Top Ad

header ads

ລັດຖະບານເຂັ້ມງວດໃນການສະກັດກັ້ນການສົ່ງອອກໄມ້ທຸກປະເພດ




ວັນທີ 15 ກໍລະກົດຜ່ານມານີ້ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີໂຄສົກລັດຖະບານ ໄດ້ຖະແຫລງກ່ຽວກັບການແກ້ໄຂຜະລິດຕະພັນໄມ້ປອກ ແລະ ໄມ້ຝານ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ສັງຄົມ ແລະ ປະຊາຊົນພາຍໃນປະເທດຄື: ອີງຕາມການສະເໜີຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃນກອງປະຊຸມນາຍົກ ແລະ ຮອງນາຍົກລັດ ຖະມົນຕີ ລະຫວ່າງວັນທີ 20-21 ມີຖຸນາຜ່ານມານີ້ໂດຍໄດ້ພິຈາລະນາ ແລະ ຊີ້ນຳແກ້ໄຂບັນຫາຜະລິດຕະພັນໄມ້ປອກ ແລະ ໄມ້ຝານ ທີ່ຍັງຕົກຄ້າງຢູ່ບັນດາໂຮງງານຕ່າງໆ ໂດຍເຫັນດີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາເບິ່ງສັນຍາ ແລະ ຂຶ້ນບັນຊີຈຳນວນໄມ້ແຕ່ລະປະເພດທີ່ຍັງຕົກຄ້າງຢູ່ ໂຮງງານຕ່າງໆໃຫ້ລະອຽດ ແລະ ຊັດເຈນ ແລ້ວຈຶ່ງຂໍອະນຸຍາດໃຫ້ສົ່ງອອກໃນຈຳນວນທີ່ມີໃນໂຮງງານເທົ່ານັ້ນເພື່ອຫັນມາປຸງແຕ່ງເປັນຜະລິດຕະພັນພາຍໃນ ກ່ອນຈະສົ່ງອອກໄປຕ່າງ
ປະເທດ. ຜ່ານການລົງກວດກາຕົວຈິງຂອງ ພາກສ່ວນກ່ຽວຂ້ອງເຫັນວ່າ: ມີໂຮງງານທີ່ຜະລິດໄມ້ປອກ ແລະ ໄມ້ຝານທົ່ວປະເທດ 47 ແຫ່ງໃນນັ້ນ ໂຮງງານທີ່ໄດ້ຜະລິດ ແລະ ຍັງບໍ່ທັນໄດ້ສົ່ງອອກຜະລິດຕະພັນໄມ້ດັ່ງກ່າວ ມີ 38 ໂຮງງານ ໃນ 6 ແຂວງຄື: ສາລະວັນອັດຕະປືຈຳປາສັກສະຫວັນນະເຂດຄຳມ່ວນ ແລະ ບໍລິຄຳໄຊຊຶ່ງມີບໍລິມາດຜະລິດຕະພັນໄມ້ດັ່ງກ່າວ 12 ລ້ານກວ່າແມັດກ້ອນພ້ອມນີ້ ພາກສ່ວນກ່ຽວຂ້ອງແມ່ນເລັ່ງຂໍອະນຸຍາດຈາກລັດຖະບານ ເພື່ອສົ່ງອອກໝາຍຄວາມວ່າ: ນອກຈາກຈຳນວນນີ້ແລ້ວ ແມ່ນບໍ່ອະນຸຍາດໃຫ້ຜະລິດ ແລະ ສົ່ງອອກເພີ່ມຕື່ມອີກຢ່າງເດັດຂາດ.

          ໃນໂອກາດດັ່ງກ່າວ ໂຄສົກລັດຖະບານ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ແລະ ຜູ້ປະ ກອບການ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ເລິກເຊິ່ງໂດຍສະເພາະ ຜູ້ປະກອບການທຸລະກິດໄມ້ທັງຫລາຍ ຈົ່ງເສີມຂະຫຍາຍມູນເຊື້ອຮັກຊາດອົດທົນໜຽວແໜ້ນ ຜ່ານຜ່າອຸປະສັກຕ່າງໆພ້ອມທັງຮ່ວມມືກັບລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ຊອກຫາທາງອອກທີ່ດີທີ່ສຸດ ໃນການນຳໃຊ້ຊັບພະ ຍາກອນທຳມະຊາດ ທີ່ເປັນທ່າແຮງຂອງປະເທດເຮົາ ໃຫ້ເກີດປະໂຫຍດສູງສຸດເພື່ອການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດແນໃສ່ຮັບປະກັນສິດ ແລະ ຜົນປະ ໂຫຍດຂອງລັດລວມໝູ່ນິຕິບຸກຄົນບຸກຄົນ ແລະ ພົນລະເມືອງລາວທຸກທົ່ວໜ້າ.



ທີ່ມາ ລາວພັດທະນາ
Ad