Top Ad

header ads

ນາຊາ ທົດລອງ ຍິງຈະຫລວດ ສົ່ງນັກບິນຂື້ນນ ດາວອັງຄານ


 ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 29 ມີ​ຖຸນາ 2016, ​ເຈົ້າ​ໜ້າ​ທີ ອົງການ ບໍລິຫານ ການບິນ ​ແລະ ອາ​ວະ​ກາດ ​ແຫ່ງ​ຊາດ ສະຫະລັດ ​ອາ​ເມ​ລິ​ກາ ຫລື ນາ​ຊາ ​ໃຫ້ຮູ້ວ່າ: ​ໄດ້ທົດ​ລອງ ຍິງ​ຈະ​ຫລວດ ລຸ້ນ​ໃໝ່ ​​ໃນລັດຢູທາ​ຫາ ຂອງ​ປະ​ເທດນີ້, ​ເປັນ​ຄັ້ງ​ທີ 2 ​ເພື່ອ​​ນຳ​​ໃຊ້​ເຂົ້າ ​​ໃນການ​ຂົນ​ສົ່ງ ຍານ​ອາ​ວະ​ກາດ​​ ໃນ​ຄັ້ງ​ຕໍ່​ໄປ. ​ຖ້າ​ການ​ ທົດ​ລອງ ​ຫາກ​ປະສົບ ​ຜົນສຳ​ເລັດ ຈະ​ຫລວດ ​ດັ່ງກ່າວ ຈະ​ຖືກ​ ນຳ​ໃຊ້​ເຂົ້າ ​ໃນ​ການ ​ຕິດ​ຕັ້ງ ຢູ່​​ຍານ​ ອາ​ວະ​ກາດ ​ເພື່ອ​ນຳ​ສົ່ງ​ ນັກ​ບິນ​ໄປ​ ສຳ​ຫລວດ ​ດາວ​ອັງຄານ ​ແລະ ດາວ​ອື່ນໆ ​ໃນ​ອະນາຄົດ./. 


ແຫຼ່ງຂ່າວ ສຳນັກຂ່າວສານປະເທດລາວ
Ad