Top Ad

header ads

ເກີດໄຟໄໝ້ສ້າງເກັບມ້ຽນເຄື່ອງບໍລິສັດຂົນສົ່ງດາວໃຈ ຢູ່ບ້ານດົງນາໂຊກເໜືອເສຍຫາຍເປັນຈຳນວນຫຼາຍ


 ເຊົ້າວັນທີ 2 ສິງຫານີ້ໄດ້ເກີດເຫດໄຟໄໝ້ສາງເກັບມ້ຽນເຄື່ອງຂອງບໍລິສັດຂົນສົ່ງດາວໃຈ (ບໍລິສັດເອກະຊົນ) ຕັ້ງຢູ່ບ້ານດົງນາໂຊກເໜືອ,ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນເປັນສາງຂະໜາດໃຫຍ່ກວ້າງປະມານ 25 x 50 ແມັດເສຍຫາຍເກືອບໝົດຫຼັງເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນອັດຄີໄພນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຫດດັ່ງກ່າວເກີດຂຶ້ນໃນເວລາປະມານ 5 ໂມງເຊົ້າຊຶ່ງພາຍຫຼັງໄດ້ຮັບແຈ້ງເຫດໜ່ວຍງານຂອງຕົນກໍໄດ້ຮີບຮ້ອນລະດົມກຳລັງພ້ອມລົດດັບເພີງ 6 ຄັນເພື່ອເຂົ້າມອດໄຟ ແລະ ໃຊ້ເວລາເກືອບ 2 ຊົ່ວໂມງຈຶ່ງສາມາດຄວມຄຸມໄຟໄດ້ສ່ວນສາເຫດໃນເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າອາດເກີດຈາກໄຟຟ້າລັດວົງຈອນເນື່ອງຈາກວ່າຈຸດເກີດປະກາຍໄຟແມ່ນຢູ່ບໍລິເວນກາງ
ສາງບວກັບເວລາທີ່ເກີດເຫດເປັນຕອນເຊົ້າສ່ວນສາເຫດທີ່ແທ້ຈຶ່ງແມ່ນເຈົ້າໜ້າທີ່ພວມເລັ່ງພິສູດຫາຄວາມຈິງ ແລະ ຈະລາຍງານໃຫ້ຮູ້ພາຍຫຼັງ.

          ອຳນວຍການສາງດັ່ງກ່າວໃຫ້ຮູ້ວ່າ: ສາງຂອງຕົນເປັນສາງເກັບມ້ຽນເຄື່ອງທົ່ວໄປຊຶ່ງປະ ກອບມີເຄື່ອງສິນຄ້າອຸປະໂພກ-ບໍລິພາກອຸປະກອນກໍ່ສ້າງເຄື່ອງໄຟຟ້າ ແລະ ລົດບັນທຸກ 6 ຄັນ, (ສາມາດເອົາອອກມາໄດ້ 2ຄັນ) ສ່ວນສິນຄ້າແມ່ນຖືກໄຟໄໝ້ເສຍຫາຍເກືອບທັງໝົດຊຶ່ງລາຍລະອຽດແມ່ນຈະຕ້ອງໄດ້ສະຫຼຸບເບິ່ງບັນຊີຕົວຈິງ.


ທີ່ມາ ລາວພັດທະນາ
Ad