Top Ad

header ads

ນາຍົກລັດຖະມົນຕີ ຮຽກຮ້ອງທຸກພາກສ່ວນ ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ທີ່ດີ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນຳແລະເນັ້ນຫນັກຕໍ່ປະຊຸມປຶກສາຫາເພື່ອກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ28, 29 ເມື່ອວັນສຸກຜ່ານມາ ໂດຍຮຽກຮ້ອຽໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນັບທັງພາກລັດ, ເອກະຊົນ ກໍ່ຄື ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເອົາໃສ່ ເປັນຕົ້ນ ໃຫ້ຮີບຮ້ອນແຕ່ງຕັ້ງບັນດາຄະນະກໍາມະການທີ່ໄດ້ຕົກລົງກັນຕື່ມ; ສໍາລັບງົບປະມານ ແມ່ນໃຫ້ຮີບຮອງສະໜອງໃຫ້ພຽງພໍກັບບັນດາວຽກງານ ໂດຍໃຫ້ສຸມໃສ່ວຽກງານໃດທີ່ມີຄວາມຈໍາເປັນຮີບດ່ວນທີ່ຕ້ອງໄດ້ປະຕິບັດກ່ອນ ແຕ່ຕ້ອງຢູ່ບົນຈິດໃຈປະຢັດມັດທະຍັດ ແລະ ສົມເຫດສົມຜົນ ຕາມທີ່ໄດ້ກໍານົດໃນແຜນການງົບປະມານ; ສໍາຄັນແມ່ນອໍານາດການປົກຄອງທຸກຂັ້ນ ນັບແຕ່ນີ້ໄປຕ້ອງເອົາໃຈໃສ່ປຸກລະດົມ ແລະ ສ້າງຂະບວນການ ໃຫ້ພະນັກງານ, ປະຊາຊົນ ເປັນເຈົ້າການໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາ ແລະ ການປະດັບປະດາຕ່າງໆ.
Ad