Top Ad

header ads

ການນຳຄຳມ່ວນ ວາງກະຕ່າດອກໄມ້ອະນຸສາວະລີ ປະທານສຸພານຸວົງ



     ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານປະທານສຸພານຸ ຄົບຮອບ 107 ປີ (13 ກໍລະກົດ 1909-13 ກໍລະກົດ 2016) ໃນເວລາ 7:00 ໂມງ ຂອງວັນທີ 13 ກໍລະກົດ 2016 ນີ້ຄະນະພັກ, ອຳນາດການປົກຄອງແຂວງຄຳມ່ວນ
ນຳໂດຍທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ພ້ອມດ້ວຍບັນດາການນຳ, ພະນັກ ງານຫຼັກແຫຼ່ງຂອງແຂວງ, ພະນັກ ງານປະຕິວັດອາວຸໂສບຳນານ, ຕະຫຼອດເຖິງອົງການຈັດຕັ້ງມະຫາຊົນໄດ້ພ້ອມກັນເຂົ້າຮ່ວມພິທີວາງກະຕ່າດອກໄມ້ຢູ່ທີ່ອະນຸສາ ວະລີຂອງທ່ານປະທານສຸພານຸວົງ (ຫຼັກ 4) ເທສະບານເມືອງທ່າແຂກ.
     ເພື່ອສະແດງເຖິງຄວາມເຄົາລົບ ແລະລະນຶກເຖິງຄຸນງາມຄວາມ ດີອັນປະເສີດເລີດລ້ຳຂອງທ່ານປະທານສຸພານຸວົງທີ່ມີຕໍ່ປະເທດຊາດປະທານສຸພານຸວົງແມ່ນປັນ ຍາຊົນຜູ້ຍິ່ງໃຫຍ່ເປັນເຊື້ອເຈົ້າຜູ້ມີນ້ຳໃຈຮັກຊາດອັນດູດດື່ມທີ່ໄດ້ ເອົາຊີວິດຕິດພັນກັບການຕໍ່ສູ້ປະຕິ ວັດຂອງປະຊາຊົນປະທານໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ເປັນນັກຮົບປະຕິວັດທີ່ກ້າແກ່ນ ເປັນໜຶ່ງໃນຜູ້ນຳທີ່ດີເດັ່ນ ແລະເຄົາ ລົບຮັກຂອງປະຊາຊົນລາວບັນດາ ເຜົ່າ, ເປັນວີລະບູລຸດຜູ້ໜຶ່ງທີ່ມີນ້ຳ ໃຈຮັກຊາດຮັກແພງປະຊາຊົນລາວຢ່າງສຸດຊຶ້ງ, ຍອມເສຍສະຫຼະສ່ວນຕົວເພື່ອຜົນປະໂຫຍດ ສ່ວນລວມທ່ານແມ່ນຜູ້ນໍາທີ່ເປັນ ແບບຢ່າງອັນດີງາມທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດຮັກຫອມ ແລະທັງເປັນຜູ້ບັນຊາການບັ້ນຮົບປ້ອງກັນຕົວເມືອງທ່າແຂກໃນປີ 1946.
     ໃນໂອກາດນີ້ເຈົ້າແຂວງໆຄຳມ່ວນພ້ອມຫຼານນ້ອຍເຍົາວະຊົນຍັງໄດ້ປູກຕົ້ນໄມ້ບໍລິເວນອ້ອມຮອບອະນຸສາວະລີ ເພື່ອເປັນການເພີ່ມພື້ນທີ່ສີຂຽວໃນເຂດດັ່ງກ່າວໃຫ້ມີຄວາມຮົມເຢັນ ແລະສວຍງາມ.



ທີ່ມາ ເສດຖະກິດ ສັງຄົມ
Ad