Top Ad

header ads

ເຊັນສັນຍາກໍ່ສ້າງໂຄງການນ້ຳສະອາດຢູ່ແຂວງຜົ້ງສາລີ



ພິທີເຊັນສັນຍາກໍ່ສ້າງໂຄງການນ້ຳສະອາດບ້ານໂພນແກ້ວເມືອງ ແລະ ແຂວງຜົ້ງສາລີໄດ້ມີຂຶ້ນໃນວັນທີ 28 ກໍລະກົດນີ້ທີ່ຫ້ອງການປະສານງານແຜນງານພັດທະນາເຂດເນີນສູງເຂດພາກເໜືອ ( NUOP )ໃນແຂວງດັ່ງກ່າວລະຫວ່າງພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ,ທັງເປັນຜູ້ປະຕິບັດງານແຜນງານພັດທະນາເຂດເນີນສູງພາກເໜືອ ແລະ ບໍລິສັດຍອດບໍລິການເຄື່ອງກໍ່ ສ້າງ (ຜູ້ຮັບເໝົາສະໜອງອຸປະກອນ)ໂດຍມີອຳນາດການປົກ ຄອງເຂົ້າຮ່ວມເປັນສັກຂີພະຍານ.


ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີໃຫ້ຮູ້ວ່າ: ໂຄງການດັ່ງກ່າວສ້າງຂຶ້ນເພື່ອສະ    ໜອງນ້ຳສະອາດໃຫ້ປະຊາຊົນ 14 ບ້ານເປົ້າໝາຍຂອງ 3 ເມືອງຄື: ເມືອງຂວາ  7 ບ້ານເມືອງໃໝ່ 3 ບ້ານ ແລະ ເມືອງສຳພັນ 4 ບ້ານລວມມູນຄ່ການກໍ່ ສ້າງທັງໝົດປະມານ 1,9 ຕື້ກີບ.


ທີ່ມາ ລາພັດທະນາ
Ad