Top Ad

header ads

ຄຸນປະໂຫຍດຂອງຫົວສີໄຄ


ຫົວສີໄຄສະມຸນໄພໃກ້ຄົວທີ່ເຮົາສາມາດນຳມາປຸງແຕ່ງອາຫານມາແຕ່ດົນນານ ມາເບີ່ງຄຸນປະໂຫຍດຂອງມັນທີ່ເຮົາບໍ່ ເຄີຍຮູ້

    ຫົວສີໄຄສະມຸນໄພທີ່ມີລັກສະນະເປັນກໍທີ່ມີການນິຍົມປູກໄວ້ໃນບ້ານ ແລະ ນໍາມາປຸງແຕ່ງອາຫານ ເປັນສະມຸນໄພທີ່ມີປະ ໂຫຍດ ແລະ ຊ່ວຍບັນ ເທົາໂລກບາງຊະນິດໄດ້ແຕ່ຮູ້ວ່າທີ່ແທ້ແລ້ວພາຍໃຕ້ຕົ້ນແຂງໆ ແລະ ໃບທີ່ຄົມຂອງຫົວສີໄຄຍັງເຊື່ອງ ຄຸນປະໂຫຍດເອົາໄວ້ຫຼວງຫຼາຍຈົນຂາດບໍ່ເຖີງ ມາເບີ່ງຄຸນປະໂຫຍດຂອງຫົວສີໄຄມີດັ່ງນີ້:

  • ອຸດົມໄປດ້ວຍວິຕາມິນ

    ຢ່າຄິດວ່າຫົວສີໄຄມີຄຸນປະໂຫຍດແຕ່ປຸງແຕ່ງອາຫານເທົ່ານັ້ນ ເພາະທີ່ແທ້ແລ້ວຫົວສີໄຄອຸດົມໄປດ້ວຍວິຕາມິນ ນອກ ຈາກນີ້ຍັງມີໂຟເລຕ ແມກ ນີຊຽມ ສັງກະສີ ທອງແດງ,ທາດເຫຼັກ ໂຟແທສຊຽມ ຟອສຟໍຮັສ,ແຄລຊຽມ ແມງການີສ. ວິຕາ ມິນຫຼວງຫຼາຍທີ່ມີຢູ່ໃນຫົວສີໄຄທີ່ເຮົາບໍ່ເຄີຍຮູ້ມາກ່ອນ.

  • ຊ່ວຍໄລ່ແມງໄມ້ຕ່າງໆ

    ນອກຈາກນຳມາປຸງແຕ່ງໃນອາຫານແລ້ວ ຫົວສີໄຄຍັງມີຄຸນປະໂຫຍດໃນການໄລ່ແມງໄມ້ອີກດ້ວຍ ເພາະໃນຫົວສີໄຄມີນໍ້າ ມັນຫອມລະເຫີຍມີຢູ່ໃນໃບ ແລະ ໃນລຳຕົ້ນ ເຊີ່ງນໍ້າມັນຫອມລະເຫີຍເຫຼົ່ານີ້ສາມາດໄລ່ແມງໄມ້ໄດ້ເປັນຢ່າງດີ ຊື່ງເຮົາສາມາດ ເຫັນຜະລິດຕະພັນສະບູ່ທີ່ມີສວ່ນປະສົມຂອງຫົວສີໄຄທີວາງຂາຍໃນຕະຫຼາດ.

  • ລ້າງສານຜິດ

    ສຳລັບຄົນທີ່ຮັກສຸຂະພາບ ແລະ ມັກລ້າງສານຜິດໃນຮ່າງກາຍບໍ່ຄວນພາດຫົວສີໄຄ ເພາະວ່າມັນມີຄຸນສົມບັດໃນການ ລ້າງສານຜິດໃນຮ່າງກາຍດ້ວຍການເຮັດໃຫ້ທ່ານປັດສະວະຕະຫຼອດ ເນື່ອງຈາກສານເຄມີທີ່ຢູ່ໃນຫົວສີໄຄຈະຊ່ວຍທຳຄວາມ ສະອາດລະບົບຍ່ອຍອາຫານ ເຊັ່ນ: ຕັບ,ຕັບອ່ອນ,ໄຕແລະ ກະເພາະປັດສະວະ ຂັບສານຜິດ ແລະ ກົດຍູຮິອອກຈາກຮ່າງກາຍ ເຮັດໃຫ້ລະບົບຍ່ອຍອາຫານຂອງເຈົ້າສະອາດຂຶ້ນ ແລະ ທໍາງານມີປະສິດ ທິພາບຫຼາຍຂຶ້ນ.

