ໜ່ວຍເຝົ້າລະວັງພະຍາດລະບາດຂອງກະຊວງສາທາລະນະສຸກລາຍງານວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້ນະຄອນ ຫຼວງວຽງຈັນມີຜູ້ຕິດເຊື້ອໄຂ້ເລືອດອອກ 148 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດໃນນັ້ນຫຼາຍກວ່າໝູ່ແມ່ນ: ເມືອງສີສັດຕະນາກມີ 36 ກໍລະນີ, ໄຊ ທານີ 33ກໍລະນີ, ໄຊເສດຖາ 26 ກໍລະນີ, ສີໂຄດຕະບອງ 23 ກໍລະນີ້, ຈັນທະບູລີ 11ກໍລະນີ, ຫາດຊາຍຟອງ 11 ກໍລະນີ, ນາຊາຍທອງ 7 ກໍລະນີ, ທຽບໃສ່ປີຜ່ານມາ ແມ່ນມີອັດຕາຜູ້ຕິດເຊື້ອໜ້ອຍກວ່າ, ທັງນີ້ກໍຍ້ອນຄວາມເອົາ ໃຈໃສ່ຂອງພາກສ່ວນກ່ຽວຂ້ອງກໍຄືອຳນາດການປົກຄອງເມືອງຕ່າງໆໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງ ກ່າວຢ່າງເອົາຈິງຈັງ, ໂດຍສະເພາະແມ່ນການທຳລາຍໜອມນ້ຳຍຸງລາຍ,ພົ້ນເດັ່ນແມ່ນຂະບວນການລ້ຽງ
ແລະ ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, ຊຶ່ງມີສ່ວນສຳຄັນທີ່ເຮັດໃຫ້ນະຄອນຫຼວງບໍ່ມີການລະບາດຂອງໄຂເລືອກອອກໃນປີນີ້, ຂະນະທີ່ຢູ່ທົ່ວປະເທດ, ມາຮອດປັດຈຸບັນມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 2300ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 9 ຄົນ, ຮ້າຍແຮງກວ່າຫມູ່ແມ່ນຢູ່ແຂວງຈຳປາສັກມີຜູ້ຕິດເຊື້ອຫຼາຍກວ່າ 1ພັນກວ່າກໍລະນີ ແລະ ເສຍຊີວິດ 7 ຄົນ, ບໍລິຄຳໄຊ 304 ກໍລະນີ, ເສຍຊີວິດ 1 ຄົນ, ຄຳມ່ວນ 221 ກໍລະນີ,ສະຫວັນນະເຂດ 125 ກໍລະ ນີ, ສາລະວັນ 96 ກໍລະນີ້, ເສຍຊີວິດ 1 ຄົນ, ເຊກອງ 80 ກໍລະນີ, ອັດຕະປີ 70ກໍລະນີ, ຫຼວງພະບາງ 77 ກໍລະນີ, ອຸດົມໄຊ 37 ກໍລະນີ, ຫຼວງນ້ຳທາ 20 ກໍລະນີ ແລະ ແຂວງວຽງຈັນ 20ກໍລະນີ,ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງຕ່າງກໍໄດ້ເອົາໃຈໃສ່ໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງຈະລະບາດຮ້າຍແຮງຂຶ້ນດັ່ງນັ້ນອຳນາດການປົກຄອງທ້ອງຖິ່ນຈົ່ງເອົາໃຈໃສ່ກຳຈັດແຫຼ່ງເພາະພັນຂອງຍຸງລາຍທີ່ເປັນພາຫະນຳເຊື້ອ, ແລະ ເປັນເຈົ້າການເຝົ້າລະວັງ,ປ້ອງກັນ ແລະ ສະກັດກັ້ນດ້ວຍການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, 4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ ແລະ ຖ້າຫາກທຸກຄົນປະຕິບັດຕາມຄຳຂວັນດັ່ງກ່າວຢ່າງເຂັ້ມງວດເຊື້ອວ່າເຮັດໃຫ້ພະຍາດດັ່ງກ່າວທີ່ພວມລະບາດຢູ່ໃນປັດຈຸບັນຫຼຸດຫຼ້ອຍຖອຍລົງ.ທີ່ມາ http://laophatthananews.blogspot.com/2016/08/140.html