Top Ad

header ads

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເນັ້ນໃຫ້ທຸກຂະແໜງເລັ່ງແກ້ໄຂກົງຈັກການຈັດຕັ້ງທີ່ສັບສົນໝົດໄປຢ່າງຂາດຕົວ


  ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ການຈັດຕັ້ງພັກ-ລັດທຸກຂັ້ນເອົາໃຈໃສ່ແກ້ໄຂລະບົບກົງຈັກການຈັດຕັ້ງທີ່ຍັງມີຄວາມສັບສົນຫຍຸ້ງເຫຍິງໃຫ້ໝົດໄປຢ່າງຂາດຕົວຫລັງຈາກເຫັນບັນຫາດັ່ງກ່າວສ້າງຄວາມບັ່ນທອນຕໍ່ການສ້າງຄວາມເຂັ້ມແຂງໃນການພັດທະນາເສດຖະກິດ-ສັງຄົມທັງເປັນຊ່ອງຫວ່າງຂອງປກົດການຫຍໍ້ທໍ້ໃນທົ່ວລະບົບການເມືອງ ແລະ ທຳລາຍຄວາມເຊື່ອໝັ້ນຂອງມະຫາຊົນທີ່ມີຕໍ່ພັກເຮົາ. ດັ່ງນັ້ນມັນຈຶ່ງເປັນບັນຫາຮີບດ່ວນ ທີ່ຕ້ອງໄດ້ແກ້ໄຂຢ່າງຈິງຈັງອີ່ຫລີ ນັບແຕ່ນີ້ເປັນຕົ້ນໄປຊຶ່ງກ່ອນອື່ນ ຕ້ອງດຳເນີນການສັບຊ້ອນກົງຈັກການຈັດຕັ້ງຄືນໃໝ່ໂດຍຮັບປະກັນ 5 ດ້ານຄື: ໜຶ່ງ ກົງຈັກບໍ່ໃຫຍ່ໂຕ,ຕຳແໜ່ງງານເໝາະສົມພາລະບົດບາດຈະແຈ້ງຄົບຖ້ວນບໍ່ຊ້ຳຊ້ອນກ້າວກ່າຍກັນສອງ ສ້າງ
ລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີມີລັກສະນະໂລ່ງລ່ຽນວ່ອງໄວມີປະສິດທິພາບສາມ ສາມາດຂັບເຄື່ອນສອດຄ່ອງຕາມແນວທາງແຜນນະໂຍບາຍນະໂຍບາຍ ແລະ ລະບຽບກົດໝາຍສີ່ໂປ່ງກວດສອບໄດ້ ແລະ ຫ້າ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈບໍ່ອາດຍາສິດ. ບົນພື້ນຖານດັ່ງກ່າວນັ້ນ ແມ່ນຕ້ອງໄດ້ມີການຄົນຄວ້າຢ່າງຮອບຄອບ ແລະ ກຳນົດບັນດາມາດຕະການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມໂດຍແກ້ໄຂບາງບັນຫາຕົ້ນຕໍຄື: ໜຶ່ງ ຫລຸດຕຳແໜ່ງງານ ແລະ ຈຳນວນຄົນ ໃນຂົງເຂດບໍລິຫານ ຕິດພັນກັບການສ້າງລະບົບທີ່ເໝາະສົມ ເພື່ອຫັນເປັນທັນສະໄໝໂດຍໄວສອງຫັນພະນັກງານຈາກຂົງເຂດບໍລິຫານ ໄປເພີ່ມເຂົ້າໃນຂົງເຂດຄົ້ນຄວ້າວິໄຈ ຫລື ຫັນໄປສູ່ຂົງເຂດການຜະລິດທຸລະກິດ ແລະ ສາມ ຫັນພະນັກງານສູ່ຮາກຖານຢ່າງຈິງຈັງ ເພື່ອເປັນພະນັກງານນຳພາ ຫລື