Top Ad

header ads

ຜູ້ຮັບເໝົາຢືນຢັນປີນີ້ໃຫ້ສຳເລັດເສັ້ນທາງ ດົງຄຳຊ້າງ-ຄຳສະຫວາດ-ດົງໂພສີ

  ເສັ້ນທາງດົງຄຳຊ້າງ-ຄຳສະ ຫວາດ-ດົງໂພສີທີ່ຫຼ້າຊ້າຈາກສັນຍາ ທີ່ກຳນົດໄວ້ໃນເດືອນມິຖຸນາມາຮອດຂະນະນີ້ຜູ້ຮັບເໝົາພວມເລັ່ງມືຈະໃຫ້ສຳເລັດພາຍໃນປີ 2016 ຊຶ່ງເຫຼືອເວລາພຽງ 4 ເດືອນນັບຈາກນີ້.

    ທ່ານ ກ້ານ ຈັດທະລາດ ຜູ້ບໍລິຫານພາກສະໜາມໃຫ້ສຳພາດນັກຂ່າວພວກ ເຮົາວ່າ: ໂຄງການກໍ່ສ້າງເສັ້ນທາງດົງ ຄຳຊ້າງ-ຄຳສະຫວາດ-ດົງໂພສີທາງ ພາກລັດ ໄດ້ເຫັນດີເປັນເອກະພາບມອບ ໃຫ້ທາງບໍລິສັດຄອງຊັບກໍ່ສ້າງຂົວທາງ ແລະເຄຫາສະຖານຈຳກັດ ລົງທຶນຮັບ ເໝົາກໍ່ສ້າງດ້ວຍທຶນຂອງຕົນເອງ ແລະ ລັດຈະຂຶ້ນແຜນຊຳລະພາຍຫຼັງກໍ່ສ້າງສຳ ເລັດພາຍໃນກຳນົດ 5 ປີ ໂດຍລວມມູນ ຄ່າທັງໝົດ 74 ລ້ານໂດລາສະຫະລັດ ເສັ້ນທາງເລີ່ມລົງມືເຮັດມາແຕ່ເດືອນທັນວາ 2012 ຊຶ່ງກຳນົດເວລາກໍ່ສ້າງ 36 ເດືອນ ໂດຍເລີ່ມແຕ່ເສັ້ນທາງດົງຄຳຊ້າງ-ຄຳສະຫວາດ-ດົງໂພສີ ລວມມີຄວາມ ຍາວ 20,4 ກິໂລແມັດເສັ້ນທາງແມ່ນຈະປູດ້ວຍເບຕົງເສີມ ເຫຼັກກວ້າງ 12 ແມັດ, ມີຮ່ອງລະບາຍ ນ້ຳ, ທາງຄົນຍ່າງເບື້ອງລະ 1,5 ແມັດ, ຕິດຕັ້ງເສົາໄຟສອງຟາກທາງ ແລະປ້າຍ ຈະລາຈອນ.
    ຜູ້ບໍລິຫານພາກສະໜາມຍັງໃຫ້ຮູ້ຕື່ມ ວ່າ: ສາເຫດທີ່ພາໃຫ້ໂຄງການຫຼ້າຊ້າ ຍ້ອນໄດ້ຮັບໜ້າວຽກເພີ່ມຂຶ້ນ ແລະບວກ ໃສ່ກັບບາງຈຸດທີ່ຍັງບໍ່ສາມາດໄກ່ເກ່ຍ ເຮືອນປະຊາຊົນອອກຈາກແລວທາງໄດ້ ລວມໄປເຖິງບັນຫາຕາມເສັ້ນທາງບາງ ຈຸດເຮັດໃຫ້ພົບຄວາມຫຍຸ້ງຍາກ ຊຶ່ງສົ່ງ ຜົນເຮັດໃຫ້ໂຄງການບໍ່ສຳເລັດຕາມສັນ ຍາທີ່ລະບຸໄວ້.
    ແນວໃດກໍຕາມມາຮອດປະຈຸບັນ ໜ້າວຽກ ໂດຍລວມສຳເລັດແລ້ວ 80% ກຳລັງສຸມໃສ່ປູເບຕົງເສັ້ນທາງດົງໂພສີ, ເຮັດບອດທໍ່ 4 ຫຼ່ຽມ ແລະໜ້າວຽກທີ່ຍັງ ບໍ່ທັນລົງມືແມ່ນຕິດຕັ້ງເສົາໄຟ, ແຕ້ ເສັ້ນທາງ, ວຽກອະນາໄມ ແລະສຳຫຼວດ ໜ້າວຽກ ໂດຍຈະໃຫ້ສຳເລັດສົມບູນພາຍ ໃນປີນີ້.
   ທ່ານ ກ້ານ ຍັງຝາກເຖິງພໍ່ແມ່ປະຊາ ຊົນ ແລະຜູ້ສັນຈອນຕາມເສັ້ນທາງຈົ່ງໃຫ້ ຄວາມຮ່ວມມື ແລະເປັນຫູເປັນຕາຊ່ວຍ ກັນໃນການກໍ່ສ້າງ ເພື່ອເຮັດແນວໃດໃຫ້ ໄດ້ນຳໃຊ້ເສັ້ນທາງທີ່ດີອະນາຄົດ.


Ad