Top Ad

header ads

5ເຫດການອຸບັດຕິເຫດສຸດໂຫດ ຄົນທີ່ແຂງແຮງເທົ່ານັ້ນຈຶ່ງຈະມີສິດລອດ



ເລື່ອງລາວອຸບັດຕິເຫດທີ່ເກີດຂຶ້ນໃນຫຼາຍສະຖານທີ່, ມັນກໍ່ຈະມີຄົນທີ່ມີຊີວິດແລະບາງເຫດການກໍ່ເສຍຊີວິດ ທັງນີ້ມັນເກີດຂຶ້ນກັບຄວາມຮຸນແຮງຂອງແຕ່ລະອຸປະຕິເຫດ ມື້ນີ້ເຮົາຈະພາມາເບິ່ງ 5 ເຫດການທີ່ສຸດໂຫດຄົນທີ່ແຂງແຮງເທົ່ານັ້ນຈຶ່ງຈະມີສິດລອດ
1.ນັກຂຸດຄອງຊິລີ
ໃນເດືອນຕຸລາຄົມ ຄສ 2010 ຄົນງານຂຸດຄອງເໝືອງ 33 ຄົນ ຕິດຢູ່ໃນຄອງເໝືອງທີ່ເລິກ 2,300 ຟຸດ ຢູ່ລຸມທະເລຊາຍ Atacama ທາງຕອນເໜືອຂອງປະເທດຊິລີເປັນເວລາ 69 ມື້ ພວກເຂົາຂາດການຕິດຕໍ່ຈາກໂລກພາຍນອກເຖິງ 17 ມື້ ກ່ອນໜ່ວຍກູ້ໄພຈະເຂົ້າມາຊ່ວຍເຫຼືອ ທັງໝົດປະທັງຊີວິດດ້ວຍສະບຽງທີ່ພົກພາຕິດໂຕແບບນົມ ປາທູນ້າກະປ໋ອງແລະຂະໜົມອົມ
ຫຼັງຈາກທີ່ໜ່ວຍກູ້ໄພໄດ້ເຂົ້າມາຊ່ວຍເຫຼື ກູ້ໄພໄດ້ສົ່ງສະບຽນອາຫານໃຫ້ກັບຄົນງານທີ່ຕິດຢູ່ໃນຄອງເໝືອງຈົນໃນທີ່ສຸດພວກເຂົາກໍ່ມີຊີວິດລອດອອກມາໄດ້ຖາມກາງຜູ້ຄົນທີ່ລໍຖ້າໃຫ້ກຳລັງໃຈ


2.ນັກປິນເຂົາ
ໃນເດືອນພຶດສະພາ ຄສ 2003 ອາລອນ ລັຣສຕັນ ນັກປິນເຂົາຢູ່ໃນຂອບເຫວໃນຫຸບເຂົາໜ່ວຍໜຶ່ງທີ່ລັດ ຢູທາ ມືຂວາຂອງລາວຖຶກກ້ອນຫີນຕົກໃສ່ ດ້ວຍຄວາມສູງເໜືອຈາກພື້ນດິນຈາກຈຸດທີ່ລາວຕິດຢູ່ແມ່ນ 65 ຟຸດ ເຊິ່ງລາວຕິດຢູ່ໃນຂອບເຫວແບບນີ້ເປັນເວລາ 5 ມື້ ໂດຍໄດ້ກິນນ້ຳພຽງໜ້ອຍດຽວເພື່ອປະທັງຊີວິດ ໃນຕອນນັ້ນ ອາລອນໄດ້ອັດວິດີໂອທີ່ກຽມສັ່ງເສຍຄອບຄົວຈົນກະທັງລາວຄິດໄດ້ວ່າຖ້າຫາກລາວຕັດແຂນທີ່ຕິດຢູ່ກັບກ້ອນຫີນລາວຈະສາມາດປິນຂຶ້ນໄປໄດ້
ດັ່ງນັ້ນລາວຈຶ່ງຕັດແຂນດ້ວຍມິດພັບແບບສົດໆໂດຍທີ່ລາວບໍ່ໄດ້ອາໃສຢາຊາຫຼືຢາສະຫຼົບ ແລະລາວກໍ່ປິນເຂົາຂຶ້ນມາແລະຂີ່ລົດຖີບເພື່ອມາຂໍຄວາມຊ່ວຍເຫຼືອຈາກໜ່ວຍກູ້ໄພ ຫຼັງຈາກນັ້ນເລື່ອງຂອງລາວກໍ່ໄດ້ຖຶກນຳມາສ້າງເປັນພາກພະຍົນເລື້ອງ 127 Hour ທີ່ສ້າງຄວາມສົນໃຈໃຫ້ກັບຄົນທີ່ມາເບິ່ງໃນໂລກ

