Top Ad

header ads

ລາວເລັ່ງກວດການໍ້າມັນເຊື້ອໄຟທີ່ໄດ້ຮັບການຍົກເວັ້ນພາສີ-ອາກອນ


 ປັດຈຸບັນຫລາຍພາກສ່ວນກ່ຽວຂ້ອງເປັນຕົ້ນ: ກະຊວງການເງິນກະຊວງແຜນການ ແລະ ການລົງທຶນ,ກະຊວງອຸດຫະກໍາ ແລະ ການຄ້າ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ພວມປະສານສົມທົບກັນເລັ່ງດໍາເນີນການກວດກາຄືນການອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນທົ່ວປະ ເທດ ເພື່ອປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ ໃຫ້ຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດສໍາລັບໂຄງການໃດທີ່ໄດ້ຮັບການຍົກເວັ້ນໃນໄລ ຍະຜ່ານມາແມ່ນໃຫ້ພາກສ່ວນກ່ຽວຂ້ອງດໍາເນີນການກວດກາ ແລະ ເຈລະຈາຄືນໃໝ່ເພື່ອໃຫ້ທຸກໂຄງການຫັນເຂົ້າສູ່ລະບຽບກົດໝາຍຢ່າງເຄັ່ງຄັດໄປຄຽງຄູ່ກັນນັ້ນກໍໃຫ້ຮີບຮ້ອນກວດກາປັບປຸງບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງກັບການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດໃຫ້ສອດຄ່ອງກັບກົດໝາຍເພື່ອເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັດມີຄວາມເອກະພາບ ແລະ ທັງສະກັດກັ້ນການສວຍໃຊ້ຊ່ອງຫວ່າງອັນບໍ່ດີຕ່າງໆເພື່ອນໍາເຂົ້ານໍ້າມັນມາຈໍາໜ່າຍ.
            ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໃຫ້ຮູ້ວ່າ: ຜ່ານການສະຫລຸບຕົວເລກການອະນຸມັດຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟໃນທົ່ວປະເທດມາຮອດວັນທີ 20 ພຶດສະພາ 2016 ມີເຖິງ 1,49 ຕື້ລິດຕົກເປັນມູນຄ່າປະມານ 1.495 ຕື້ກີບ ແລະ ການຍົກເວັ້ນສ່ວນໃຫຍ່ແມ່ນຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງໂຄງການຊ່ວຍເຫລືອລ້າ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກຈາກນີ້ລັດຖະບານຍັງພົບການສວຍໂອກາດຈາກຊ່ອງຫວ່າງການຍົກເວັ້ນພາສີ-ອາກອນ ເພື່ອລັກລອບນໍາເຂົ້ານໍ້າມັນມາຈໍາໜ່າຍເປັນຈໍານວນຫລາຍອີກດ້ວຍ.

           ລັດຖະບານໃຫ້ຮູ້ວ່າ: ການຢຸດຕິບັນຫາດັ່ງກ່າວແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xຂອງພັກທີ່ກໍານົດວ່າ: ພວກເຮົາຕ້ອງດໍາເນີນການກໍ່ສ້າງລັດປະຊາທິປະໄຕ ປະຊາຊົນລາວ ທີ່ປົກຄອງສັງຄົມດ້ວຍກົດໝາຍຕາມທິດພັກນໍາພາດ້ວຍກົດໝາຍລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍທັງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນທີ່ກໍານົດວ່າ: ການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດແມ່ນບໍ່ໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ ຂອງສະພາແຫ່ງຊາດຊຸດທີ VII ທີ່ລະບຸໃຫ້ລັດຖະບານກວດຄືນບັນດາ ການຕົກລົງທີ່ຕິດພັນກັບການຍົກເວັ້ນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ແລະ ຊັບສີນຂອງລັດໃນໄລຍະຜ່ານມາເພື່ອມີວິທີການແກ້ໄຂໃຫ້ສອດຄ່ອງກັບລະບຽບກົດໝາຍ.


Ad