Top Ad

header ads

ຄຸນປະໂຫຍດຂອງຜັກຕິ້ວ ທີ່ຄົນກິຍັງບໍ່ເຄີຍຮູ້!!!



ເຊື່ອວ່າຫຼາຍຄົນຄົງຍັງບໍ່ຮູ້ຜົນປະໂຫຍດທາງການຢາຂອງຜັກຕິ້ວ ແຕ່ທຸຄົນຮູ້ໃນແງ່ການນຳຜັກຕິ້ວມາເປັນສ່ວນໜຶ່ງໃນການປະກອບອາຫານ ຜັກຕິ້ວເປັນຜັກພື້ນບ້ານທີ່ເກີດຕາມລະດູການ ຍອດ ແລະ ໃບອ່ອນ ສາມາດເອົາມາກີນກັບແທນຜັກສົດໄດ້ ເຊັນ: ກິີນກັບລາບ, ກ້ອຍ ແລະ ກັບແຈ່ວ, ຖ້ານຳໄປແກງເພື່ອເຮັດໃຫ້ ອາຫານອອກລົດຊາດສົ້ມເຊັ່ນ: ແກງປາ ກໍ່ຈະມີຣົດຊາດແຊບໄປອີກແບບ

ສັບພະຄຸນຂອງຜັກຕິ້ວ:

ວິຕາມິນເອສູງ ແລະ ວິຕາມິນບີສູງ ແລະ ຍັງຊ່ວຍບຳລຸງສາຍຕາ ແລະ ຍັງຮັກສາ ສຸຂະພາບຜີວຫນັງຂອງຄົນເຮົາໄດ້ອີກ, ມັນຍັງສາມາດຕ້ານມະເຮັງຕັບ ແລະ ລົດອາການສ່ຽງຂອງພະຍາດຫົວໃຈ ແລະ ຫລອດເລືອດ ພ້ອມທັງບຳລຸງເລືອດ ແກ້ປວດຕາມຂໍ່ ແລະ ແກ້ປະດົງ.


ຂໍ້ມູນຈາກ:http://news.com.la/
Ad