Top Ad

header ads

ດ່ວນ! ຈັບໄດ້ແລ້ວ 4 ສາວລາວ ແກ້ງແມງມຸມ ຈນທ.ໃຊ້ເງິນສົດ 3 ລ້ານກວ່າຈະໄດ້ຕົວມາ!! ແຕ່ເມື່ອຮູ້ວ່າໃຜຄືຫົວໜ້າ ຈນທ.ເຖິງກັບຕະລືງທັນທີ!!


ເມື່ອເວລາ 15.00 ນາທີ. ວັນທີ່  22 ສິງຫາ ທີ່ກອງກໍາກັບການຕໍາຫຼວດຕະະເວນຊາຍແດນທີ່ 24 ຄ່າຍເສນີນະຍຸດ ຖ.ອຸດອນ-ສາກົນນະຄອນ ຕ.ໜອງບົວ ອ.ເມືອງ ຈ.ອຸດອນທານີ ພ.ຕ.ອ.ສົມບັດ ບຸຍໂສກາ ຜກກ.ຕຊດ.24, ພ.ຕ.ທ.ໄຊລັດ ອູ່ພິທັກ ຮອງ ຜກກ.ຕຊດ. ບຸນເລີດ ວິເສດຊາດ ຜບ.ຮ້ອຍ ຕຊດ. 24 ລ.ຕ.ອ. ເທີດສັກດີ ໂຄດສຣີວົງ ຫນ.ຊປສ.ກກ.ຊຕດ.24 ຮ່ວມກັນປະກາດຂ່າວການຈັບກຸມແກ້ງຄ້າຢາບ້າຂ້າມຊາດ ເປັນຍິງສາວຊາວລາວຈໍານວນ ຄົນ, ທີ່ລັກລອບນໍາຢາບ້າເຂົ້າມາຈໍາໜ່າຍເອງໂດຍບໍ່ຜ່ານກຸ່ມຄ້າຢາບ້າຄົນໄທ.
ຜູ້ຕ້ອງຫາປະກອບດ້ວຍ 1. ນາງແກ້ວມະນີ ຫຼື ແມງມຸມ ສີຫາລາດ ອາຍຸ 25 ປີ (ສາວທອມ) ເມືອງໄຊທານີ ແຂວງກໍາແພງນະຄອນຫຼວງວຽງຈັນ ປະເທດ ສປປ ລາວ,  2. ນາງມົນຕີ ຫຼື ມົນ ນ້ອຍສີສັກດາ ອາຍຸ 45 ປີ ທີ່ບ້ານນາບົ່ງ ເມືອງປາກງື່ມ ແຂວງກໍາແພງນະຄອນຫຼວງວຽງຈັນ, 3. ນາງບັງອອນ ຫຼື ນ້ອຍ ຂຸນດາວົງ ອາຍຸ 47 ປີ ບ້ານສາລາຄໍາໃຕ້ ເມືອງຫາຊາຍຟອງ ແຂວງກໍາແພງນະຄອນຫຼວງວຽງຈັນ ແລະ 4. ນາງຈອນ ອາຍຸ 53 ປີ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແຂວງກໍາແພງນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈໍານວນ13,585 ເມັດ, ເງິນສົດ ລ້ານບາດ ມືຖື ໄອໂຟນ ສີຂາວ ເຄື່ອງ ແລະ ມືຖືຫຍີ່ຫໍ້ຊັມຊູງ ເຄື່ອງ ແລະ ບັດຜ່ານແດນ ແລະ ໜັງສືເດີນທາງປະເທດ ສປປ ລາວ ມີຈໍານວນ 4ເຫຼັ້ມ. 
ພ.ຕ.ອ.ສົມບັດ ເປີດເຜີຍວ່າ ຈາກການສືບສວນສອບສວນມີແກ້ງຍິງສາວຊາວລາວນໍາຢາບ້າຂ້າມປະເທດເພື່ອນບ້ານ ເພື່ອນໍາມາຈໍາໜ່າຍໃນປະເທດໄທທີ່ ຈ.ອຸດອນທານີຫຼາຍຄັ້ງ ໂດຍແກັງມີຊື່ຮ້ອງກັນວ່າແກັງແມງມຸມ ມີສາວທອມເປັນຫົວໜ້າແກັງ ໂດຍຈະໃຫ້ສາວລາວອີກ 3 ຄົນເປັນຄົນເຂົ້າມາຕິດຕໍ່ກັບພໍ່ຄ້າຢາບ້າຊາວໄທ ແລະ ກວດສອບເງິນຊື້ຂາຍເມື່ອໄດ້ເງິນແລ້ວຈະແຈ້ງໃຫ້ທາງນາງແມງມຸມ ສາວທອມ ເອົາຢາບ້າມາສົ່ງໃຫ້ທັນທີ ຈຶ່ງສັ່ງການໃຫ້ ພ.ຕ.ດ. ບຸນເລີດ ວິເສດຊາດ ຜບ.ຮ້ອຍ ຕຊດ. 24, ລ.ຕ.ອ ເທີດສັກດີ ໂຄດສຣີວົງ ຫນ. ຊປສ.ກກ.ຕຊດ.24, ລຕທ. ຈີສັກດີ ຄໍາວະເມດ ຜບ.ມວ ແລະ ກໍາລັງຈໍານວນໜຶ່ງສືບສວນຈັບກຸມມາດໍາເນີນຄະດີໄດ້ທັງແກັງ.
ລ.ຕ.ທ.ເທີດສັກດີ ກ່າວວ່າ ຫຼັງຈາກສາຍລັບນັດໝາຍຂໍຊື້ຢາບ້າຈາກກຸມແກັງແມງມຸມ ກໍ່ໄດ້ມີການນັດໝາຍພົບກັນທີ່ສູນການຄ້າຊື່ດັງແຫ່ງໜຶ່ງໃນໃຈກາງເມືອງ ກ່ອນຈະນັດພົບກັນອີກເພື່ອຂໍເບິ່ງເງິນຊື້ຈໍານວນຢາບ້າ ລ້ານບາດ ໂດຍເຈົ້າໜ້າທີ ແລະ ສາຍລັບຈັບໄດ້ຜູ້ຕ້ອງຫາ ມີນາງມົນຕີ, ນາງບັງອອນ ແລະ ນາງຈອນ. ທີ່ເປີດຫ້ອງພັກໝາຍເລກ ສຳລຽງຣິສອດ ທັງ ຄົນຂໍເບິ່ງເງິນສົດ 3 ລ້ານບາດເມື່ອເຫັນເງິນຈໍານວນດັ່ງກ່າວແລ້ວ ທັງສາມຄົນຈຶ່ງໄດ້ໂທແຈ້ງໄປຍັງນາງແມງມຸມ ສາວທອມໃຫ້ນໍາຢາບ້າມາສົ່ງໃຫ້ທີ່ ລໍາລຽງຣິສອດ ໂດຍເຈົ້າໜ້າທີ່ຕໍາຫຼວດທີ່ດັກຊຸມຢູ່ໄດ້ສະແດງຕົວເຂົ້າມາຈັບກຸມໄວ້ທັງ ຄົນ, ຍຶດຢາບ້າ 13,585 ເມັດ.ຍຶດເງິນລໍ່ຊື້ໄວ້ຄົບ ລ້ານບາດ, ໂທລະສັບມືຖື ເຄື່ອງ.