ກາຍເປັນນັກພັດທະນາກອນຢູ່ຮາກຖານ ແລະ ມີນະໂຍາບາຍຮອງຮັບທີ່ເໝາະສົມ. ພ້ອມກັນນັ້ນ ກໍຄວນດຳເນີນການທົດລອງເພື່ອຫັນເປັນລະບອບການສອບບັນຈຸ ພະນັກງານນຳພາ-ຄຸ້ມຄອງ ໃນຂົງເຂດບໍລິຫານ ແລະ ວິຊາການທີ່ຈຳເປັນເພື່ອກະຕຸ້ນການແຂ່ງຂັນພັດທະນາຕົນເອງ ແລະ ເລືອກໄດ້ພະນັກງານທີ່ມີຄຸນນະພາບແທ້ຈິງ.          ສະຫາຍເລຂາທິການໃຫຍ່ ກ່າວວ່າ: ພວກເຮົາຕ້ອງເຂົ້າໃຈເອກະພາບນຳກັນວ່າການປັບປຸງສັບຊ້ອນກົງຈັກການຈັດຕັ້ງໃຫ້ມີຄວາມກະທັດລັດເຂັ້ມແຂງ ແລະ ມີປະສິດທິພາບນັ້ນ ແມ່ນເພື່ອເພີ່ມຄວາມເຂັ້ມແຂງຂອງລະບົບການເມືອງສ້າງເງື່ອນໄຂ ແລະ ຄວາມເຊື່ອໝັ້ນ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດເຊິ່ງເປັນສິ່ງທີ່ພວກເຮົາຕ້ອງໄດ້ເຮັດໂດຍບໍ່ມີທາງເລືອກອື່ນ. ແນ່ນອນວ່າການດຳເນີນວຽກງານດັ່ງກ່າວນີ້ ມັນອາດສົ່ງຜົນກະທົບໂດຍກົງເຖິງແນວຄິດຈິດຕະສາດ ແລະ ຜົນປະໂຫຍດຂອງພະນັກງານ,ສະມາຊິກພັກ ຈຳນວນບໍ່ໜ້ອຍ. ຍ້ອນແນວນັ້ນດ້ານໜຶ່ງຄະນະຈັດຕັ້ງສູນກາງພັກສົມທົບກັບກະຊວງພາຍໃນ ກໍຄື ບັນດາອົງຄະນະພັກ ຢູ່ບັນດາກະຊວງອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄ້ວາເປັນແຜນປະຕິບັດລະອຽດ ແລະ ມີລັກສະນະເປັນລະບົບຄົບຊຸດຮັດກຸມເພື່ອສະເໜີກົມການເມືອງ-ຄະນະເລຂາພິຈາລະນາຕົກລົງດ້ານໜຶ່ງອີກ ໃຫ້ເພີ່ມທະວີກົມການເມືອງ-ແນວຄິດສ້າງຄວາມເຂົ້າໃຈເອ ກະພາບ,ເລິກເຊິ່ງໃນຖັນແຖວພະນັກງານສະມາ ຊິກພັກອັນສຳຄັນ ບັນດາສະຫາຍທີ່ເປັນພະນັກ ງານນຳພາຫລັກແຫລ່ງຢູ່ແຕ່ລະຂັ້ນ ຕ້ອງເປັນແບບ ຢ່າງນຳໜ້າ ເຮັດແທ້ທຳຈິງປະຕິບັດຢ່າງຖືກ ຕ້ອງພາວະວິໄສ,ຫລີກເວັ້ນລັກສະນະຈຸ້ມເຈື້ອພັກພວກ… ໃນນັ້ນ ຜູ້ທີ່ເຮັດວຽກງານຈັດຕັ້ງຕ້ອງມີຄວາມຊື່ສັດເປັນທຳບໍ່ອັກຄະຕິ… ເພື່ອປະຕິບັດວຽກງານດ້ວຍຄວາມຖືກຕ້ອງທ່ຽງທຳ ແລະ ໂປ່ງໃສ.


ແຫຼ່ງຂ່າວ http://laophatthananews.blogspot.com/2016/08/blog-post_38.html
Ad