Top Ad

header ads

ໂຈນລັກຊັບຈົນມຸມໄປບໍ່ລອດ!! ຖືກຈັບຕົວໄດ້ໃນ 4 ວັນ



  ໃນ​ນັ້ນ​ການ​ລັກ​ຊັບ​ຂອງ​ຄົນ​ອື່ນ​ມາ​ເປັນ ຂອງ​ຕົນ​ເອງ​ໂດຍ​ບໍ່​ຊອບ​ທຳ​ທັງ​ສ້າງ ຄວາມ​ຫຍຸ້ງ­ຍາກ​ຊັບ​ສົນ​ໃຫ້​ແກ່​ເຈົ້າ​ໜ້າທີ່​ມັນ​ໄດ້​ກາຍ­ເປັນ​ບັນ­ຫາ​ປາ­ກົດ­ການ ຫຍໍ້­ທໍ້​ໜຶ່ງ​ພວກ​ເຮົາ​ໝົດ​ທຸກ​ຄົນ​ຕ້ອງ​ໄດ້ພ້ອມ​ກັນ​ແກ້​ໄຂ​ໂດຍ​ດ່ວນ​ຄື​ດັ່ງ​ຄະ­ດີ​ລັກ ຊັບ​ພົນ­ລະ­ເມືອງ​ລາຍ​ນີ​ີ້: ທ້າວ ທຸງ​ປະ­ສິດ ອາ­ຍຸ 24 ປີ ວ່າງ​ງານ​ຢູ່​ບ້ານ​ໂພ​ສີ ເມືອງ ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ ເຈົ້າ​ໜ້າ­ທີ່ ປກສ ແຂວງ​ວຽງ​ຈັນ ກັກ​ຕົວ ມາ​ດຳ­ເນີນ​ຄະ­ດີ​ໃນ​ຄັ້ງ​ວັນ​ທີ 3 ພຶດ­ສະ­ພາ 2016 ຜ່ານ​ມາ​ໃນ​ຂໍ້​ຫາ​ລັກ​ຊັບ​ຂອງ​ພົນ ລະ​ເມືອງ ປະ­ເພດ​ລົດ­ຈັກ​ມາ​ທຳ​ການ​ສືບ ສວນ-ສອບ​ສວນ.
    ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ທ້າວ ທຸງ​ປະ­ສິດ ໄດ້​ໃຫ້­ການ ວ່າ: ໃນ​ເບື້ອງ​ຕົ້ນ​ເວ­ລາ​ປະ­ມານ 12:00 ໂມງ ຂອງ​ວັນ​ທີ 29 ເມ­ສາ 2016 ຕົນເອງ​ໄດ້​ໄປ​ກິນ​ຕຳ​ໝີ່ ແລະ​ດື່ມ​ເບຍ​ຢູ່​ຮ້ານ ທ້າວ ສີ​ສົມ​ພອນ ບ້ານ​ດົງ​ຄຳ​ຊ້າງ ເມືອງ ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຕົນ​ເອງ​ໄດ້​ຊວນ​ທ້າວ ສີ​ສົມ​ພອນ ດື່ມ​ເບຍ ນຳ​ເວ­ລາ​ນັ້ນ​ຕົນ​ເອງ​ໄດ້​ລົມ​ກັບ​ທ້າວ ສີ ສົມ​ພອນ ດ້ວຍ​ຄວາມ​ສະ­ໜິດ­ສະ­ໜົມ ໂດຍ​ອ້າງ​ວ່າ​ຕົນ​ເອງ​ເປັນ​ເຈົ້າ​ໜ້າ­ທີ່​ຢູ່ ບ້ານ​ດອນ​ກອຍ ເມືອງ​ສີ​ສັດ­ຕະ​ນາກ ນະ    ຄອນ​ຫຼວງ​ວຽງ​ຈັນ ທ້າວ ສີ​ສົມ​ພອນ ຈິ່ງ ນັ່ງ​ດື່ມ​ເບຍ​ນຳ​ຈົນ​ຮອດ​ເວ­ລາ​ປະ­ມານ 