Top Ad

header ads

ນາຍົກເນັ້ນເອົາໃຈໃສ່ 7 ບັນຫາ ຕໍ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວານນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ເຊິ່ງມີບັນດາລັດຖະມົນຕີເສດຖະກິດອາຊຽນຈາກ 10 ປະເທດອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ ເຊິ່ງເປັນກຽດກ່າວເປີດກອງປະຊຸມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ໃນກອງປະຊຸມທ່ານນາຍົກ ໄດ້ເນັ້ນ 7ບັນຫາ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ເອົາໃຈໃສ່ຄື:
1, ຮັບປະກັນການຈັດຕັ້ງປະຕິບັດແຜນງານ 2025 ໃຫ້ປະກົດຜົນເປັນຈິງ ໂດຍມີການກຳນົດກົນໄກ, ແຜນວຽກລະອຽດ, ລະບົບການປະສານງານ ແລະ ການຕິດຕາມປະເມີນຜົນຢ່າງເປັນລະບົບ.
2, ສືບຕໍ່ສ້າງສິ່ງແວດລ້ອມທີ່ອຳນວຍໃຫ້ແກ່ການຄ້າ ແລະ ການດຳເນີນທຸລະກິດໃນອາຊຽນ ໂດຍສະເພາະແມ່ນຫຼຸດຜ່ອນ ແລະ ກ້າວໄປເຖິງລົບລ້າງບັນດາສິ່ງກີດຂວາງຕ່າງໆ ແນໃສ່ເພື່ອຮັບປະກັນເຮັດໃຫ້ການດຳເນີນທຸລະກິດໃນອາຊຽນມີຄວາມສະດວກ ແລະ ມີຕົ້ນທຶນຕ່ຳລົງ.
3, ຢຶດໝັ້ນຫຼັກການຄວາມເປັນເອກະສັນຂອງອາຊຽນ ແລະ ຮັບປະກັນເປັນໃຈກາງຂອງອາຊຽນ ຂອງການຮ່ວມມືດ້ານເສດຖະກິດ ກັບບັນດາຄູ່ເຈລະຈາອື່ນໆ.
4, ຮັບປະກັນການສ້າງຕັ້ງຜັນຂະຫຍາຍເນື້ອໃນຄຳຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາມເຂັ້ມແຂງຂອງອາຊຽນ” ໂດຍສະເພາະແມ່ນກາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 8 ແຜນງານບູລິມະສິດຂອງເສົາຄ້ຳເສດຖະກິດທີ່ຈະຖືກຮັບຮອງເອົາໃນກອງປະຊຸມສຸດຍອດຄັ້ງທີ 28 ໃນຕົ້ນເດືອນກັນຍາ 2016 ທີ່ຈະມາເຖິງນີ້.
5, ສືບຕໍ່ເອົາໃຈໃສ່ຢ່າງຈິງຈັງ ໃນການຮັດແຄບຄວາມແຕກໂຕນກັນ ດ້ານການພັດທະນາລະຫວ່າງອາຊຽນດ້ວຍກັນ ເພື່ອຮັບປະກັນໃຫ້ມີ ການພັດທະນາທີ່ສະເໝີພາບ ແລະ ເທົ່າທຽມກັນໃນອາຊຽນ.
6, ຮັບປະກັນຜົນປະໂຫຍດໃຫ້ແກ່ພາກທຸລະກິດຂອງອາຊຽນ ຈາກການເຂົ້າຮ່ວມເຂດການຄ້າເສລີ ລະຫວ່າງອາຊຽນ ແລະ ບັນດາຄູ່ເຈລະຈາ ໂດຍສະເພາະຄຳນຶງເຖິງຄວາມຮຽກຮ້ອງຕ້ອງການ ແລະ ຄວາມອາດສາມາດຕົວຈິງຂອງພາກທຸລະກິດ.
7, ຮັບປະກັນການເຂົ້າຮ່ວມຢ່າງຫ້າວຫັນ ແລະ ຢ່າງເປັນເຈົ້າການ ຂອງພາກທຸລະກິດ ໃນການຈັດຕັ້ງປະຕິບັດແຜນປະຊາຄົມເສດຖະກິດອາຊຽນ 2025.
(ຕິດຕາມລາຍລະອຽດໄດ້ໃນຫນັງສືພິມ ເສດຖະກິີດ-ການຄ້າ ສະບັບວັນທີ4 ສິງຫາ 2016)

ແຫຼ່ງຂ່າວ ເສດຖະກິດການຄ້າ
Ad