Top Ad

header ads

ແອັບເປີ້ນຍອດຂາຍຕົກກຳໄລຫຼຸດໄຕມາດທີ່ຜ່ານມາ


ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊານຟານຊິສໂກ ປະເທດສະຫະລັດອາເມລິກາເມື່ອວັນທີ 28 ກໍລະກົດວ່າ ທິມ ຄຸກ ປະທານເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ຂອງແອັບເປີ້ນເຜີຍຜົນປະກອບການໄຕມາດທີ 3 ຕາມປິງງົບປະມານເຊິ່ງນັບຈົນເຖິງວັນທີ 25 ມິຖຸນາທີ່ຜ່ານມາ ຍອດຂາຍລາຍໄຕມາດຫຼຸດລົງຮ້ອຍລະ 14.6 ຈາກຊ່ວງເວລາດຽວກັນຂອງປີກາຍຈາກ 49,600 ລ້ານໂດລ້າສະຫະລັດເຫຼືອ 42,360 ລ້ານໂດລ້າສະຫະລັດ ສ່ວນກຳໄລຫຼຸດລົງຮ້ອຍລະ 27 ຈາກ 10,680 ລ້ານໂດລ້າສະຫະລັດເຫຼືອ 7,800 ລ້ານໂດລ້າສະຫະລັດ.
ຍອດຈຳໜ່າຍໄອໂຟນຂອງໄຕມາດທີ່ຜ່ານມາຢູ່ທີ່ 40.4 ລ້ານໜ່ວຍຫຼຸດລົງຮ້ອຍລະ 15 ຈາກ 47.35 ລ້ານໜ່ວຍຂອງຊ່ວງເວລາດຽວກັນຂອງປີທີ່ຜ່ານມາ ນັບເປັນການຫຼຸດລົງຂອງໄຕມາດທີ 2 ຕິດຕໍ່ກັນຫຼັງການເຕີບໂຕຢ່າງຕໍ່ເນື່ອງນັບແຕ່ໄອໂຟນລຸ້ນທຳອິດເປີດໂຕເມື່ອປີ 2550 ຕອກຢ້ຳເຖິງຄວາມທ້າທາຍທີ່ແອັບເປີ້ນກຳລັງຜະເຊີນ ທ່າມກາງຕະຫຼາດສະມາດໂຟນທີ່ຂະຫຍາຍໂຕແລະການແຂ່ງຂັນທີ່ເຂັ້ນຂຸ້ນຫຼາຍຂື້ນ ໂດຍແອັບເປີ້ນໄດ້ພະຍາຍາມຂະຫຍາຍໄປໃນສ່ວນຂອງທຸລະກິດແລະບໍລິການທີ່ກ່ຽວເນື່ອງເພື່ອສ້າງຖານລາຍໄດ້ທີ່ໝັ້ນຄົງຫຼາຍຂື້ນ ແຕ່ກໍ່ເບິ່ງຄືວ່າຈະບໍ່ສາມາດຊ່ວຍກະຕຸ້ນການເຕີບໂຕຂອງທຸລະກິດໄດ້ຢ່າງທີ່ຫວັງ ແມ້ຈະມີລາຍງານວ່າຍອດຈຳໜ່າຍໂດຍລວມທະລຸໜ່ວຍທີ່ພັນລ້ານໄປແລ້ວກໍ່ຕາມ

ແຫຼ່ງຂ່າວ: ເດລິນິວ
Ad