19:00 ໂມງ ຫຼັງ​ຈາກ​ນັ້ນ​ທ້າວ ສີ​ສົມ ພອນ ໄດ້​ອອກ​ໄປ​ຊື້​ເບຍ​ມາ​ໄວ້​ຂາຍ​ຈຳ ນວນ 4 ລັງ ຕົນ​ເອງ​ຈິ່ງ​ຂໍ​ໄປ​ນຳ ເມື່ອ​ຊື້ເບຍ​ມາ​ແລ້ວ​ກໍ​ກັບ​ມາ​ນັ່ງ​ດື່ມ​ເບຍ​ຕໍ່​ໝົດ ປະ­ມານ 25 ແກ້ວ ຮອດ​ເວ­ລາ​ປະ­ມານ 20:00 ໂມງ ທ້າວ ສີ​ສົມ​ພອນ ໄດ້​ອອກ ໄປ​ຊື້​ບັດ​ເຕີມ​ເງິນ​ອີກ​ຕົນ​ເອງ​ໄດ້​ຂໍ​ໄປ​ນຳ ພ້ອມ​ທັງ​ຂັບ​ລົດ​ໃຫ້ ເມື່ອ​ໄປ​ຮອດ​ໜ້າ ຮ້ານ​ຂາຍ­ເຄື່ອງ ທ້າວ ສີ​ສົມ​ພອນ ໄດ້​ລົງລົດ​ໄປ​ຊື້​ບັດ​ເຕີມ​ເງິນ​ຕົນ​ເອງ​ຈິ່ງ​ສວຍ​ໂອ ກາດ​ຂັບ​ລົດ­ຈັກ​ເວບ 100 ສີ­ແດງ​ດຳ​ໜີ ໄປ​ທາງ​ບ້ານ​ໜອງ​ໄຮ ເມືອງ​ຫາດ​ຊາຍ ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ແລ້ວ​ຂັບ ລົດ​ຄັນ​ດັ່ງ­ກ່າວ​ໄປ​ໄວ້​ຢູ່​ເຮືອນ​ຕົນ​ເອງ​ຢູ່ ບ້ານ​ໂພ​ສີ ເມືອງ​ນາ​ຊາຍ​ທອງ ນະ­ຄອນ ຫຼວງ​ວຽງ​ຈັນ ມາ​ຮອດ​ວັນ​ທີ 3 ພຶດ­ສະ­ພາ 2016  ຕົນ​ເອງ​ໄດ້​ຂັບ​ລົດ­ຈັກ​ຄັນ​ທີ່​ລັກ ມາ​ນັ້ນ​ໄປ​ກິນ​ອາ­ຫານ ແລະ​ດື່ມ​ເບຍ​ກັບ ໝູ່ 1 ຄົນ ຢູ່​ຮ້ານ​ອາ­ຫານ​ດອກ​ຊ້ອນ​ທີ່​ບ້ານນາ​ເລົາ ເມືອງ​ໂພນ​ໂຮງ​ແຂວງ​ວຽງ​ຈັນ ເມື່ອ​ຮອດ​ເວ­ລາ 14:00 ໂມງ​ຕົນ​ເອງ​ໄດ້ ບອກ​ເຈົ້າ​ຂອງ​ຮ້ານ​ຂຽນ​ບິນ​ໃຫ້​ລວມ ເປັນ​ເງິນ 520.000 ກີບ ແຕ່​ບໍ່​ມີ​ເງິນ ຈ່າຍ​ຈິ່ງ​ເອົາ​ລົດ­ຈັກ​ຄັນ​ດັ່ງ­ກ່າວ​ຈຳ​ໄວ້ກ່ອນ​ມີ​ເງິນ​ແລ້ວ​ຈິ່ງ​ຈະ​ມາ​ໄຖ່​ເອົາ​ຄືນຈາກ​ນັ້ນ​ນາງ ສີ­ສະ​ຫວັດ ເຈົ້າ​ຂອງ​ຮ້ານ ດອກ​ອັນ​ຊັນ​ແນມ​ເຫັນ ທ້າວ ທຸງ​ປະ­ສິດ ຈິ່ງ​ຍ່າງ​ມາ​ຫາ​ເຈົ້າ​ຂອງ​ຮ້ານ​ດອກ​ຊ້ອນ ແລ້ວ​ເວົ້າ​ກັບ​ເຈົ້າ​ຂອງ​ຮ້ານ​ດອກ​ຊ້ອນ ວ່າ​ຜູ້​ນີ້​ລະ​ໄປ​ຕິດ​ໜີ້​ຢູ່​ຮ້ານ​ຂ້ອຍ 