ຈາກການສອບສວນນາງແມງມຸມ ໃຫ້ການສໍາພາບວ່າ ໄດ້່ຮ່ວມກັນກັບພວກເຂົາ 4 ຄົນເອົາຢາມາຈາກປະເທດລາວເພື່ອມາຂາຍໃຫ້ກັບຄົນໄທດົນມາແລ້ວ ໂດຍຄັ້ງນີ້ໄດ້ສັ່ງຢາບ້າມາຈໍານວນ 20 ມັດ ຫຼື ໝື່ນເມັດ, ຕົກລົງລາຄາກັນທີ່ ລ້ານບາດ ແຕ່ວັນນີ້ຢາບ້າຂາຍໄດ້ດີໝົດກ່ອນເລີຍນໍາມາພຽງ ມັດ, ລາຄາປະມານ 1 ລ້ານບາດ, ເມື່ອໄດ້ເງິນສົດແລ້ວພວກເຮົາຈະກັບປະເທດ ເມື່ອມີລູກຄ້າສັ່ງຊື້ອີກກໍ່ຈະນໍາຂ້າມມາທາງເຮືອຫາງຍາວ ຂຶ້ນທ່າທີ່ ອ.ສັງຄົມ ຈ.ໜອງຄາຍ ເຮັດແບບນີ້ມາຫຼາຍຄັ້ງແລ້ວຈົນຮອດຖືກຈັບໄດ້ ຈາກນັ້ນຈຶ່ງຄຸມຕົວ ຜູ້ຕ້ອງຫາທັງ  ຄົນ, ພ້ອມຂອງກາງຢາບ້າ 13,585  ເມັດ, ເງິນລໍ່ຊື້ ລ້ານບາດ ແລະ ໂທລະສັບມືຖື ເຄື່ອງ ທີ່ສົ່ງມອບໃຫ້ພະນັກງານສອບສວນ ສກ.ເມືອງອຸດອນທານີ ດໍາເນີນຄະດີຕາມກົດກັນຕໍ່ໄປ.

ທີ່ມາແຫຼ່ງຂ່າວ: SarakNews

Ad