Top Ad

header ads

ທ່ານນາຍົກ ລົງສຳຫຼວດການລະບາດຂອງຕັກແຕນຢູ່ສອງເມືອງ ແຂວງຫຼວງພະບາງ

 ທ້າຍ​ອາ­ທິດ​ຜ່ານ​ມາ ທ່ານ ທອງລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະສະ­ຫວັດ­ດີ​ການ​ສັງ­ຄົມ, ລັດ­ຖະ­ມົນ­ຕີ​ກະຊວງ​ກະ­ສິ­ກຳ
ແລະ​ປ່າ­ໄມ້, ລັດ­ຖະ­ມົນ­ຕີ ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ, ເຈົ້າ­ແຂວງ​ຫຼວງ​ພະ​ບາງ​ພ້ອມ​ດ້ວຍ​ການ​ນຳ​ຂອງ ແຂວງ-ເມືອງ​ລົງ​ສຳ​ຫຼວດ​ການ​ລະ­ບາດ​ຂອງ​ຕັກ­ແຕນ​ຢູ​ເມືອງ​ວຽງ​ຄຳ ເມືອງ​ທີ່ ຖືກ​ຕັກ­ແຕນ​ທຳ­ລາຍ​ເສຍ​ຫາຍ​ຫຼາຍ​ກວ່າ​ໝູ່​ຢູ່​ຫຼວງ​ພະ​ບາງ.
     ໂອ­ກາດ​ດັ່ງ­ກ່າວ ທ່ານ ອ່ອນ​ຕາ ວັນ ນະ​ຈັກ ເຈົ້າ­ເມືອງ​ວຽງ​ຄຳ ກໍ​ໄດ້​ລາຍ ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ ຄວບ​ຄຸມ ແລະ​ສະ­ກັດ​ກັ້ນ​ການ​ລະ­ບາດ ຂອງ​ຕັກ­ແຕນ​ທາງ​ໜ່ວຍ​ງານ​ສະ­ກັດ​ກັ້ນ ປາບ​ສັດ­ຕູ​ພືດ​ແມ່ນ​ໄດ້​ເລີ່ມ​ລົງ­ມື​ແຕ່ ເດືອນ​ກຸມ­ພາ​ເປັນ­ຕົ້ນ​ມາ ໂດຍ​ທາງ​ສູນ ປ້ອງ​ກັນ​ສັດ­ຕູ​ພືດ, ກົມ​ປູກ­ຝັງ​ກະ­ຊວງ ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ​ໂຄງ­ການ​ອາ ຫານ​ເພື່ອ​ການ​ກະ­ເສດ (FAO)ໄດ້​ຝຶກ ອົບ­ຮົມ​ວິ­ທີ​ການ​ສຳ​ຫຼວດ ແລະ​ການ​ປາບດ້ວຍ​ການ​ນຳ​ໃຊ້​ເຄື່ອງ​ຈັກ ແລະ​ສານ​ເຄ​ມີໃຫ້​ພະ­ນັກ­ງານ​ວິ­ຊາ​ການ​ຂອງ​ຫ້ອງ­ການ  ກະ­ສິ­ກຳ ແລະ​ປ່າ­ໄມ້ ເມືອງ ພ້ອມ​ທັງ​ຈັດ ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ໃນ​ການ​ປາບ​ຕັກ­ແຕນ ບໍ່​ໃຫ້​ແຜ່​ລາມ​ໄປ​ສູ່​ເມືອງ​ໃກ້​ຄຽງ, ນອກ ນີ້​ໄດ້​ລົງ​ເຜີຍ­ແຜ່ ແລະ​ປຸກ­ລະ­ດົມ​ໃຫ້​ພໍ່​ແມ່ ປະ­ຊາ­ຊົນ​ປະ­ກອບ­ສ່ວນ​ເຂົ້າ​ຮ່ວມ​ຂະ ບວນ​ການ​ປາບ​ຕັກ­ແຕນ​ໃນ​ບ້ານ​ທີ່​ມີ​ການ ລະ­ບາດ​ຫຼາຍ ແລະ​ໃຫ້​ຄວາມ​ສະ­ດວກ​ຕໍ່ ພະ­ນັກ­ງານ
     ທີ່​ລົງ​ປະ­ຕິ­ບັດ​ໜ້າ­ທີ່​ປາບ​ສັດ­ຕູ​ພືດ ພ້ອມ ນັ້ນ​ທາງ​ເມືອງ​ກໍ​ໄດ້​ເຮັດ​ຢ່າງ​ເປັນ​ຂະ ບວນ ໂດຍ​ການ​ເຕົ້າ­ໂຮມ​ພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ ແລະ​ປະ­ຊາ­ຊົນ​ລວມ ທັງ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ພາຍ​ໃນ ເທ­ສະ​ບານ​ຈຳ­ນວນ 6 ບ້ານ, ມີ​ທັງ​ໝົດ 192 ຄົນ, ແບ່ງ​ເປັນ 3 ຈຸດ ໂດຍ​ການ ເຮັດ​ແບບ​ວິ­ທີ​ພື້ນ​ບ້ານ​ເຊັ່ນ: ເອົາ​ມຸ້ງ ກວດ, ໃຊ້​ໄມ້​ຟາດ, ແກດ​ປ່າ​ຈູດ ແລະ ການ​ໃຊ້​ຈັກ​ຊີດ​ດ້ວຍ​ສານ​ເຄ​ມີ.
