Top Ad

header ads

ຄູ່ຮັກຍີ່ປຸ່ນສຽງຕາຍເພື່ອຖ່າຍຮູບແຕ່ງງານທີ່ແປກທີ່ສຸດໃນໂລກ

ຄູ່ບາວສາວ ໄດ້ລົງທຶນສ່ຽງເພື່ອໃຫ້ໄດ້ຮູບພາບແຕ່ງງານທີ່ແປກທີ່ສຸດໃນໂລກໂດຍພວກເຂົາໄດ້ໃຊ້ພາສ໌ຕິກຫໍ່ໂຕຂອງພວກເຂົາເຂົ້າໃສ່ກັນ ແລ້ວດູດອາກາດອອກກ່ອນຈະໃຊ້ຊ່າງຮູບກົດຊັດເຕີ
ຮູບພາບທີ່ອອກມານັ້ນມັນໜ້າເຫຼືອເຊື່ອຫຼາຍແຕ່ການທີ່ຈະໄດ້ຮູບພາບມານັ້ນຕ້ອງໄດ້ໃຊ້ເທັກນິກທີ່ມີຄວາມສ່ຽງ ແລະພາດບໍ່ໄດ້ເລີຍ, ພວກເຂົາຖຶກຫໍ່ພາສ໌ຕິກເຂົ້ານຳກັນແລະດູດອາກາດໃນຫໍ່ພາສ໌ຕິກອອກຈົນໝົດ ແຕ່ລະຄັ້ງຈະໃຊ້ເວລາພຽງ 4 ວິນາທີ ທີ່ຊ່າງຮູບຈະກົດຊັດເຕີເພື່ອບັນທຶກຮູບໄວ້ແລະແນ່ນອນວ່າຊ້ວງເວລານັ້ນໜຸ່ມສາວຄູ່ນີ້ບໍ່ມີອາກາດຫາຍໃຈເລີຍ
ເຖິງວ່າຮູບທີ່ອອກມານັ້ນຈະແປກແລະແຕກຕ່າງ, ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແຕ່ຄູ່ບ່າວສາວກໍ່ຕ້ອງສ່ຽງຕາຍທິມງານທີ່ຖ່າຍຮູບກໍ່ຕ້ອງໄດ້ເບິ່ງແຍງຢ່າງໃກ້ສິດເປັນພິເສດແລະມີທິມງານຊ່ວຍຊີວິດກ່ຳລັງຈັບຕາເບິ່ງ ແຕ່ຢ່າງໃດກໍ່ຕາມຮູບພາບເຫຼົ່ານີ້ກໍ່ຖຶກວິພາກວິຈານກັນໄປໃນຫຼາຍແງ່ມູມ ສ່ວນໜຶ່ງເຫັນວ່າມັນເປັນຄວາມສ່ຽງທີ່ອາດຈະເສຍຫາຍເຖິງຂັ້ນເສຍຊີວິດໄດ້ເລີຍ
Hal Kawaguchi ຊ່າງຮູບຄົນຍີ່ປຸ່ນຜູ້ທີ່ຖ່າຍຮູບຊຸດນີ້ໄດ້ບອກວ່າ ລາວໃຫ້ຄູ່ບ່າວສາວເຂົ້າໄປຢູ່ໃນຖົງພາສ໌ຕິກທີີ່ມີຂະໜາດໃຫຍ່ຈາກນັ້ນກໍ່ໃຊ້ເຄື່ອງດູດຝຸ່ນ ດູດເອົາອາກາດອອກເພື່ອທີ່ຈະຊື່ໃຫ້ເຫັນຄວາມຮັກແລະຄວາມໃກ້ສິດ, ຂັ້ນຕອນໃນການຖ່າຍທຳນັ້ນເລີ່ມຈາກການອະທິບາຍໃຫ້ທັງຄູ່ເຂົ້າໃຈເຖິງສະຖານະການໃຫ້ດີເສຍກ່ອນ ຈາກນັ້ນກໍ່ຊ້ອມຢູ່ຂ້າງນອກຈົນໜັ້ນໃຈແລ້ວຈຶ່ງເຂົ້າໄປໃນຖົງຢາງ
ຈາກນັ້ນກໍ່ປິດຖົງແລະດູດອາກາດອອກໃຫ້ໝົດແລະເຂົາກໍ່ໃຊ້ເວລາພຽງ 4 ວິນາທີ ໃນການຖ່າຍແຕ່ລະຄັ້ງເຊິ່ງແນ່ນອນວ່າ ຈະຕ້ອງບໍ່ມີການຜິດພາດເລີຍສ່ວນຄູ່ບ່າວສາວເຊິ່ງຄູ່ບ່າວສາວຈະຕ້ອງກັ້ນຫາຍໃຈຄັ້ງລະປະມານ 10 ວິນາທີ ຫຼື ອາດຈະຫຼາຍກ່ວານັ້ນພຽງເລັກໜອຍ
Hal ໄດ້ບອກວ່າ ຕ້ອງການຈະສະແດງໃຫ້ເຫັນເຖິງອານຸພາບຂອງຄວາມຮັກເຊິ່ງຕ້ອງໃຫ້ຄູ່ຮັກໄດ້ໃກ້ສິດກັນແລະພວກເຂົາກໍ່ຄິດວ່າຄວາມຮັກເປັນສິ່ງທີ່ສຳຄັນທີ່ສຸດໃນໂລກ


ຂໍຂອບໃຈທີ່ມາຈາກ: women.sanook.com
Ad