Top Ad

header ads

ປກສ ເມືອງຈຳພອນມ້າງແກ້ງຢາເສບຕິດ



 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈຳ​ພອນ ແຂວງ​ສະ­ຫວັນ​ນະ​ເຂດໄດ້​ຮັບ​ການ​ລາຍ ງານ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ຢູ່​ຂອບ ເຂດ​ກຸ່ມ​ບ້ານ​ທີ 6 ບ້ານ​ນາ​ສານ ໄດ້​ມີ ການ​ມົ້ວ​ສຸມ ແລະ​ຈຳ­ໜ່າຍ​ຢາ​ເສບ​ຕິດ
ເມື່ອ​ຮູ້​ແນວ​ນັ້ນ​ທາງ​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ ຈຶ່ງ​ໄດ້​ແຕ່ງ­ຕັ້ງ ໃຫ້​ພະ­ນັກ­ງານ​ວິ­ຊາ​ສະ­ເພາະ​ລົງ​ກວດ­ກາ ແລະ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ​ແທ້ ດັ່ງ­ນັ້ນ, ຈຶ່ງ​ໄດ້​ສົມ­ທົບ​ກັບ ປກສ ກຸ່ມ​ບ້ານ, ນາຍ ບ້ານ ຕົກ​ມາ​ຮອດ​ວັນ​ທີ 27 ກໍ­ລະ­ກົດ 2016 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈຳ​ພອນ ໄດ້​ກັກ​ຕົວ​ຜູ້​ຄ້າ­ຂາຍ​ຢາ​ເສບ​ຕິດ​ໄດ້ 3 ຄົນ ຄື: ທ້າວ ບຸນ​ກອນ ອາ­ຍຸ 52 ປີ ອາ­ຊີບ ເຮັດ​ນາ ຢູ່​ບ້ານ​ນາ​ສານ ເມືອງ​ຈຳ​ພອນ ພ້ອມ​ຂອງ​ກາງ​ຢາ​ບ້າ 18 ເມັດ, ປືນ​ແກັບສັ້ນ​ປະ­ດິດ​ເອງ 3 ກະ­ບອກ, ມີດ 3 ດວງ, ທ້າວ ບຸນ​ຕີ໋ ຫຼື ຕີ໋ ອາ­ຍຸ 28 ປີ ອາ­ຊີບ ເຮັດ​ນາ ບ້ານ​ພູ­ເຂົາ​ຄວາຍ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ, ປະ­ຈຸ ບັນ​ຢູ່​ບ້ານ​ນາ​ສານ ເມືອງ​ຈຳ​ພອນ ພ້ອມ ຂອງ​ກາງ​ຢາ​ບ້າ 161 ເມັດ, ປືນ​ແກັບ ສັ້ນ​ປະ­ດິດ 1 ກະ­ບອກ, ປືນ​ແກັບ​ຍາວ​ປະ ດິດ 1 ກະ­ບອກ, ຂວານ 1 ດວງ, ມີດ 1 ດວງ ແລະ​ທ້າວ ສາຍ​ຄຳ ອາ­ຍຸ 52 ປີ​ິ ອາ­ຊີບ​ເຮັດ​ນາ ຢູ່​ບ້ານ​ພູ­ເຂົາ​ຄວາຍ ເມືອງ ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ຈຸ​ບັນ   ຢູ່​ບ້ານ​ນາ​ສານ  ເມືອງ​ຈຳ​ພອນ ພ້ອມ​ຂອງ ກາງ​ຢາ​ບ້າ 37 ເມັດ ແລະ​ອຸ­ປະ­ກອນ ການ​ເສບ​ຢາ​ນຳ​ພວກ​ກ່ຽວ​ຈຳ­ນວນ​ໜຶ່ງ.

     ຜ່ານ​ການ​ສອບ​ສວນ​ຂອງ​ພວກ​ກ່ຽວ ຮັບ​ສະ­ລະ​ພາບ​ວ່າ: ຢາ​ບ້າ ແລະ​ອາ­ວຸດ ຈຳ­ນວນ​ດັ່ງ­ກ່າວ​ເປັນ​ຂອງ​ພວກ​ກ່ຽວ ແທ້ ປະ­ຈຸ​ບັນ​ເຈົ້າ​ໜ້າ­ທີ່​ຍັງ​ດຳ­ເນີນ​ການ ຕາມ​ລະ­ບຽບ​ກົດ­ໝາຍ ແລະ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ.
     ສ່ວນ​ພວກ​ມົ້ວ​ສຸມ​ຢາ​ເສບ​ຕິດ​ອີກ 5 ຄົນ, ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ປກສ ເມືອງ​ຈຳ​ພອນ​ແມ່ນ​ຈະ​ໄດ້​ສຶກ​ສາ​ອົບ­ຮົມ ແລະ​ມອບ​ໃຫ້​ຜູ້​ປົກ­ຄອງ​ພວກ​ກ່ຽວ. ຊຶ່ງ​ທັງ 5 ຄົນ​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ໄດ້​ໄປ ຊື້​ຢາ​ບ້າ ແລະ​ເສບ​ຢູ່​ທີ່​ຖຽງ­ນາ ຂອງ​ທ້າວ  ບຸນ​ກອນ (ພໍ່­ເຖົ້າ) ແລະ​ຖຽງ­ນາ​ທ້າວ ຕີ໋ (ລູກ­ເຂີຍ) ເພາະ­ວ່າ​ມີ​ອຸ­ປະ­ກອນ​ເສບ ໄວ້​ໃຫ້​ພ້ອມ ຊຶ່ງ​ຖຽງ­ນາ​ຢູ່​ໃກ້​ກັນ, ສ່ວນ ທ້າວ ສາຍ​ຄຳ ເປັນ​ພໍ່​ຂອງ​ທ້າວ ຕີ໋ ທີ່​ໄດ້ ມາ​ເຮັດ​ເຮືອນ​ນຳ ທ້າວ ຕີ໋ (ລູກ​ຊາຍ) ແມ່ນ​ໄດ້​ໄປ​ເອົາ​ຢາ​ບ້າ​ນຳ​ທ້າວ ບຸນ​ກອນ ມາ​ຂາຍ ແຕ່​ຢາ​ບ້າ​ໝົດ​ເລີຍ​ມາ​ເອົາ​ນຳ​ລູກ​ຊາຍ​ຕົວ​ເອງ ທັງ​ສາມ​ມີ​ການ​ພົວ­ພັນ ແລກ­ປ່ຽນ​ຄ້າ­ຂາຍ​ຢາ​ບ້າ​ກັນ​ຢູ່​ເປັນ​ປະ ຈຳ​ເພື່ອ​ຂາຍ​ໃຫ້​ໄວ​ໜຸ່ມ​ທີ່​ມາ​ຊື້ ແລະ​ເສບຢູ່​ຖຽງ­ນາ​ຂອງ​ພວກ​ຕົນ ແລ້ວ​ຖືກ​ເຈົ້າ  ໜ້າ­ທີ່​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຄື​ດັ່ງ­ກ່າວ.

ທີມາ http://www.sedthakid.la/index.php/home/domestic-news/item/7700-national-defence-champhone-dismantling-drug-kingpin.html
Ad