Top Ad

header ads

ມາເບິ່ງ ລົດປະຈຳຕຳແຫນ່ງ ທ່ານ ໂອບາມ່າ The beast (ຊື່ລົດ) ທີ່ຈະມາແລ່ນໃນ ສປປ ລາວ

ຄວາມຮູ້ ລົດປະຈຳຕຳແຫນ່ງ ທ່ານ ໂອບາມ່າ 
The beast (ຊື່ລົດ)
ລາຄາ ບໍ່ແນ່ໃຈເລີຍບໍ່ໃສ່ດີກວ່າ55555
ຈັກ 6,5ລິດ ກາຊວນ , ຄວາມໄວ100km/ຊົ່ວໂມງ , ກິນນໍ້າມັນ3.4km/ລິດ, ລົດຄັນນີ້ມີນໍ້າຫນັກ 8000kg , ໂຕຖັງເຮັດດ້ວຍ ເຫລັກ, ອາລູມິນຽມ, ໄທທານຽມ ແລະ ເຊລາມິກ ເພື່ອປ້ອງກັນການໂຈມຕີຮ້າຍແຮງລະດັບອາວຸດສົງຄາມ, ແວ່ນລົດທັງຫມົດເປັນແວ່ນກັນລູກປືນ100% ຄວາມຫນາ 5ນີ້ວ ສາມາດປ້ອງກັນລູກປືນໄດ້ທຸກຊະນິດ ໂດຍຜ່ານການກວດສອບລະດັບມາດຕະຖານໂລກ ແລະ ຫລາຍສະຖາບັນລະດັບໂລກ.


ຄົນຂັບລົດ ຂອງທ່ານ ແມ່ນຜ່ານການຝຶກຝົນ ແລະ ທົບສອບໂດຍອົງການ US SS (United States secret of service) ທຸກຄົນ, ມີຄວາມສາມາດຮັບມືກັບເຫດອັນຮ້າຍແຮງ ແລະ ສາມາດຂັບຫລົບຫລີກອັນຕະລາຍໄດ້ໃນທຸກສະຖານະການ .

ປະຕູລົດມີຄວາມຫນາ 8 ນີ້ວ ມີນໍ້າຫນັກເທົ່າກັບປະຕູຍົນໂບອີ້ງ 757 , ສຳຫລັບເຄື່ອງປັບອາກາດ ເຖິງວ່າຈະເປັນອາວຸດເຄມີ ຫລື ອາວຸດຊີວະພາບກໍ່ບໍ່ສາມາດລອຍລອດເຂົ້າໄປໃນຫ້ອງໂດຍສານໄດ້ ໃນລົດຈະມີອຸປະກອນອຳນວຍຄວາມສະດວກຄົບເຊັ່ນ: ແລັບທ໋ອບແບບພັບເກັບມ້ຽນໄດ້, ອິນເຕີເນັດໄຮ້ສາຍຄວາມໄວສູງ, ໂທລະສັບເຊື່ອມຕໍ່ສັນຍານດາວທຽມ, ຖັງເຊື້ອເພີງ, ລົດຫຸ້ມດ້ວຍເກາະແລະໃຊ້ໂຟມພິເສດປ້ອງກັນການລະເບີດຈາກເຫດການຖືກໂຈມຕີໂດຍກົງ, ຢາງລົດຖືກອອກແບບໃຫ້ມີແກນກາງພື່ອປະຄອງໂຕເອງໄດ້ໃນເວລາຖືກຍິງ, ຖືກລະເບີດ ຫລື ຢຽບຕະປູ ກໍ່ສາມາດແລ່ນຕໍ່ໄດ້, ອຸປະກອນປ້ອງກັນໂຕອ້ອມລົດມີທັງກ້ອງເບິ່ງພາບຕອນຄໍ່າ, shot gun, ປືນຍິງແກ໋ດນໍ້າຕາ ແລະ ກ່ອງເລືອດສຳຫລັບທ່ານໂອບາມ່າໃນກໍລະນີບາດເຈັບແລະຈຳເປັນຕ້ອງຊ່ວຍຊີວິດທ່ານໂດຍດ່ວນ, ແຜ່ນເຫລັກຮອງກ້ອງລົດຫນາ5ນີ້ວປ້ອງກັນລະເບີດໃນກໍລະນີມີເຫດວາງລະເບີດຢູ່ກ້ອງລົດກໍ່ຈະສາມາດປ້ອງກັນຊີວິດທ່ານໄດ້, ກະໂປງຫລັງຂອງລົດມີລະບົບຊ່ວຍຊີວິດເຊັ່ນ: ຖັງOxygenສຳຮອງ ແລະ ລະບົບດັບເພີງອັດຕະໂນມັດ.
ເປັນລົດທີ່ສຸດຍອດດດດດດດດດດດດ👍🏻👍🏻👍🏻



  • ຜິດພາດອັນໃດກະຂໍອະໄພ
Ad