Top Ad

header ads

ແທ້ ຫຼື ບໍ່? ອາບນໍ້າຜິດວິທີ ສ່ຽງເສັ້ນເລືອດໃນສະໝອງແຕກໃນຫ້ອງນໍ້າ

   ມີການແຊຂໍ້ມູນໃນອິນເຕີເນັດວ່າ ຖ້າຫາກອາບນໍ້າໂດຍຖອກນໍ້າຈາກຫົວກ່ອນຈະສ່ຽງເສັ້ນເລືອດໃນສະໝອງແຕກເພາະການຖອກນໍ້າທີ່ຫົວຈະເຮັດໃຫ້ເລືອດໄຫຼວຽນຂຶ້ນໄປສູ່ສະໝອງຢ່າງວ່ອງໄວ
ຈົນເຮັດໃຫ້ເກີດອາການເສັ້ນເລືອດໃນສະໝອງແຕກ ໄດ້ແຕ່ຄວາມຈິງແລ້ວປັດໄຈສ່ຽງ ໃນການເກີດເສັ້ນເລືອດໃນສະໝອງແຕກບໍ່ກ່ຽວກັບການໄຫຼວຽນຂອງເລືອດໃນລັກສະນະແບບນີ້ເລີຍ ແລະການຖອກນໍ້າທີ່ຫົວກ່ອນກໍບໍ່ໄດ້ເຮັດໃຫ້ເລືອດໄຫຼວຽນວ່ອງໄວຢ່າງທີ່ເຮົາເວົ້າໄວ້ ເພາະອຸນຫະພູມຂອງນໍ້າທີ່ເຮົາ ໃຊ້ອາບມັນບໍ່ໄດ້ຮ້ອນ ຫຼື ເຢັນຫຼາຍ ແລະເຖິງຈະມີອຸນຫະພູມທີ່ເຢັນ ຫຼາຍ ຫຼື ຮ້ອນແທ້ໆ ກໍບໍ່ກ່ຽວກັບອາການເສັ້ນເລືອດໃນສະໝອງ ແຕກອີກເຊັ່ນກັນ.
ໂລກເສັ້ນເລືອດໃນສະໝອງ ແຕກມີສາເຫດມາຈາກຫຍັງ?
     ໂລກເສັ້ນເລືອດແຕກໃນສະໝອງມີສາເຫດມາຈາກຄວາມຜິດປົກກະຕິຂອງຫຼອດເລືອດໃນສະໝອງ ທີ່ເຮັດໃຫ້ສະໝອງຢູ່ໃນພາ ວະຂາດເລືອດ ໂດຍອາດເກີດຈາກການທີ່ຫຼອດເລືອດສະໝອງຕີບ ຫຼື ອຸດຕັນຈາກການທີ່ມີລີ່ມເລືອດຂະໜາດໃຫຍ່ ຫຼື ໄຂມັນທີ່ສະສົມ ເປັນເວລາດົນເຂົ້າໄປຂວາງການໄຫຼວຽນຂອງເລືອດທີ່ຈະເຂົ້າໄປລ້ຽງສະໝອງ.

Ad