Top Ad

header ads

ລາວກຽມເປັນເຈົ້າພາບກອງປະຊຸມລັດຖະມົນຕີອາຊຽນທ້າຍເດືອນນີ້




ທ້າຍເດືອນນີ້ ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49. ທ່ານ ບຸນແນມ ຈວງຫອມ ຮັກສາການໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນວ່າ: ໃນລະຫວ່າງວັນທີ 23 – 26 ກໍລະກົດ 2016 ທີ່ຈະມຫາເຖິງນີ້ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ຈະປຶກສາຫາລື ແລະ ຕິດຕາມກ່ຽວກັບບັນຫາຕ່າງໆທີ່ໄດ້ປຶກສາຫາລືໃນກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນທີ່ໄດ້ຈັດຂຶ້ນໃນເດືອນກຸມພາ 2016 ທີ່ນະຄອນຫຼວງວຽງຈັນ. ບັນດາທ່ານ ລັດຖະມົນຕີຕ່າງປະເທດອາຊຽນ ຍັງຈະໄດ້ປຶກສາຫາລືກ່ຽວກັບ ການສືບຕໍ່ຮັດແໜ້ນປະຊາຄົມເສດຖະກິດອາຊຽນ ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ 2025, ວຽກງານຂອງຄະນະກຳມາທິການລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ສຳລັບປີ 2016 ແລະ ການກຽມໃຫ້ແກ່ບັນດາກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອື່ໆທີ່ກ່ຽວຂ້ອງ. ນອກນັ້ນ, ບັນດາລັດຖະມົນຕີຍັງຈະໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມເປັນຫວ່າງ ແລະ ສົນໃຈຮ່ວມກັນ. ພ້ອມນັ້ນ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຈະໄດ້ພົບກັບຄູ່ຮ່ວມຕໍ່າແໜ່ງຈາກບັນດາປະເທດຄູ່ເຈລະຈາ ແລະ ຄູາຮ່ວມມືພາຍນອກຂອງອາຊຽນ ເພື່ອທົບທວນ ແລະ ກຳນົດທິດທາງ ສຳລັບການຮ່ວມມືໃນຕໍ່ໜ້າ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ລິເລີ່ມ ຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີພາກພື້ນອາຊຽນ. 



ແຫລ່ງຂ່າວ: ເສດຖະກິດການຄ້າ
Ad