Top Ad

header ads

4 ໂລກຮ້າຍ ຮັກສາໄດ້ດ້ວຍໝາກແຄ້ງ

 ໝາກແຄ້ງໃຊ້ເປັນປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ແກງຂຽວຫວານ, ເອາະ ຫຼື ນຳໄປເປັນແຈ່ວກໍ່ໄດ້ ບໍ່ວ່າຈະເປັນແຈ່ວກະປິ, ແຈ່ວແມງດາ ແລະແຈ່ວກຸ້ງ ນອກຈາກຄວາມແຊບແລ້ວຍັງມີສັບພະຄຸນສາມາດຕ້ານໂລກຕ່າງໆໄດ້.

- ໂລກເບົາຫວານ: ມີການ ສຶກສາວິໄຈວ່າ ເຄື່ອງດື່ມນໍ້າໝາກ ແຄ້ງສາມາດຫຼຸດລະດັບອະນຸມູນອິດສະຫຼະໃນເລືອດໜູທີ່ເປັນໂລກ ເບົາຫວານໄດ້ເຮັດໃຫ້ໄຂມັນບໍ່ດີ ແລະລະດັບນໍ້າຕານໃນເລືອດຫຼຸດລົງ.
- ໂລກຄວາມດັນເລືອດສູງ ແລະບັນຫາເກດເລືອດ: ງານວິໄຈໃນກາເມີຣູນພົບວ່າ ເມື່ອນຳໝາກແຄ້ງປະສົມເຫຼົ້າກໍຮໍມາ ທົດລອງກັບໜູປາກົດວ່າອັດຕາການເຕັ້ນຂອງຫົວໃຈ ແລະຄວາມ ດັນເລືອດຫຼຸດລົງ ພ້ອມທັງຍັງສາມາດຢຸດການລວມຕົວຂອງເກັດ ເລືອດດ້ວຍ.
- ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ: ໃນປີ 2008 ມີ ງານວິໄຈໝາກໄມ້ 11 ຊະນິດ ໃນປະເທດໄທມາສະກັດຫາສານຕ້ານອະນຸມູນອິດສະຫຼະຜົນປາ ກົດວ່າ ໝາກແຄັງມີສານຕ້ານອະນຸມູນອິດສະຫຼະຫຼາຍທີ່ສຸດໃນບັນດາໝາກແຄ້ງທຸກຊະນິດ.
- ແຜໃນກະເພາະອາຫານ: ໃນປີ 2008 ກຸ່ມນັກວິໄຈປະເທດ ກາເມີຣູນພົບວ່າ ໝາກແຄັງສາມາດຕ້ານການເກີດແຜໃນກະເພາະ ອາຫານໄດ້ເພາະໃນໝາກແຄ້ງມີສານກຸ່ມຟລາໂວນອຍ ແລະໄທເທີພີນ ຊຶ່ງມີລິດຕ້ານການເກີດແຜໃນກະເພາະອາຫານຈາກແອວກໍຮໍຫຼື ຄວາມຄຽດໄດ້.


Ad