Top Ad

header ads

ສາວແສບຈ້າງໝູ່ຕັດແຂນ-ຂາ ວາງແຜນເອົາເງິນປະກັນ

ເວັບໄຊຂ່າວອັງກິດ “ເດີະ ມີເຣເຣີ” ລາຍງານຈາກຮານອຍ ປະເທດຫວຽດນາມ ເມື່ອວັນທີ່ 24 ສິງຫາ ວ່າ ນາງ ຖິ ເອັນ ຊາວຫວຽດນາມອາຍຸ 30 ປີ ຈ້າງວາງນາຍດອນ ຫວັ່ນ ດີ. ເພື່ອນຂອງນາງດ້ວຍເງິນມູນຄ່າ 50 ລ້ານດົງ ໃຫ້ລົງມືຕັດຂາແຂນຂອງນາງຢ່າງລະຂ້າງແລ້ວນາງຈະໄປນອນຢູ່ຂ້າງທາງລົດໄຟໃກ້ໂຮງໝໍໃນກຣຸງຮານອຍ ເຮັດເປັນໃຫໝູ່ເປັນຜູ້ມາພົບເຈີ ແລະຈັດສາກວ່ານາງຖືກລົດໄຟຢຽບຈົນແຂນຂາຂາດເພື່ອຮຽກວ່າເອົາເງິນປະກັນມູນຄ່າ 115,000 ປອນໃນອັງກິດ
ໃນຕອນທໍາອິດທຸກຄົນເຂົ້າໃຈວ່ານາງຖືກລົດໄຟຢຽບແທ້ໆ ແຕ່ເຈົ້າໜ້າທີ່ສືບສວນໃນຄະດີດັ່ງກ່າວສັງໄສໃນສິ່ງທີ່ເກີດຂຶ້ນ ຈຶ່ງໄດ້ກວດປະຕິວັດນາງລີ່ເບິ່ງພົບວ່າ ນາງເປີດທຸລະກິດ ແລະ ກໍາລົງເຂົ້າສູ່ຊ່ວງຍາກລໍາບາກຕ້ອງການເງິນຈໍານວນຫຼາຍເພື່ອເອົາໄປກອບກູ້ສະຖານະການ ຈາກນັ້ນນາງຈຶ່ງຖືກລົດໄຟຢຽບ ຕໍ່ມາເມື່ອມີການສອບສວນຢ່າງໜັກ ນາງສາວລີ່ຈຶ່ງໃຫ້ການຮັບສາສະພາບຄວາມຈິງທັງໝົດວ່າຕົນເປັນຄົນວາງແຜນສິ່ງທີ່ເກີດຂຶ້ນເອງ ຄະດີດັ່ງກ່າວຖືກເຜີຍແພ່ໄປຢ່າງກວ້າງຂວາງ ແລະ ເປັນທີ່ວິພາກວິຈານຂອງປະຊາຊົນຫວຽດນາຈໍານວນຫຼາຍ ນາງເສຍເງິນ 50 ລ້ານດົງ ເສຍແຂນຂາພ້ອມທັງສ່ຽງຈະຕິດຄຸກ ບໍ່ມີປະໂຫຍດຫຍັງເລີຍທີ່ເຮັດເຊັ່ນນີ້ ທັງນີ້ໜັງສືພີມຕວຍ ເຕຣ ຂອງຫວຽດນາມລາຍງານວ່າ ຕໍາຫຼວດບໍ່ໄດ້ຕັ້ງຂໍ້ຫາກໍ່ອາຊະຍາກໍາກັບນາງ ເພາະແຕ່ເສຍແຂນຂາຈົນພິການກໍ່ຖືວ່າ ເປັນການລົງໂທທີ່ໜັກໜາແລ້ວ.

ແຫຼ່ງຂ່າວ: ເດລິນິວ
Ad