Top Ad

header ads

ປະຊາຊົນພົບເຫັນປາປະຫຼາດໜ້າເປັນຕາຢ້ານ ອາດຄາດວ່າເປັນປາກາຍສາຍພັນ



ນີ້ມັນເປັນປາທີ່ແປກປະຫຼາດທີ່ພົບເຫັນໄດ້ຍາກ ແຂ້ວຂອງມັນແຫຼມຄົມຄາຍຄືກັບ ປີຣັນຍາ ແຕ່ຊ້ວງລຳໂຕຂອງມັນຄ້າຍຄືກັບປາໄຫຼຍັງສະຫຼຸບບໍ່ໄດ້ວ່າເປັນປາປະຫຼາດມັນອາດຈະເປັນປາທີ່ກາຍສາຍພັນ
ກຸ່ມນັກຕຶກປາຄົນລັດເຊຍ ພວກເຂົາພາກັນຕົກໃຈຫຼາຍ ເມື່ອຈັບປາກາຍສາຍພັນມາໄດ້ໂຕຂອງມັນສີດຳແລະເປັນຕາຢ້ານສິ່ງສຳຄັນຄືແຂ້ວຂອງມັນແຫຼມແບບດຽວກັນກັບປາ ປິຣັນຍາ ແຕ່ລຳໂຕຂອງມັນຍາວກ່ວາ 20 ເຊັນ ມີລັກສະນະຄ້າຍຄືກັບປາໄຫຼໂດຍຈາກການລາຍງານຂອງ ເວັບໄຊມິເຣີ ໃນວັນທີ 12 ກໍລະກົດ 2559 ລະບຸວ່າ ປາປະຫຼາດໂຕນີ້ຖຶກຈັບໄດ້ທີ່ແມ່ນໍ້າຄາມາ ສະຫາລັດອຸດມູຣ໌ ຕອນກາງຂອງລັດເຊຍ ໂດຍຊາຍໜຸ່ມໃນກຸ່ມທີ່ຈັບປາໄດ້ບອກວ່າ ລາວໃຊ້ຂີ້ກະເດືອນເປັນເຍື່ອປາແລ້ວຕຶກຕາມປົກກະຕິຈົນກະທັ້ງມີປາປະຫຼາດໂຕນີ້ຕິດເບັດຂຶ້ນມາຈາກແມ່ນ້ຳ ຕ່າງກໍ່ພາກັນຕົກໃຈ
ດ້ານກຸ່ມນັກຕຶກປາເຊື່ອວ່າ ປາໂຕນີ້ກໍ່ຈະກາຍພັນມາຈາກປາ Chinese sleeper (perccottus gleni) ຫຼືປາບຣູຈີນ ເຊິ່ງເປັນປານ້ຳຈຶດຊະໜິດໜຶ່ງທີ່ມີຕົ້ນກຳເນີດມາຈາກແມ່ນ້ຳ ອາມູຣ໌ ທາງຕາເວັນອອກຂອງທະວີບເອເຊຍເຊິ່ງມີລາຍງານທ້ອງຖີ່ນເຄີຍລະບຸໄວ້ວ່າ ປາສາຍພັນນີ້ເຄີຍເປັນທີ່ນິຍົມໃນຖານະສັດທ້ອງຖິ່ນຂອງຄົນລັດເຊຍ ໄດ້ມີການພົບເຫັນຄັ້ງທຳອິດໃນປີ 2483 ໂດຍລວມແລ້ວຈະຖຶກນຳໄປໂຊໃນ ພິພິຕະພັນ ໃນຄະນະທີ່ບາງສ່ວນກໍ່ມີປະຊາຊົນຈັບປາມາລ້ຽງ ກ່ອນຈະປ່ອຍມັນລົງແມ່ນ້ຳໄປພາຍຫຼັງ ຈາກທີ່ມັນໂຕໃຫຍ່ມັນກໍ່ສາມາດເຕີບໃຫຍ່ເອົາຊີວິດລອດໄດ້
ຢ່າງໃດກໍ່ຕາມ ຫຼາຍຄົນກໍ່ມີຄວາມເຫັນຄືກົງກັນຂ້າມກັບນັກຕຶກປາກຸ່ມນີ້ໂດຍບອກວ່າ ປາສາຍພັນນີ້ອາດຈະເປັນສາຍພັນຂອງ ປິຣັນຍາ ຊະນິດໜຶ່ງຫຼືບໍ່ກໍ່ອາດຈະເປັນປາກາຍສາຍພັນຈາກ ປາໄຫຼຍຸໂຣບ (Anguilla Anguilla) ໂດຍລວມແລ້ວຍັງບໍ່ມີຜູ້ຊ່ຽວຊານໃດອອກມາລະບຸວ່າແທ້ຈິງແລ້ວມັນເປັນປາແບບໃດ


ຂໍຂອບໃຈທີ່ມາ: Kapook.com 

Ad