Top Ad

header ads

ຜິວຂາວນຽນງາມດ້ວຍນ້ຳເຕົ້າຮູ້

“ນ້ຳ​ເຕົ້າ​ຮູ້” ເປັນເຄື່ອງ​ດື່ມ​ທີ່​ຫລາຍໆ​ຄົນ​ມັກ​ສາວໆ​​ກໍ​ຄົງ​ຈະ​ມັກ​ດື່ມ​ເຊັ່ນ​ກັນ​ ດ້ວຍ​ລົດ​ຊາດ​ທີ່ແຊບ ​ແລະ ​ຫອມ​ຫວານເຮັດໃຫ້​ຫຼາຍໆ​ຄົນ​ຕິ​ດອົກ​ຕິດ​ໃຈ​ແຕ່​ຫຼາຍໆ​ຄົນ​ຄົງ​ບໍ່​ຮູ້ວ່າ​​ ປະໂຫຍດ​ຂອງ​ນ້ຳ​ເຕົ້າ​ຫູ້​ນັ້ນ​ເປັນ​ແຫລ່ງ​ອາຫານ​ໂປ​ຮຕີນ​ທີ່​ສຳຄັນ ແລະ​ ດີ​ຕໍ່​ສຸຂະພາບ​ຫຼາຍເລີຍ​ມື້​ນີ້​ມີ​ຂໍ້​ມູນ​ໜ້າ​ຮູ້​ຂອງ​ນ້ຳ​ເຕົ້າ​ຮູ້​ມາ​ ຝາກ​ກັນ​
  1. ໃນ​ນ້ຳ​ເຕົ້າ​ຮູ້​ນັ້ນ​ອຸດົມ​ໄປ​ດ້ວຍ​ ສານ​ອາຫານ​ ຕ່າງໆ​ທີ່​ໃຫ້​ປະໂຫຍດ​ຫຼວງຫຼາຍ​ບໍ່​ວ່າ​ຈະເປັນວິ​ຕາ​ມິນ​ຕ່າງໆເຊັ່ນ: ວິ​ຕາ​ມິນ AB, B1, B2, B6 ແລະ B12 ໄນ​ອາ​ຊິນ ແລະ ​ວິ​ຕາ​ມິນ C, D ແລະ E ຊຶ່ງ​ໃນ​ວິ​ຕາ​ມິນ E ​​ນີ້​ເອງ​ທີ່​ມີ​ຫນ້າທີ່​ຕໍ່​ຕ້າ​ນອາ​ນຸ​ມູນ​ອິດສະຫຼະ​ພາຍ​ໃນ​ ຮ່າງກາຍເຮັດໃຫ້​ຜິວ​ພັນ​ສົດໃສເບິ່ງ​ອ່ອນ​ກວ່າ​ໄວ.
  2. ດື່ມ​ເທົ່າ​ໃດ​ກໍ ​ບໍ່​ຕຸ້ຍເນື່ອງ​ຈາກ​ໃນ​ນ້ຳ​ເຕົ້າ​ຮູ້ມີ​ໄຂ​ມັນ​ແບບ​ບໍ່​ອິ່ມ​ຕົວ​ເຖິງ 63% ແລະ​ ໄຂ​ມັນ​ອິ່ມ​ຕົວ 15% ຊຶ່ງ​ສັດ​ສ່ວນ​ຂອງ​ໄຂ​ມັນ​ອິ່ມຕົວ​ນັ້ນ​ມີ​ປະລິມານ​ທີ່​ສູງ​ກວ່າ​ຫຼາຍຮັບຮອງ ​ວ່າ​ສາວໆ​ຕ້ອງ​ຫຸ່​ນດີ​​ແນ່ນອນ
  3. ຊ່ວຍ​ໃຫ້​ລະບົບ​ການ​ຍ່ອຍ​ອາຫານ ​ເປັນ​ໄປ​ຢ່າງ​ປົກກະຕິເພາະ​ນ້ຳ​ເຕົ້າ​ຮູ້​ມີ​ໄຟ​ເບີ​ຊຶ່ງ​ມີ​ຄຸນສົມບັດ​ໃນ​ ການ​ຊ່ວຍ​ຍ່ອຍ​ອາຫານ​ໄດ້​ດີຈຶ່ງ​ເຮັດໃຫ້​ລະບົບ​ຂັບ​ຖ່າຍ​ດີ​ອີກ​ດ້ວຍ.
  4. “ມາ​ດື່ມ​ນ້ຳ​ເຕົ້າ​ຮູ້​ກັນ​ດີກວ່າ”  

ທີ່ມາ http://news.com.la/detail/15728
Ad