ສານສະເປນຕັດສິນຖືກຄຸກ ລີໂອເນວ ເມສຊີ ແລະ ຮໍເກ ພໍ່ຂອງເຂົາເປັນເວລາ 21 ເດືອນຈາກຂໍ້ຫາໜີພາສີແຕ່ວ່າທັງສອງບໍ່ຕ້ອງໄປນອນໃນຄຸກຍ້ອນວ່າລົງໂທດບໍ່ເຖິງ 2 ປີ ແລະ ບໍ່ເຄີຍເຮັດຄວາມຜິດມາກ່ອນຕາມກົດໝາຍຂອງສະເປນ.
ສານສະເປນສັ່ງຕັດສິນຖືກຄຸກ ລີໂອເນວ ເມສຊີ ກອງໜ້າດາວດັງຂອງ ເບເຊໂລນາ ສະໂມສອນຍັກໃຫຍ່ຂອງ ລາ ລີກາ ສະເປນ ແລະ ພໍ່ຂອງເຂົາເປັນເວລາ 21 ເດືອນເມື່ອວັນພຸດທີ່ຜ່ານມາຈາກຄວາມຜິດຖານຫຼີກລ່ຽງພາສີເປັນເງິນຫຼາຍກວ່າ 4 ລ້ານເອີໂຣ.
ເມສຊີ ແລະ ຮໍເກ ຖືກກ່າວວ່າໜີພາສີລະຫວ່າງປີ 2007-2009 ໂດຍກົມພາສີອາກອນຂອງສະເປນຕ້ອງການໃຫ້ທັງສອງຖືກຄຸກເປັນເວລາເກືອບ 2 ປີ ສຳລັບຄວາມຜິດດັ່ງກ່າວກ່ອນທີ່ສານເມືອງຂອງສະເປນຈະຕັດສິນອອກມາວ່າທັງສອງຄົນມີຄວາມຜິດແທ້ ແລະ ສັ່ງຖືກຄຸກເປັນເວລາ 21 ເດືອນ.
ຢ່າງໃດກໍຕາມຈາກການທີ່ມີໂທດໜ້ອຍກວ່າ 2 ປີເຮັດໃຫ້ທັງສອງຄົນບໍ່ຕ້ອງໄປນອນໃນຄຸກ ຫຼັງຈາກທີ່ບໍ່ເຄີຍເຮັດຄວາມຜິດໃນຄະດີອາຍາມາກ່ອນ.
ທີ່ມາ ຄິດອອກ