Top Ad

header ads

ສຸດອຶ້ງ ກັບເມືອງທີ່ເຕັມໄປດ້ວຍແມງມູມ



ນີ້ກໍ່ເປັນເລື່ອງແປກທີ່ຫຼາຍຄົນເຫັນແລ້ວອາດຈະຕົກໃຈ ໃນວັນທີ 14 ກໍລະກົດ 2559 ທີ່ຜ່ານມາມີລາຍງານຈາກ ລັດວິກຕໍເລຍ ປະເທດອ໋ອດສເຕເຣຍ ວ່າມີຍິງສາວຄົນໜຶ່ງໄດ້ຫຼິ້ນເກມ Pokemon Go ແລະໄດ້ອອກເດີນທາງເພື່ອຈັບໂປຣເກມອນທີ່ຫາຍາກ ໂດຍສະເພາະລາວເດີນທາງໄປທີ່ອຸທະຍານແຫ່ງໜຶ່ງຢູ່ທີ່ເມືອງຍິນນານ ທີ່ຫ່າງໄກຈາກປະຊາຊົນ
ເມື່ອລາວມາຮອດຈຸດໝາຍລາວກໍ່ຈອດລົດແລະຕັດສິນໃຈອອກເດີນທາງຍ່າງໄປເພື່ອໃຫ້ໂປຣແກຣມນຳທາງ ແຕ່ເມື່ອລາວເງີຍໜ້າຂຶ້ນມາເບິ່ງລາວກໍ່ຕົກໃຈທີ່ສຸດເມື່ອພົບວ່າໂຕເອງຢືນຢູ່ກາງໄຍແມງມູມຢ່າງຫຼວງຫຼາຍ, ທຸກສິ່ງໃນບໍລິເວນນັ້ນເຕັມໄປດ້ວຍໄຍແມງມູມ ຖ້າເບິ່ງໄກໆມັນຈະຄ້າຍຄືກັບໝອກ ທີ່ອາດຈະເອີ້ນຊື່ໃໝ່ວ່າ ທະເລໃຍແມງມູມ ມັນໄດ້ສ້າງຄວາມຕົກໃຈໃຫ້ກັບລາວແລະເຮັດລາວຢ້ານຫຼາຍ
ຕໍ່ມາມີລາຍງານວ່າ ເນື່ອງຈາກວ່າກ່ອນໜ້ານີ້ມີຝົນຕົກລົງມາແລະເຮັດໃຫ້ນ້ຳຖ້ວມຈຶ່ງເປັນສາເຫດທີ່ເຮັດໃຫ້ແມງມູມຫຼາຍລ້ານໂຕໜີຂຶ້ນມາເຮັດສ້າງໃຍເຕັມເດີນຫຍ້າ ກໍ່ຍັງຖືວ່າລາວໂຊກດີຫຼາຍທີ່ບໍ່ໄດ້ຮັບບາດເຈັບແລະພົບກັບກອງທັບໃຍແມງມູມ ດັ່ງນັ້ນລາວຈຶ່ງໄດ້ໂພສຮູບມາເຕືອນທຸກຄົນວ່າບໍ່ຄວນຈະເດີນທາງມາສະຖານທີ່ແຫ່ງນີ້ເພາະມັນອາດຈະເກີດອັນຕະລາຍກັບໂຕທ່ານເອງ








ຂໍຂອບໃຈທີ່ມາ: teenee.com
Ad