Top Ad

header ads

ອານິດຈາ! ພໍ່ແມ່ຕິດໜີ້ຍ້ອນສົ່ງລູກຮຽນ


ຜູ້ຂຽນເກີດ ແລະເຕີບໃຫຍ່ຢູ່ໃກ້ໆກັບຮົ້ວມະຫາວິທະຍາໄລ ຈຶ່ງຮັບຮູ້ບັນຫາກ່ຽວກັບການສຶກສາພໍສົມຄວນ ນັບຕັ້ງແຕ່ລະບົບການຮຽນ, ຊີວິດການເປັນຢູ່, ໝູ່ເພື່ອນນັກສຶກສາ, ຕະຫຼອດຈົນຮອດປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຮົ້ວໂຮງຮຽນ ແລະໃນຫໍພັກ. ແຕ່ມື້ນີ້ຈະຂໍຢິບຍົກບັນຫາເລື່ອງເສດຖະກິດຄອບຄົວ ຂອງຜູ້ປົກຄອງຈຳນວນໜຶ່ງຕ້ອງພົບພາລະອັນໜັກໜ່ວງໃນການຊອກຫາທຶນຮອນການສຶກສາມາໃຫ້ແກ່ລູກ ດ້ວຍຄວາມເຊື່ອທີ່ວ່າ ລົງທຶນໃສ່ການສຶກສາຄືການລົງທຶນທີ່ຄຸ້ມຄ່າທີ່ສຸດ.
ສົ່ງລູກຊາຍຮຽນ ມຊ 5ປີ ໝົດເງິນເກືອບຮ້ອຍລ້ານ ຕ້ອງຂາຍຄຳ, ຂາຍດິນຂາຍນາມາໃສ່ ແຕ່ມັນຍັງບໍ່ເສຍດາຍເທົ່າກັບລູກຊາຍບໍ່ໄດ້ຮັບໃບປະກາດ” ເລື່ອງນີ້ເປັນເລື່ອງຈິງບໍ່ອີງນິຍາຍຂອງປ້າຜູ້ໜຶ່ງທີ່ລ້ຽງລູກຜູ້ດຽວ (ຜົວປະຮ້າງ) ຟັງແລ້ວໜ້າເຫັນໃຈ ເພາະການໃຊ້ຈ່າຍໃນຊີວິດການເປັນນັກສຶກສາຂອງລູກຊາຍນັ້ນຟຸມເຟືອຍ ໄປດ້ວຍເຄື່ອງໃຊ້ອັນທັນສະໄໝ, ການທ່ຽວຫຼິ້ນກິນມົ້ວສຸມອະບາຍະມຸກ ຊ້ຳບໍ່ພໍຍັງເສັງບໍ່ຜ່ານ ຕ້ອງລົງທະບຽນຮຽນເທີມສາມ (ເຊິ່ງຄ່າໃຊ້ຈາຍໃນການລົງທະບຽນແຕ່ລະວິຊານັ້ນສູງພໍສົມຄວນ) ແຕ່ສຸດທ້າຍລູກຊາຍຫົວແກ້ວຫົວແຫວນກໍຮຽນບໍ່ຈົບເພາະຕິດຢາເສບຕິດຕ້ອງນຳໄປດັດສ້າງ.                                                                               
ນີ້ເປັນພຽງກໍລະນີເລັກນ້ອຍທີ່ຜູ້ຂຽນຍົກຂຶ້ນມາເປັນຕົວຢ່າງ ຜູ້ຂຽນຄຸ້ນເຄີຍສະເໝີກັບຄໍາວ່າ “ຂາຍງົວສົ່ງຄວາຍຮຽນ” ແຕ່ກໍບໍ່ໜັກໃຈດອກເພາະຢ່າງໜ້ອຍກໍມີແນວໃຫ້ຂາຍ ແຕ່ບາງຄອບຄົວໃນແຖບຊົນນະບົດບໍ່ແມ່ນມູນມັງສັງຂະຫຍາຫຍັງທັງໝົດ ບາງຄອບຄົວເດືອນໜຶ່ງຍັງບໍ່ຈັບເງິນແສນ ແລ້ວຈະເອົາເງິນທາງໃດມາສົ່ງລູກຮຽ ເຊິ່ງຄ່າໃຊ້ຈ່າຍລວມຄ່າຮຽນ, ຄ່າອຸປະກອນການສຶກສາ, ຄ່າຢູ່ຄ່າກິນ, ຄ່າເຊົ່າຫ້ອງແຖວ ຕົກຢູ່ບໍ່ຕ່ຳກວ່າ 1.000.000ກີບ ຕໍ່ເດືອນ ວິທີທາງດຽວທີ່ພໍ່ແມ່ຈະເຮັດໄດ້ກໍຄືການຢືມເງິນ ຈາກທາງພຸ້ນທາງທາງພີ້ມາສົ່ງໃຫ້ລູກກ່ອນ ກວ່າລູກຈະຮຽນຈົບ 4-5ປີ ພໍ່ແມ່ກໍເປັນໜີ້ຖ້ວມຫົວ ບາງຄົນເອົາດິນນາ, ດິນເຮືອນໄປຄ້ຳປະກັນກໍຍອມແລກໄດ້ເພື່ອອະນາຄົດຂອງລູກ. ແລ້ວບັນດາລູກໆທັງຫຼາຍເຄີຍຄິດເຫັນໃຈຫົວອົກຜູ້ເປັນພໍ່ເປັນແມ່ຫຼືບໍ່?                   
ຂາຍໄກ່ໂຕໜຶ່ງ 50.000ກີບ ຍັງບໍ່ພໍຄ່າເຄື່ອງນຸ່ງຊຸດດຽວ, ຂາຍຜັກບົ້ງ 1ໝື່ນ ຍັງບໍ່ພໍຄ່າເບຍໃຫ້ລູກໄປສັງສັນກັບໝູ່ຄູ່ 1ລັງ, ຂາຍເຂົ້າເປືອກ ສິບກະສອບຍັງບໍ່ພໍຄ່າຮຽນເທີມດຽວ....ລອງພິຈາລະນາໃຫ້ດີໆວ່າພໍ່ແມ່ທຸກຍາກລຳບາກຂະໜາດໃດສົ່ງເສຍລູກແຕ່ລະຄົນໃຫ້ຮຽນຈົນຈົບ ສະນັ້ນ, ມັນຈຶ່ງຈຳເປັນຢ່າງຍິ່ງທີ່ລູກແຕ່ລະຄົນຕ້ອງຄຳນຶງເຖິງຈຸດນີ້ ຈົ່ງໃຊ້ຈ່າຍເງິນທຸກກີບທຸກໃບຢ່າງມັດທະຍັດ, ບໍ່ຫຼິ້ນກິນຟຸມເຟືອຍ   ທີ່ສຳຄັນຄືຕັ້ງໃຂຮຽນໃຫ້ຈົບຢ່າງມີຄຸນນະພາບ....ໃບປະກາດສະນິຍະບັດແຕ່ລະໃບມັນມີລົດຊາດເຄັມ ເພາະໃບປະກາສະນິຍະບັດແຕ່ລະໃບມັນເຄັມ ເຄັມເພາະຖືກເອືອບດ້ວຍນ້ຳເຫື່ອ ແລະນ້ຳຕາຂອງຄົນເປັນພໍ່ແມ່....ຂໍຝາກແດ່ລູກທັງຫຼາຍ ຂອງໃຫ້ນຳເອົາໄປພິຈາລະນາດ້ວຍ.
ຂໍ້ມູນ  ຄັດຈາກວາລະສານມະຫາຊົນ
Ad