Top Ad

header ads

ເກີດຫຍັງຂຶ້ນ?? ເຈົ້າເມືອງໄຊເຊດຖາ ຈຶ່ງໄດ້ສັ່ງຢຸດເຊົາບໍລິການຕະຫລາດທາດຫລວງ

 ເຈົ້າເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງສະບັບສຸດທ້າຍວ່າດ້ວຍການໃຫ້ຢຸດເຊົາບໍລິການຕະຫລາດທາດຫລວງ (ຕະຫລາດຊົ່ວຄາວ) ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປເນື່ອງຈາກວ່າຫມົດອາຍຸສຳປະທານແລ້ວ. ພໍ່ຄ້າ-ແມ່ຄ້າຊາວຂາຍຈຳນວນ 300 ກວ່າຮ້ານຈະຕ້ອງຍົກຍ້າຍອອກໃຫ້ສຳເລັດພາຍໃນໜຶ່ງອາທິດຕໍ່ຈາກນີ້ໄປ. ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ພີ່ນ້ອງຊາວນະຄອນຫລວງວຽງຈັນຊາບກັນທົ່ວເຖິງ ເພື່ອຊອກຫາທາງເລືອກອື່ນໃນການຈັບຈ່າຍ ໃຊ້ສອຍ ແລະ ຊື້ສິນຄ້າຕ່າງໆ ແລະ ເພື່ອບໍ່ໃຫ້ເສຍເວລາໃນການເດີນທາງ. ອ່ານລາຍລະອຽດເພີ່ມຕື່ມໄດ້ຕາມແຈ້ງການລຸ່ມນີ້: 





ແຫຼ່ງທີ່ມາ ສຳນັກຂ່າວສານປະເທດລາວ
Ad