3.ທິມລັກບີ້
ໃນເດືອນຕຸລາຄົມ ຄສ 1972 ເຄື່ອງບິນໂດຍສານຂອງທິມລັກບີ້ນັກສຶກສາຊາວອຸລຸກໄວໄດ້ຕົກຈາກເຂົາແອນດິສ ທີ່ມີຄວາມສູງຈາກລະດັບນ້ຳທະເລ 11,800 ຟຸດ ຫຼາຍໆຄົນໃນທິມເສຍຊີວິດຈາກຄວາມໜາວແລະຄວາມອົດຢາກ
ແຕ່ຢ່າງໃດກໍ່ຕາມທິມທີ່ຍັງເຫຼືອຢູ່ກໍ່ຍັງບໍ່ຍອມແພ້ ບາງສ່ວນຕັດສິນໃຈປາດຊີ້ນໝູ່ທີ່ໄດ້ເສຍຊີວິດໄປ ຈົນກະທັງໜ່ວຍກູ້ໄພໄດ້ເຂົ້າມາຊ່ວຍເຫຼືອພວກເຂົາໄດ້ ຈາກ 45 ຊີວິດເຫຼືອພຽງ 16 ຊີວິດ ແລະນັກກູ້ໄພໄດ້ນຳໄປສ້າງເປັນໜັງເລື້ອງ Alive ອີກດ້ວຍ



4.ຄົນທີ່ມີຊີວິດລອດຈາກປ່າອາເມຊອນ
ໃນເດືອນເມສາ ຄສ 2007 ລ໋ອກ ປິໂຍລິດ ແລະ ກຸຍເຮີມ ເນຣັດ ສອງນັກທ່ຽວຊົມປ່າຄົນຝະຣັງເສດຕິດຢູ່ໃຈກາງປ່າອາເມຊອນທີ່ຕິດກັບຊາຍແດນປະເທດບຣາຊິວແລະເວເນຊູເອລ່າ 7 ອາທິດ ພວກເຂົາໄດ້ປະຄອງຊີວິດດ້ວຍການກິນແມງມູມ, ກົບແລະຂີ້ເຂັບຈົນກະທັງນັກກູ້ໄພເຂົ້າມາຊ່ວຍເຫຼືອໄດ້ສຳເລັດ


5.ແມ່ຕູ້ທີ່ເຂັມແຂງ
ໃນເດືອນກໍລະກົດ ຄສ 2009 ໃນລະຫວ່າງການທີ່ລາວໄດ້ເດີນທີ່ກັບສາມີລາວ ແລະກຸ່ມນັກເດີນທາງໄກ ແມ່ຕູ້ເທເລຊາ ບໍຄັສ ອາຍຸ 62 ປີ ຄົນຝະຣັງເສດລາວຕົກລົງໄປໃນພູເຂົາທີ່ເລິກ 60 ຟຸດ ໄດ້ສົ່ງຜົນໃຫ້ແມ່ຕູ້ທີ່ຕິດຢູ່ໃນກາງປ່າໃນເຂດ Pyrenees ທີ່ດ້ອຍການພັດທະນາຂອງປະເທດສະເປນ ປະມານ 15 ມື້, ແລະແມ່ຕູ້ເທເລຊາກໍ່ມີຊີວິດລອດດ້ວຍການກິນ້ຳຝົນ, ກິນອາຫານປ່າແລະສະໜຸນໄພແລະໜ່ວຍກູ້ໄພກໍ່ເຂົ້າມາຊ່ວຍເຫຼືອໄດ້ສຳເລັດ



ຂໍຂອບໃຈຂໍ້ມູນຈາກ: Wtfintheworld.com
Ad