    ສຳ­ລັບ​ການ​ລົງ​ສຳ​ຫຼວດ​ຕົວ​ຈິງ​ພົບ ເຫັນ​ຈຸດ​ລະ­ບາດ​ໃນ​ທົ່ວ​ເມືອງ​ມີ 22 ບ້ານ, ມີ 38 ຈຸດ​ຄື: ບ້ານ​ຫາດ​ຍາວ 6 ຈຸດ, ຫ້ວຍ​ກວ້າງ 3 ຈຸດ, ກິ່ວ​ໄລ່​ໃຕ້ 2 ຈຸດ, ກິ່ວໄລ່​ເໜືອ 3 ຈຸດ, ຈອງ​ໃຕ້ 1 ຈຸດ, ບ້ານ​ໃໝ່ 3 ຈຸດ, ໜອງ​ຄຳ 2 ຈຸດ, ນ້ຳ​ມີ້ 3 ຈຸດ, ລ້ອງຫຍ້າ 2 ຈຸດ, ຫ້ວຍ​ທອງ 2 ຈຸດ, ພູ​ຄ້ອງ 1 ຈຸດ, ນາ​ນ້ອຍ 1 ຈຸດ, ພູ​ກາງ 1 ຈຸດ,ນາ​ແວ່ 2 ຈຸດ, ຫ້ວຍ​ພຽງ 2 ຈຸດ, ຫາດ ຫ່ຽນ 1 ຈຸດ ແລະ​ບ້ານ​ວຽງ​ທອງ 3 ຈຸດລວມ​ເນື້ອ­ທີ່​ທັງ​ໝົດ​ທີ່​ລະ­ບາດ​ໃນ​ປະ ຈຸ​ບັນ​ມີ 177,5 ເຮັກ­ຕາ ພ້ອມ​ນັ້ນ​ພະ­ນັກ ງານ​ວິ­ຊາ​ການ​ປາບ​ຕັກ­ແຕນ​ຂັ້ນ​ເມືອງ ຍັງ​ໄດ້​ສົມ­ທົບ​ກັບ​ວິ­ຊາ​ການ​ຂັ້ນ​ແຂວງ ໄດ້​ລົງ​ປາບ​ຕົວ​ຈິງ​ຢູ່​ພາຍ​ໃນ​ເມືອງ​ວຽງ ຄຳ​ຈຳ­ນວນ 10 ບ້ານ, ມີ 27 ຈຸດ, ໃຊ້​ຜູ້ ຊີດ​ຢາ​ທັງ​ໝົດ 186 ຄົນ, ຊາວ­ບ້ານ​ມາ ຊ່ວຍ​ຂົນ​ນ້ຳ 832 ຄົນ, ໄດ້​ຊີດ​ແລ້ວ 96,5 ເຮັກ­ຕາ.