  • ຊ່ວຍ່ອຍອາຫານ

     ຫົວສີໄຄເຮັດໃຫ້ລະບົບຍ່ອຍອາຫານທຳງານໄດ້ດີຂຶ້ນ ເພາະມີການສຶກສາໜຶ່ງພົບວ່າການດື່ມຊາຫົວສີໄຄຈະຊ່ວຍໃນການ ຍ່ອຍ ລົດອາການປວດທ້ອງ,ແກ້ຫວັດ,ລົດອາການຕະຄີວໃນລຳໄສ້ ແລະ ຖອກທ້ອງໄດ້ ນອກຈາກນີ້ຍັງຊ່ວຍປ້ອງກັນ ແລະ ລົດແກ໊ສໃນລຳໄສ້ໄດ້ອີກດ້ວຍ.

  • ຊ່ວຍເສີມສ້າງ ແລະ ບຳລຸງລະບົບປະສາດ

    ມີການສຶກສາຈຳນວນບໍ່ໜ້ອຍພົບວ່າຫົວສີໄຄສາມາດເສີມສ້າງ ແລະ ເສີມຄວາມແຂງແຮງໃຫ້ກັບລະບົບປະສາດໄດ້ ພິ ສູດໄດ້ງ່າຍໆດ້ວຍການນຳ ເອົານ້ຳມັນຫອມລະເຫີຍຈາກຫົວສີໄຄມາຍອດລົງບົນຜີວໜັງຂອງເຈົ້າຈະຮູ້ ສຶກອຸ່ນໆເຊື່ງມັນຈະ ເຮັດໃຫ້ກ້າມເນື້ອຂອງເຈົ້າຜ່ອນຄາຍ ແລະ ລົດອາການ ຕະຄີວໄດ້ ແຕ່ຢ່າລືມວ່າທຸກຄັ້ງທີ່ຈະໃຊ້ນ້ຳມັນຫອມລະເຫີຍຫົວສີ ໄຄເຈົ້າຄວນປະສົມມັນກັບນ້ຳມັນຕົວພາ  (Carrier oil) ແລະ ຫ້າມໃຊ້ນໍ້າມັນຫອມລະເຫີຍໂດຍກົງກັບຜີວເດັດຂາດ.

  • ຊ່ວຍຮັກສາອາການອັກເສບ

    ຫົວສີໄຄສາມາດຊ່ວຍເຮັດໃຫ້ເຈົ້າຮູ້ສຶກຜ່ອນຄາຍ ແລະ ບັນເທົາອາ ການປວດຕ່າງໆໄດ້ ນອກຈາກນີ້ຍັງຊ່ວຍອາການອັກ ເສບຊື່ງເປັນອາການປວດຕ່າງໆເຊັ່ນ ປວດເເຂ້ວ,ປວດກ້າມເນື້ອ ຫຼື ອາການປວດຕາມຂໍ້ໄດ້ອີກດ້ວຍ ດັ່ງນັ້ນຖ້າເຈົ້າຮູ້ສຶກ ປວດຕາມສ່ວນຕ່າງໆ ຂອງາຮ່າງກາຍ ລອງຫານໍ້າມັນທີ່ປະສົມນໍ້າມັນຫອມລະເຫີຍຫົວສີໄຄມານວດເບີ່ງຮັບຮອງວ່າຫາຍ ແນ່ນອນ.



ທີ່ມາ ຄິດອອກ
Ad