Top Ad

header ads

ອຸຕຸເຕືອນໃຫ້ລະວັງພະຍຸນິດາກຳລັງເຄື່ອນເຂົ້າມາລາວ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າໃນຕອນບ່າຍຂອງວັນທີສິງຫານີ້ພະຍຸເຂດຮ້ອນ ນິດາ (Nida) ຫົວທີ 4 ປະຈຳປີ 2016, ໄດ້ມີສູນກາງຢູ່ເສັ້ນຂະໜານທີ່ 21,3 ອົງສາເໜືອ ແລະ ເສັ້ນແວງ 117,4 ອົງສາຕາເວັນອອກພວມເຄື່ອນທີ່ໄປທາງ ທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງພະຍຸຫົວນີ້ ຈະເຄື່ອນເຂົ້າຝັ່ງທາງຕອນໃຕ້ຂອງປະເທດຈີນໃນວັນທີ 2-3 ສິງຫານີ້ຊຶ່ງຈະເຮັດໃຫ້ມີ ຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນບັນດາແຂວງພາກເໜືອຫາພາກກາງ ແລະ ພາກໃຕ້ຂອງລາວໃນໄລຍະ 2 ວັນຂ້າງໜ້າໂດຍສະເພາະແຂວງຜົ້ງສາລີຫົວພັນຊຽງຂວາງອຸດົມໄຊ,
ຫລວງນ້ຳທາໄຊຍະບູລີແຂວງວຽງຈັນນະຄອນຫລວງວຽງຈັນໄຊສົມບູນບໍລິຄຳໄຊຄຳມ່ວນສະຫວັນນະເຂດສາລະວັນຈຳປາສັກ ແລະ ເຊກອງດັ່ງນັ້ນ ຈຶ່ງເຕືອນ ປະຊາຊົນຜູ້ທີ່ອາໃສຢູ່ເຂດທ້ອງຖິ່ນດັ່ງກ່າວ ຈົ່ງມີສະຕິຕໍ່ສະພາບດິນຟ້າອາກາດຝົນຕົກ ໜັກລົມພັດແຮງຊຶ່ງອາດເຮັດໃຫ້ມີນ້ຳປ່າໄຫລຊຸແຮງນ້ຳຖ້ວມຂັງແລະ ສະພາບດິນເຈື່ອນອີກດ້ວຍ.

Ad