ ການ ​ເພື່ອ​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ການ​ຜະລິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ.
ເມື່ອ​ເວົ້າ​ເຖິງ​ຄວາມ​ບໍ່ ສອດຄ່ອງ​ໃນ​ການຈັດຕັ້ງປະຕິ ບັດ​ລະບອບ​ພາສີ-ອາກອນ ​ໂດຍ​ສະ​ເພາະ​ແມ່ນ​ການ​ເກັບ ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ​ເກັບ ອາກອນ​ລ່ວງ​ໜ້າ​ມີ​ລັກສະນະ ຊ້ຳ​ຊ້ອນ ​ແລະ ບໍ່​ທົ່ວ​ເຖິງ​ເຊິ່ງ ​ໄດ​້ກະທົບ​ເຖິງ​ການ​ລົງທຶນ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ໃນ ທຸກໆ​ຂະ​ແໜງ​ການ, ນອກຈາກ ນີ້ຍັງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ ຊອກ​ຫາ​ແຮງ​ງານ​ທັງ​ແຮງ ງານ​ສີມື ​ແລະ ​ແຮງ​ງານ​ທີ່​ບໍ່​ມີ​ສື​ມື ສະໜອງ​ແກ່ອຸດສາຫະກຳ​ປຸງ ​ແຕ່ງ, ອຸດສາຫະກຳ​ການ​ກະ ​ເສດ, ການທ່ອງທ່ຽວ ​ແລະ ການ​ບໍລິການ​ອື່ນໆ​ທີ​່ມີ​ຄວາມ ຕ້ອງການ​ແຮງ​ງານ​ເພີ່ມ​ຂຶ້ນ, ອີກ​ບັນຫາ​ໜຶ່ງ​ຮ່າງ​ນິຕິ​ກຳ​ທີ່ ກ່ຽວ​ພັນ​ກັບ​ເສດຖະກິດ​ໃນ​ປັດ ຈຸ​ບັນ​ມີ​ຫຼາຍ​ສະບັບ​ບໍ່​ສາມາດ ປະຕິບັດ​ໄດ້ ຍ້ອນ​ບໍ່​ສອດຄ່ອງ ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ການ​ດຳ​ເນີນ​ທຸລະ​ກິດ

ທີ່ມາແຫຼ໋ງຂ່າວ:​ໜັງສືພິມ ປະຊາຊົນ
Ad