Top Ad

header ads

ຖັງຂີ້ເຫຍື້ອມີກິ່ນເນົ່າເໝັນລອງໃຊ້ສິ່ງນີ້

   ບາງເຮືອນເຮັດອາຫານຕະຫຼອດແຖມບ້ານເຮົາບໍ່ແຍກຖັງຂີ້ເຫຍື້ອແມ່ນຫຍັງກໍຖີ້ມລົງໄປລວມກັນເຮັດໃຫ້ຖັງຂີ້ເຫຍື້ອຈັກອັນໃດເປັນອັນໃດມີກິ່ນເນົ່າເໜັນອອກມາ
ຍິ່ງດົນຫຼາຍມື້ກິ່ນເນົ່າເໜັນພວກນີ້ກໍ່ຕິດຝັງແໜ້ນຢູ່ຖັງຂີ້ເຫຍື້ອພາລສະຕິກ ລ້າງແນວໃດກໍບໍ່ໝົດ.
     ມື້ນີ້ພວກເຮົາມີວິທີງ່າຍໆມາດັບກິ່ນເນົ່າເໜັນ ຂອງຂີ້ເຫຍື້ອມາບອກພຽງທ່ານນໍາເຂົ້າໜົມປັງມາ 1 ແຜ່ນ (ກິນບໍ່ໝົດ ຫຼື ສ່ວນທີ່ບໍ່ມັກກິນແລ້ວເອົາໄປຖີ້ມ ຖັງຂີ້ເຫຍື້ອເປັນປະຈຳ) ແຕ່ມັນມີປະໂຫຍດຫຼາຍກວ່າການເອົາຖີ້ມລົງຖັງ ພຽງແຕ່ທ່ານນຳເອົານໍ້າສົ້ມສາຍຊູໃສ່ລົງໄປໃນເຂົ້າໝົມປັງດູດຊຶມຈົນທົ່ວແຜ່ນວາງລົງໄປໃຕ້ກົ້ນຖັງຂີ້ເຫຍື້ອ(ທີ່ບໍ່ມີຂີ້ເຫຍື້ອເທື່ອ) ປິດຝາປະໄວ້ຄືນໜຶ່ງ ພໍມື້ອື່ນເຊົ້າມາກໍເອົາແຜ່ນເຂົ້າໝົມປັງອອກ ພຽງເທົ່ານີ້ຖົງຂີ້ເຫຍື້ອຂອງທ່ານກໍບໍ່ມີກິ່ນເນົ່າເໝັນໃຫ້ກວນໃຈແລ້ວ ແຖມວິທີນີ້ຍັງສາມາດໃຊ້ໄດ້ກັບກິ່ນເນົ່າເໝັນອື່ນໆໄດ້ອີກດ້ວຍ.


Ad