Top Ad

header ads

ກອງປະຊຸມກະກຽມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນໄຂຂຶ້ນທີ່ນະຄອນຫລວງວຽງຈັນ




   ວັນທີ 1 ສິງຫານີ້ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມກະກຽມຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ (Preparatory SEOM Meeting), ຂຶ້ນທີ່ນະຄອນຫລວງວຽງຈັນເປັນເວລາ 1 ມື້ເຄິ່ງ,ໂດຍການເປັນປະທານຂອງທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນມີບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນຈາກ 10 ປະເທດເຂົ້າຮ່ວມ.
          ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອພິຈາລະນາບັນດາເອກກະສານສຳຄັນຕ່າງໆ ທີ່ຈະນຳສະເໜີເຂົ້າໃນວາລະຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ແລະ ກອງປະຊຸມອື່ນໆ ເປັນ ຕົ້ນບົດ
ລາຍງານຂອງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຕໍ່ກອງປະຊຸມສະພາເຂດການຄ້າເສລີອາ ຊຽນ (AFTA) ຄັ້ງທີ 30ກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໃໝ່ (CLMV), ກອງປະຊຸມລັດຖະມົນຕີລະຫວ່າງປະເທດແມ່ນ້ຳຂອງກັບຍີ່ປຸ່ນ ແລະ ກອງປະຊຸມພົບປະລະຫວ່າງລັດຖະມົນຕີເສດຖະກິດອາຊຽນກັບປະເທດຄູ່ຮ່ວມເຈລະຈາພ້ອມນີ້ ກອງປະຊຸມດັ່ງ ກ່າວ ຍັງຈະໄດ້ສຸມໃສ່ປຶກສາຫາລືເພື່ອກະກຽມເນື້ອໃນຂອງຫລາຍປະເດັນທີ່ສຳຄັນຕິດພັນກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍແຜນປະຕິບັດງານອາຊຽນ 2015ຊຶ່ງແມ່ນແຜນວຽກລະອຽດຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນແຜນງານປະຊາຄົມເສດຖະກິດອາຊຽນ 2025ໂດຍຈະໄດ້ສະຫລຸບສັງລວມ ແລະ ນຳສະເໜີປະເດັນເຫລົ່ານີ້ໃຫ້ກອງປະຊຸມລະດັບລັດຖະມົນຕີ ເພື່ອພິຈາ ລະນາຮັບຮອງເອົາ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດຕໍ່ໄປລັດຖະມົນຕີກະຊວງການຕ່າງປະ ເທດຈະຢ້ຽມຢາມ ສປ ຈີນ ລະຫວ່າງວັນທີ 2-4 ສິງຫານີ້

          ຕາມການແຈ້ງການຂອງກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງ ຕາມຄຳເຊີນຂອງທ່ານ ຫວາງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາຊົນຈີນທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 2-4 ສິງຫານີ້ເພື່ອເສີມຂະຫຍາຍສາຍພັນພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ກໍຄືຂອງສອງກະຊວງການຕ່າງປະເທດລາວ ແລະ ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.


ທີ່ມາ ລາວພັດທະນາ
Ad