Top Ad

header ads

ຜັກຕຳນິນເສີມຄວາມງາມ ສູດດີໆທີ່ໜ້າລອງ



ສຳລັບສາວໆ​ທີ່​ກຳລັງ​ຊອກ​ຫາ​ວິທີ​ປົວ​ສິວ​ອັກ​ເສບ, ສິວ​ໜອງ, ສິວ​ເກືອ, ຝ້າ​ຈ່າງ, ລວມ​ໄປ​ເຖິງ​ຮອຍ​ຮ່ຽວເທິງໃບໜ້າ ວັນນີ້ເຮົາມີເຄັດລັບດີໆມາແນະນຳ ສູດຄວາມງາມດ້ວຍຜັກຕຳນິນ ນີ້ເປັນອີກໜຶ່ງສູດທີ່ໃຊ້ແລ້ວເຫັນຜົນ ເລີຍຢາກມາບອກຕໍ່
ວີທີເຮັດ: 
ນຳຜັກຕຳນິນທີ່ໄປຊື້ມາຈາກຕະຫຼາດ (ຖ້າໄປຊື້ຢູ່ຕະຫຼາດ) 1ມັດ ແຕ່ໃຊ້ພຽງເຄິ່ດມັດກໍ່ພໍ ຈາກນັ້ນກໍ່ນຳມາລ້າງໃຫ້ສະອາດ ເດັດເອົາແຕ່ໃບບໍ່ເອົາກ່າງມັນ ແລ້ວເອົາໃບຕຳນິນທີ່ໄດ້ມາບົດໃຫ້ລະອຽດດີ ຈາກນັ້ນກໍ່ໃສ່ນ້ຳເຜິ້ງໃນປະລິມານ 2 ບ່ວງແກງ ແລ້ວປັ່ນທັງສອງໃຫ້ເຂົ້າເປັນເນື້ອດຽວກັນ
ວິທີໃຊ້:
ນ້ຳມາຜອກໜ້າ ແລ້ວປະໄວ້ 30 ນາທີ ຈິ່ງຄ່ອຍລ້າງອອກດ້ວຍນ້ຳສະອາດ ເຮັດພຽງອາທິດລະ 2 ເທື່ອ ເຮັດເປັນປະຈຳ ຮັບຮອງເລີຍວ່າທ່ານຈະໄດ້ຜົນຮັບທີ່ໜ້າພໍໃຈ . ສູດນີ້ນອກຈາກຈະເຮັດໃຫ້ທ່ານງາມໄດ້ແທ້ແລ້ວ ຍັງບໍ່ເສຍເງິນຫຼາຍ ແລະ ບໍ່ສ່ຽງຕໍ່ສານເຄມີອີກດ້ວຍ

ຂໍ້ມູນຈາກ: news.com.la
Ad