Top Ad

header ads

ເຕືອນປະຊາຊົນກຽມພ້ອມຮັບມື ລະດັບນ້ຳຊັນສູງຂຶ້ນກາຍເຂດລະວັງໄພແລ້ວ



ຂປລ. ໃນວັນທີ 15 ກໍລະກົດ 21016 ນີ້, ລະດັບນໍ້າຊັນພວມເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ກາຍເຂດລະວັງໄພແລ້ວ ຂະນະທີ່ ໜ່ວຍງານອຸຕຸນິຍົມຂອງແຂວງບໍລິຄໍາໄຊໄດ້ອອກແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ໃຫ້ເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນທີ່ສູງ ພ້ອມທັງເຄື່ອນຍ້າຍສັດລ້ຽງ ໄປໄວ້ບ່ອນທີປອດໄພ ແລະ ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.
ແນວໃດກໍດີ ປັດຈຸບັນນີ້ ມີບາງບ້ານໃນເຂດເມືອງເກົ່າໃກ້ກັບແມ່ນໍ້າຊັນນັ້ນໄດ້ມີນໍ້າເລີ່ມໄຫລເຂົ້າຖ້ວມພື້ນທີ່ການຜະລິດ, ຕະຫລາດ ແລະ ບ້ານຂອງຈໍານວນປະຊາຊົນໜຶ່ງແລ້ວ. ແຕ່ອຸຕຸນິຍົມຍັງແຈ້ງຕື່ມອີກວ່າຝົນຍັງຈະສືບຕໍ່ຕົກຕື່ມອີກປະມານ 2 ວັນ ( 16-17 ກໍລະກົດ 2016 ).
==================
ຂ່າວຈາກ: Pathedlao Lao
Ad