350.000 ກີບ ແລ້ວ​ເອົາ​ໂທລະ­ສັບ​ຈຳ ຈາກ​ນັ້ນ​ລາວ​ກໍ​ມາ​ຖາມ​ເອົາ​ໂທລະ­ສັບ​ວ່າ​ຊິ​ໂທ​ຫາ​ເອື້ອຍ​ເອົາ​ເງິນ​ມາ​ຈ່າຍ​ໃຫ້    ຈາກ​ນັນ​ກໍ່​ເອົາ​ໂທລະ­ສັບ​ໜີ​ໄປ​ເລີຍ​ເມື່ອ ເປັນ​ເຊັ່ນ​ນັ້ນ​ຈຶ່ງ​ໄດ້​ໂທລະ­ສັບ​ຫາ​ເຈົ້າ​ໜ້າ ທີ່​ມາ​ຈັບ​ຕົວ​ທ້າວ ທຸງ​ປະ­ສິດ ໄປ​ດຳ­ເນີນ ຄະ­ດີ​ຈົນ​ເຖິງ​ປະ­ຈຸ​ບັນ.
     ຜ່ານ​ການ​ສັງ­ເກດ​ຕີ​ລາ­ຄາ​ຂອງ​ເຈົ້າ ໜ້າ­ທີ່​ເຫັນ​ວ່າ ທ້າວ ທຸງ​ປະ­ສິດ ແມ່ນ​ມີ ເຈ­ຕະ­ນາ ລັກ​ລົດ­ຈັກ​ເວບ 100 ສີ­ແດງ ດຳ ໝາຍ​ເລກ​ທະ­ບຽນ ຍຫ 9488 ກຳ ແພງ​ນະ­ຄອນ ຂອງ​ທ້າວ ສີ​ສົມ​ພອນ ແທ້ ແລະ​ຜູ້­ກ່ຽວ​ຍັງ​ເຄີຍ​ຖືກ​ໂທດ​ມາ​ແລ້ວ 2 ຄັ້ງ​ຢູ່​ທີ່​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ປກສ ແຂວງ​ວຽງ​ຈັນ ໃນ​ຂໍ້​ຫາ​ລັກ​ຊັບ​ຂອງ​ພົນ ລະ​ເມືອງ​ການ​ກະ­ທຳ​ຂອງ​ຜູ້­ກ່ຽວ​ແມ່ນ ຜິດ​ຕໍ່​ກົດ­ໝາຍ​ອາ­ຍາ​ໃນ​ມາດ­ຕາ 119 ແຫ່ງ​ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ​ປະ ຊາ​ຊົນ​ລາວ ປະ­ຈຸ​ບັນ​ເຈົ້າ​ໜ້າ­ທີ່​ໄດ້​ເກັບ​ກູ້ ລົດ­ຈັກ​ຄັນ​ດັ່ງ­ກ່າວ​ມາ​ຮັກ­ສາ​ໄວ້ ແລະ​ໄດ້ມອບ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ​ໃນ​ທ້າຍ ອາ­ທິດ​ຜ່ານ​ມາ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ໃຫ້​ກຽດ​ກ່າວ​ມອບ​ໂດຍ​ທ່ານ ພັຕ ພູ­ທອນ  ກົງ​ມະ­ນີ ຮອງ​ພະ​ແນກ​ສືບ­ສວນ-ສອບ ສວນ ປກສ ແຂວງ​ວຽງ​ຈັນ ແລະ​ຕາງ ໜ້າ​ຮັບ​ແມ່ນ ທ້າວ ສີ​ສົມ​ພອນ ໂດຍ​ຊ້ອງ ໜ້າ​ພະ­ນັກ­ງານ​ຈຳ­ນວນ​ໜຶ່ງ.
ແຫຼ່ງຂ່າວ: ໜັງສືພິມເສດຖະກິດສັງຄົມ
Ad