Top Ad

header ads

ສັບພະຄຸນ ແລະ ຄຸນຄ່າທາງດ້ານສະໝຸນໄພຂອງຫວ້ານຫາງແຂ້ ທີ່ຄວນຮູ້

ໃບຫວ້ານຫາງແຂ້ ໃຊ້ສ່ນທີ່ເປັນເປືອກສີຂຽວ ມາຕຳໃຫ້ລະອຽດປະສົມກັບເຫຼົ້າຂາວເປັນຢາສະໝຸນໄພທີ່ໃຊ້ພອກບາດແຜທີ່ເປັນໜອງ ຫຼືອັກເສບໃຊ້ພອກຝີເພື່ອສະໝານແຜໃຫ້ດີໄວຍິ່ງຂື້ນ

ງຸ້ນໃສສີຂາວຂອງຫວ້ານຫາງແຂ້ຝານບາງໆ ເປັນສະໝຸນໄພທາບາດແຜທີ່ເກີດຈາກການຖືກຄວາມຮ້ອນ ຫຼື ໄຟໄໝ້ 

ມີສັບພະຄຸນຊ່ວຍຫຼຸດອາການແສບຮ້ອນ ຊ່ວຍດັບຜິດຮ້ອນເຮັດໃຫ້ຜິວເຢັນ ຊຊ່ວບສະໝານແຜ ແລະ ຫຼຸດຮອຍແຜເປັນ ໃຊ້ທາຜິວເພື່ອປ້ອງກັນຜິວໄໝ້ຈາກການຖືກແດດ ໃຊ້ກິນເພື່ອບຳລຸງຮ່າງກາຍ ແກ້ຮ້ອນໃນ ສະໝານແຜໃນປາກ ແລະ ທາງເດີນອາຫານ ຮັກສາແຜໃນກະເພາະ

ຮາກຫວ້ານຫາງແຂ້ ເປັນສະໝຸນໄພເພື່ອສຸຂະພາບໂດຍນຳມາທຸບໃຫ້ລະອຽດແລ້ວຈຶ່ງນຳໄປຕົ້ມກັບນ້ຳດື່ມເພື່ອຂັບຂອງເສຍໃນຮ່າງກາຍ ຂັບໜອງ ແລະ ນ້ຳເຫຼືອງ

ງຸ້ນຂອງຫວ້ານຫາງແຂ້ຊ່ວຍຮັກສາແຜໃນກະເພາະ

ໃຊ້ຫວ້ານຫາງແຂ້ແກ່ປອກເປືອກອອກເອົາແຕ່ງຸ້ນໃສໆຊອຍເປັນຕ່ອນພໍດີຄຳ ລ້າງນ້ຳໃຫ້ສະອາດນຳໄປແຊ່ກັບນ້ຳເຊື່ອມ ປະໄວ້ປະມານ 12 ຊົ່ວໂມງ ເພື່ອໃຫ້ນ້ຳເຊື່ອມຊຶມເຂົ້າໃນງຸ້ນ ໃຊ້ກິນເປັນຂອງຫວ່າງມີສັບພະຄຸນຊ່ວຍຮັກສາບາດແຜໃນກະເພາະ ທາງເດີນອາຫານ ແລະ ລຳໄສ້ ຊ່ວຍເຄືອບກະເພາະອາຫານປ້ອງກັນໂຣກກະເພາະ




ທີ່ມາ ຄິດອອກ
Ad