Top Ad

header ads

ນັກຮຽນລາວຊະນະເລີດຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ

ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນໄດ້ຈັດຂຶ້ນໃນວັນທີ 24 ສິງຫານີ້ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫລວງວຽງຈັນ,ໂດຍມີບັນດານ້ອງນັກຮຽນຈາກໂຮງຮຽນມັດທະ ຍົມຕອນປາຍທັງພາກລັດ ແລະ ເອກະຊົນ ຂອງ 10 ປະເທດອາຊຽນເຂົ້າຮ່ວມແຂ່ງຂັນ ແລະ ຜົນການແຂ່ງຂັນປະກົດວ່ານ້ອງນັກຮຽນຈາກ ສ ປປ ລາວ ຄື: ນາງ ສິລິພອນ ສິດທິພອນ ມາຈາກໂຮງ ຮຽນນິລະດານາງ ແອນຕິກາ ໄຊຍະພອນ ຈາກ ມສ ປາກເຊ ແລະ ທ້າວ ຈັນຈະເລີນ ລາດສະພອນ ຈາກ ມສ ສະຫວັນນະເຂດ ສາມາດຍາດໄດ້ອັນດັບ 1 ໂດຍໄດ້ຮັບທຶນການສຶກສາຈໍານວນ 1.500 ໂດລາສະຫະລັດອັນດັບ 2 ແມ່ນນັກຮຽນຈາກຟິລິປີນ ໄດ້ຮັບທຶນການສຶກສາຈໍານວນ 1.200 ໂດລາສະຫະລັດ ແລະ ອັນດັບ 3 ແມ່ນນັກຮຽນຈາກຣາຊະອານາຈັກໄທໄດ້ຮັບທຶນການສຶກສາ 900 ໂດລາສະຫະລັດ.



            ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການແຂ່ງດັ່ງກ່າວເປັນການສ່ອງແສງໃຫ້ເຫັນກ່ຽວກັບຄວາມເປັນມາ ແລະ ວິວັດທະ ນາການທາງດ້ານປະຫວັດສາດສັງຄົມວັດທະນະທຳການເມືອງ ແລະ ເສດຖະກິດ ພາຍໃນຂົງ ເຂດອາຊີຕະເວັນອອກສ່ຽງໃຕ້. ນອກຈາກນີ້ ຍັງເປັນໂອກາດທີ່ດີໃຫ້ແກ່ນ້ອງນັກຮຽນໄດ້ພົບປະຮຽນຮູ້ກັບໜູ່ເພື່ອນໄວດຽວກັນເພື່ອຍົກສູງທັກສະການສື່ສານ ແລະ ແລກປ່ຽນທາງດ້ານວັດທະນະທຳຮີດຄອງປະເພນີອັນດີງາມເຊິ່ງກັນ ແລະ ກັນອີກດ້ວຍ.


Ad