    ໂອ­ກາດ​ດຽວ​ກັນ​ທ່ານ​ນາ­ຍົກ​ລັດ​ຖະ ມົນ­ຕີ​ຍັງ​ໄດ້​ໃຫ້​ທິດ​ຊີ້​ນຳ ຊຶ່ງ​ທ່ານ​ໄດ້​ຊົມ ເຊີຍ​ຕໍ່​ອຳ­ນາດ​ການ​ປົກ­ຄອງ​ທີ່​ໄດ້ ພ້ອມ ກັນ​ປາບ​ປາມ​ສັດ­ຕູ​ພືດ ໂດຍ​ສະ­ເພາະ​ແມ່ນ ຕັກ­ແຕນ​ທີ່​ໄດ້​ບຸ­ກລຸກ​ກິນ​ພືດ​ຜັກ​ຂອງ​ພໍ່ ແມ່​ປະ­ຊາ­ຊົນ​ເສຍ​ຫາຍ​ໄປ​ເປັນ​ຈຳ­ນວນ ຫຼວງ­ຫຼາຍ ແລະ​ພ້ອມ​ກັນ​ປາບ​ຕັກ­ແຕນ ທັງ​ເຝົ້າ​ລະ­ວັງ​ບໍ່​ໃຫ້​ແຜ່​ລາມ​ໄປ​ຂົງ­ເຂດ ອື່ນ ໂດຍ​ທ່ານ​ນາ­ຍົກ​ໄດ້​ເນັ້ນ​ໜັກ​ໃຫ້​ພະ ນັກ​ງານ​ວິ­ຊາ​ການ​ຈາກ​ແຂວງ-ເມືອງ ແລະ​ພາກ­ສ່ວນ​ກ່ຽວ­ຂ້ອງ​ລົງ​ຕິດ­ຕາມ ເປັນ​ແຕ່​ລະ​ໄລ­ຍະ ໂດຍ​ນຳ​ໃຊ້​ເຄື່ອງ​ຈັກ ຜົ່ນ, ຊີດ​ຢາ​ເປັນ​ປະ­ຈຳ ແລະ​ທຳ­ລາຍ ແຫຼ່ງ​ໄຂ່​ຂອງ​ຕັກ­ແຕນ, ໂຕ​ອ່ອນ ເພື່ອ​ບໍ່ ໃຫ້​ມັນ​ເກີດ​ຂຶ້ນ​ມາ​ທຳ­ລາຍ​ຜົນ­ລະ­ປູກ ຂອງ​ປະ­ຊາ­ຊົນ ແລະ​ປ່າ ໄມ້­ປ່ອງ​ຕື່ມ​ອີກ.
    ໂອ­ກາດ​ດັ່ງ­ກ່າວ​ທ່ານ​ນາ­ຍົກ​ຍັງ​ໄດ້ ມອບ​ເງິນ 50 ລ້ານ​ໃຫ້​ທາງ​ອຳ­ນາດ​ການປົກ­ຄອງ​ເມືອງ​ວຽງ​ຄຳ ເພື່ອ​ປະ­ກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປາບ​ຕັກ­ແຕນແລະ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ທີ່​ຈຳ­ເປັນ ຂອງ​ເມືອງ ຈາກ​ນັ້ນ​ວັນ​ດຽວ​ກັນ ທ່ານ ນາ­ຍົກ​ກໍ​ໄດ້​ໄປ​ຢ້ຽມ­ຢາມ​ສູນ​ກ້າ​ເບ້ຍ​ຕົ້ນ ໝາກ­ກ້ຽງ​ທີ່​ບ້ານ​ດອນ​ຄຳ ເມືອງ​ນ້ຳ​ບາກແຂວງ​ຫຼວງ​ພະ​ບາງ ພ້ອມ​ໄດ້​ແນະ­ນຳ ໃຫ້​ອະ­ນຸ​ຮັກ​ແນວ​ພັນ​ໝາກ­ກ້ຽງ​ຫວານ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ຂອງ​ແຂວງ​ຫຼວງ​ພະ ບາງ ແລະ​ໄດ້​ພົບ​ປະ​ໂອ້​ລົມ​ການ​ນຳ​ຂອງ ເມືອງ​ນ້ຳ​ບາກ, ພະ­ນັກ­ງານ​ອາ­ວຸ­ໂສ ແລະປະ­ຊາ­ຊົນ​ຊາວ​ເມືອງ​ນ້ຳ​ບາກ
    ຂະ­ນະ​ທີ່​ທ່ານ​ນາ­ຍົກ​ລົງ​ເຄື່ອນ​ໄຫວ​ວຽກ​ຢູ່​ແຂວງ​ຫຼວງ​ພະ​ບາງ ທ່ານ​ກໍ​ໄດ້ ໃຫ້​ທິດ​ຊີ້​ນຳ​ບັນ­ດາ​ການ​ນຳ​ຂອງ​ແຂວງ ເພື່ອ​ໃຫ້­ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ ຮອບ­ດ້ານ​ໄດ້​ໄປ​ຖືກ​ທິດ​ຕາມ​ການ​ຊີ້ ນຳ​ຂອງ​ພັກ ລວມ​ເຖິງ​ການ​ແກ້​ໄຂ​ບັນ­ຫາ ຄວາມ­ທຸກ​ຍາກ​ຂາດ­ເຂີນ​ຂອງ​ປະ­ຊາ­ຊົນ ບັນ­ດາ­ເຜົ່າ​ໃຫ້​ນັບ​ມື້​ນັບ​ມີ​ຊີ­ວິດ​ດີ​ຂຶ້ນແລະຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ ລະ​ກ້າວ.

ທີ່ມາ http://www.sedthakid.la/index.php/home/domestic-news/item/7766-prime-surveys-outbreak-of-locusts-in-the-city-luang-prabang.html
Ad