Top Ad

header ads

ທົ່ວປະ­ເທດ ມີຜູ້ຕິດ­ເຊື້ອພະ­ຍາດໄຂ້­ຍຸງລາຍເກືອບ 3 ພັນກໍ­ລະ­ນີ


ອີງຕາມຂໍ້ມູນຈາກຂະແໜງວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ນັບແຕ່ວັນທີ 27 ທັນວາ 2015 ຫາວັນທີ 22 ສິງຫາ 2016 ໄດ້ພົບກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດໃນທົ່ວປະເທດມີ 2.933 ກໍລະນີ ແລະ ເສຍຊີວິດ 9 ກໍ¬ລະນີ ໃນນັ້ນ ແຂວງຈຳປາສັກ 1.105 ກໍລະນີ ແລະ ເສຍຊີວິດ 7 ກໍລະນີ ແຂວງບໍລິຄຳໄຊ 413 ກໍລະນີ ເສຍຊີວິດ 1 ກໍລະນີ ແຂວງຄຳມ່ວນ 403 ກໍລະນີ ນະຄອນຫລວງວຽງຈັນ 210 ກໍລະນີ ແຂວງສະຫວັນນະເຂດ 232 ກໍ¬ລະນີ ແຂວງສາລະວັນ 139 ກໍລະນີ ເສຍຊີວິດ 1 ກໍລະນີ ແຂວງເຊກອງ 96 ກໍລະນີ ແຂວງຫຼວງພະບາງ 91 ກໍລະນີ ແຂວງອັດຕະປື 83 ກໍລະນີ ແຂວງອຸດົມໄຊ 65 ກໍລະນີ ແຂວງວຽງຈັນ 47 ກໍລະນີ ແຂວງຫຼວງນ້ຳທາ 22 ກໍລະນີ ແຂວງໄຊຍະບູລີ 13 ກໍລະນີ ແຂວງບໍ່ແກ້ວ 4 ກໍລະນີ ແຂວງໄຊສົມບູນ 3 ກໍລະນີ ແຂວງຊຽງຂວາງ 2 ກໍລະນີ ແຂວງຜົ້ງສາລີ 1 ກໍລະນີ ສ່ວນແຂວງຫົວພັນ ແມ່ນບໍ່ພົບຜູ້ຕິດເຊື້ອ.


ທີ່ມາ ສຳນັກຂ່າວສານປະເທດລາວ
Ad